ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຄົນ​ທີ່​ອາ​ໄສ​ຢູ່​ໃນ​ເມືອງ​ໃຫຍ່​ຂອງ​ຈີນ ຫຼັ່ງ​ໄຫຼ​ກັບ​ໄປ​ຢາມ​ບ້ານ ຂະ​ນະ​ທີ່​ບຸນ​ປີ​ໃໝ່ຈີນ​ ອາດເຮັດ​ໃຫ້​​ການ​ລະ​ບາດ​ຂອງ​ໂຄວິດ ຮ້າຍ​ແຮງຂຶ້ນ


ຜູ້​ຄົນ​ອັ່ງ​ອໍ​ກັນ​ຢູ່​ບ່ອນກວດ​ຄົນ​ຢູ່​ທາງ​ເຂົ້າ​ສະ​ຖາ​ນີ​ລົດ​ໄຟແຫ່ງ​ນຶ່ງ​ ​​ໃນ​ນະ​ຄອນ​ຊຽງ​ໄຮ ໂດຍຟ້າວ​ຟັ່ງ​ກັບ​ບ້ານ​ກ່ອນ​ຮອດບຸນ​ລະ​ດູ​ບານ​ໃໝ່ ຫລື​ກຸດ​ຈີນ ຂະ​ນະ​ທີ່​ການ​ລະ​ບາດ​ຂອງ​ໂຄວິດ-19 ຍັງ​ສືບ​ຕໍ່​ມີ​ຂຶ້ນ, ວັນ​ທີ 16 ມັງ​ກອນ, 2023
ຜູ້​ຄົນ​ອັ່ງ​ອໍ​ກັນ​ຢູ່​ບ່ອນກວດ​ຄົນ​ຢູ່​ທາງ​ເຂົ້າ​ສະ​ຖາ​ນີ​ລົດ​ໄຟແຫ່ງ​ນຶ່ງ​ ​​ໃນ​ນະ​ຄອນ​ຊຽງ​ໄຮ ໂດຍຟ້າວ​ຟັ່ງ​ກັບ​ບ້ານ​ກ່ອນ​ຮອດບຸນ​ລະ​ດູ​ບານ​ໃໝ່ ຫລື​ກຸດ​ຈີນ ຂະ​ນະ​ທີ່​ການ​ລະ​ບາດ​ຂອງ​ໂຄວິດ-19 ຍັງ​ສືບ​ຕໍ່​ມີ​ຂຶ້ນ, ວັນ​ທີ 16 ມັງ​ກອນ, 2023

ຜູ້ໂດຍສານພ້ອ​ມ​ກັບຫີບເດີນທາງພາ​ກັນຫລັ່ງ​ໄປຫາສະຖານີລົດໄຟ ແລະສະໜາມ ບິນຕ່າງໆ ໃນຕົວເມືອງໃຫ​ຍ່ໆຂອງຈີນ ໃນວັນຈັນມື້ນີ້ ໂດຍມຸ້ງໜ້າໄປຍັງບ້ານ ເກີດຂອງຕົນ ໃນວັນພັກປີໃໝ່ຕາມຈັນທະປະຕິທິນ ຫລື​ກຸດ​ຈີນ ທີ່ຜູ້ຊ່ຽວຊານດ້ານ ສາທາລະນະສຸກຢ້ານວ່າ ອາດເຮັດໃຫ້ການລະບາດຂອງພະຍາດໂຄວິດ-19 ຮ້າຍແຮງຂຶ້ນ ໃນເຂດທີ່ບໍ່ມີອຸປະກອນເພື່ອຮັບມືກັບມັນ ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (REUTERS).

ຫຼັງຈາກສາມປີແຫ່ງການຄວບຄຸມຢ່າງ​ເຄັ່ງ​ຄັດ​ເພື່ອຕ້ານກັບເຊື້ອໄວຣັສ, ຈີນໄດ້ຍົກ​ເລີກນະໂຍບາຍ "ສູນກໍ​ລະ​ນີໂຄວິດ" ຫລື "zero ໂຄວິດ" ຂອງຕົນຢ່າງກະທັນຫັນ ໃນຕົ້ນເດືອນທັນວາ ປ່ອຍໃຫ້ເຊື້ອໄວຣັສແລ່ນຜ່ານປະ​ຊາ​ຊົນ​ທີ່​ມີ 1.4 ຕື້ ຄົນຂອງຕົນ ໄດ້ຢ່າງເສລີ.

ພວກເຈົ້າໜ້າທີ່ກ່າວວ່າ ໃນວັນເສົາຜ່ານ​ມາເກືອບຮອດ 60,000 ຄົນທີ່ເປັນໂຄວິດ ໄດ້ເສຍຊີວິດຢູ່ໃນໂຮງໝໍ ໃນລະຫວ່າງວັນທີ 8 ທັນວາ ຫາ 12 ມັງກອນ ຊຶ່ງເພີ່ມ ຂຶ້ນຢ່າງຫຼວງຫຼາຍຈາກຕົວເລກທີ່ຜ່ານມາທີ່ຖືກຕຳ​ໜິ ໂດຍອົງການອະນາໄມໂລກ ວ່າ ບໍ່ໄດ້ສະທ້ອນໃຫ້​ເຫັນເຖິງຂະຫນາດ ແລະລະ​ດັບຄວາມຮ້າຍແຮງຂອງການລະບາດ ຂອງ​ພະ​ຍາດນີ້.

ຜູ້ຊ່ຽວຊານດ້ານສຸຂະພາບຄົນນຶ່ງກ່າວວ່າ ຕົວເລກເຫຼົ່ານັ້ນເປັນ​ໄປ​ໄດ້​ຫລາຍ​ທີ່​ສຸດທີ່ບໍ່ລວມເອົາຜູ້ທີ່ເສຍຊີວິດຢູ່ເຮືອນ, ໂດຍສະເພາະແມ່ນ​ພວກຢູ່ໃນເຂດ ຊົນນະບົດທີ່ມີລະບົບການແພດທີ່ບໍ່​ເຂັ້ມແຂງ. ບັນດາ​ຜູ້​ຊ່ຽວຊານ​ຫຼາຍ​ຄົນ​ຄາດ​ຄະ​ເນ​ວ່າ ​ໃນ​ປີ​ນີ້​ຈະມີ​ຜູ້​ເສຍ​ຊີວິດ​ຍ້ອນ​ພະຍາດ​ນີ້​ຫຼາຍ​ກວ່າ 1 ລ້ານ​ຄົນ ຢູ່ໃນ​ຈີນ.

ກ່ອນ​ວັນ​ບຸນ​ປີ​ໃໝ່ຈີນ​ທີ່​ເອີ້ນ​ອີກຊື່​ນຶ່ງວ່າ ​ບຸນ​ລະ​ດູບານ​ໃໝ່ ທີ່​ຈະ​ເລີ່ມຕົ້ນ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 21 ມັງ​ກອນ​ນີ້ ສື່​ມວນ​ຊົນ​ຂອງ​ລັດ​ໄດ້ອອກ​ຂ່າວ​ທີ່ເຕັມ​ໄປ​ດ້ວຍ​ເລື່ອງ​ໂຮງ​ໝໍ ​ແລະ​ຄລີ​ນິກ​ໃນຊົນ​ນະ​ບົດ ​ທີ່​ເພີ້ມ​ການ​ສະ​ໜອງ​ຢາ ​ແລະ​ອຸ​ປະ​ກອນຂຶ້ນ​ຢ່າງ​ຫລວງ​ຫລາຍ.

"ຈຸດສູງສຸດຂອງການຕິດເຊື້ອໂຄວິດ ຢູ່ໃນບ້ານຂອງພວກເຮົາໄດ້ຜ່ານໄປແລ້ວ, ແຕ່ ບຸນລະ​ດູບານ​ໃໝ່ກຳ​ລັງ​ຈະ​ມາ​ຮອດ​ ແລະຍັງມີຊາວບ້ານທີ່ເຫລືອຢູ່, ໂດຍສະເພາະ ແມ່ນຜູ້ສູງອາຍຸ ມີຄວາມສ່ຽງຕໍ່ການຕິດເຊື້ອຕໍ່​ເປັນຂັ້ນສອງ," ນັ້ນ​ຄື​ຄຳ​ເວົ້າ​ຂອງ ທ່ານໝໍຜູ້​ນຶ່ງໃນແຂວງຊານ​ຊີ (Shaanxi) ກ່າວໃນບົດຄວາມທີ່​ຂຽນ​ໂດຍ​ອົງ​ການຂ່າວ ໃນ​ຂົງ​ເຂດ, Red Star News.

ທ່ານໝໍຜູ້ນັ້ນກ່າວຕື່ມວ່າ "ຖ້າມີຢາຕ້ານໄວຣັສ ແລະຢາອື່ນຢ່າງ​ຫລວງ​ຫລາຍ ຂ້າ​ພະ​ເຈົ້າຈະຮູ້​ສຶກໝັ້ນໃຈຫຼາຍຂຶ້ນ."

ເຊັ່ນດຽວກັນກັບຢາແກ້ໄຂ້ ແລະອຸປະກອນສະ​ໜອງອອກ​ຊີ​ເຈນ, ຄະນະກໍາມະການ ດ້ານ​ສາ​ທາ​ລະ​ນະ​ສຸກແຫ່ງຊາດຂອງຈີນກ່າວວ່າ ຕົນຈະຈັດເຄື່ອງວັດແທກຊີບ​ພະ ຈອນ, ເຄື່ອງ​ສຸບໃສ່ປາຍນິ້ວມື ທີ່ນໍາໃຊ້ທົ່ວໄປ ໃນໄລ​ຍະ​ທີ່​ມີການລະບາດຂອງ​ພະ​ຍາດ​ຢ່າງ​ໜັກ ເພື່ອກວດເບິ່ງລະດັບອັອກຊີເຈນຢ່າງວ່ອງໄວ ໄວ້ໃຫ້ຫ້ອງກວດພະຍາດ ຂອງບ້ານທຸກໆແຫ່ງ​ອີກດ້ວຍ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG