ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນ ຍົກເລີກ ການກໍ່ສ້າງ ໂຮງງານທອງແດງ ທີ່ເມືອງ Shifang


ຊາວເມືອງ Shifang ໃນແຂວງ Sichuan ພາກັນປະທ້ວງລັດຖະບານ
ທ້ອງຖິ່ນເປັນເວລາ 3 ວັນ ຄັດຄ້ານການກໍ່ ສ້າງໂຮງງານທອງແດງ ທີ່ຈະສ້າງຄວາມເປື້ອນເປິະຢ່າງຮ້າຍແຮງຕໍ່ສິ່ງແວດລ້ອມ.
ຊາວເມືອງ Shifang ໃນແຂວງ Sichuan ພາກັນປະທ້ວງລັດຖະບານ ທ້ອງຖິ່ນເປັນເວລາ 3 ວັນ ຄັດຄ້ານການກໍ່ ສ້າງໂຮງງານທອງແດງ ທີ່ຈະສ້າງຄວາມເປື້ອນເປິະຢ່າງຮ້າຍແຮງຕໍ່ສິ່ງແວດລ້ອມ.

ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ​ໄດ້​ລົບ​ລ້າງ​ແຜນການ​ກໍ່ສ້າງ​ໂຮງງານ​ທອງ​ແດງ ຢູ່ທີ່​ຫົວ ​ເມືອງ​ແຫ່ງ
​ນຶ່ງ​ໃນ​ພາກ​ກາງຂອງ​ປະ​ເທດ ຫລັງ​ຈາກ​ປະຊາຊົນ​ ໄດ້​ໂຮມ​ຊຸມນຸມ​ປະ​ທ້ວງ​ ເປັນ​ເວລາ 3
ມື້ ​ເພື່ອ​ຄັດຄ້ານຕໍ່​ແຜນການ​ທີ່​ໂຮງງານ​ດັ່ງກ່າວ​ ອາດ
ຈະ​ສ້າງ​ຄວາມ​ເປື້ອນ​ເປິະຢ່າງ​ໜັກ​ຕໍ່​ສິ່ງ​ແວດ​ລ້ອມ​ນັ້ນ.

ຊາວ​ເມືອງ​ Shifang ຫລາຍ​ພັນ​ຄົນ ​ໃນ​ແຂວງ Sichuan ​ໄດ້​ພາກັນ​ເດີນ​ຂະ ບວນ ​ຢູ່
​ຕາ​ມຖະໜົນຫົນທາງ​ໃນ​ໄ​ລຍະ​ 3 ມື້ຜ່ານ​ມາ ​ເພື່ອ​ປະ​ທ້ວງ​ຕໍ່​ການ​ສ້າງ ໂຮງງານດັ່ງກ່າວ ​
ໂດຍ​ພາກັນ​ຈົ່ມ​ວ່າ ຄວັນຈາກ​ໂຮງງານຈະ​ເປັນ​ພິດ​ຕໍ່​ເຂົາ​ເຈົ້າ.

ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ​ທີ່​ພິມ​ເຜີຍ​ແຜ່​ທາງ​ເວັບ​ໄຊ​ທ໌​ ໃນ​ວັນ​ອັງຄານ​ວານ​ນີ້ນັ້ນ ລັດຖະ
ບານເມືອງ Shifang ກ່າວ​ວ່າ ​ຕົນໄດ້​ຢຸດ​ເຊົາ​ໂຄງການກໍ່ສ້າງ​ໂຮ​ງ ງານ​ນີ້​ແລ້ວ ຊຶ່ງ​ເປັນ​
ການ​ມອບ​ໄຊຊະນະ​ແບບ​ບໍ່​ຄາດ​ຝັນ​ໃຫ້​ແກ່​ພວກຊາວ​ເມືອງ.

​ນອກ​ນັ້ນເຈົ້າ​ໜ້າ​ທີ່ຕໍາຫລວດ​ເມືອງ Shifang ​ຍັງໄດ້​ປ່ອຍ​ຕົວ 21 ຄົນຂອງຈຳ ນວນທັງ​
ໝົດ 27 ຄົນ​ທີ່​ໄດ້​ຖືກ​ກັກ​ຂັງ​ຍ້ອນ​ເຂົ້າຮ່ວມ​ໃນ​ການປະ​ທ້ວງ ຫລັງ​ຈາກ​ເຂົາ​ເຈົ້າ “​ໄດ້ສໍາ​ນຶກ
ໃນ​ຄວາມຜິດ.” ອີກ 6 ຄົນ​ຍັງ​ຖືກຄຸມຂັງ ​ແລະ​ອາດ​ຈະ​ຖືກ​ຟ້ອງ​ຮ້ອງໃນ​ການ​ກໍ່​ຄວາມ​ບໍ່​
ສ​ະຫງົບ.

ຢ່າງໜ້ອຍ 13 ຄົນ​ໄດ້ຣັບບາດ​ເຈັບໃນການ​ປະ​ທ້ວງ ຊຶ່ງຕໍາຫລວດ​ໄດ້​ຍິງລະ​ເບີດ​ນໍ້າຕາ
​ເຂົ້າ​ໃສ່ ​ແລະໄຊ້​ໄມ້ຄ້ອນ​ທຸບ​ຕີ​ພວກ​ປະ​ທ້ວງ​ ໃຫ້​ແຕກພ່າຍ​ໜີ​ໄປ.

XS
SM
MD
LG