ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວຈີນຄົນຖືກຈຳຄຸກ 4 ປີ ຍ້ອນ ໄດ້ລາຍງານກ່ຽວກັບໄວຣັສໂຄໂຣນາ ຢູ່ເມືອງວູຫານ


ຕໍາຫລວດພະຍາຍາມຫ້າມບໍ່ໃຫ້ພວກນັກຂ່າວບັນທຶກພາບຢູ່ນອກສານເມືອງ Pudong ໃໝ່ ໃນນະຄອນຊຽງໄຮບ່ອນທີ່ນັກຂ່າວ Zhang Zhan ທີ່ລາຍງານການລະບາດຂອງພະຍາດໂຄວິດ-19 ຈາກເມືອງວູຫານ ໄດ້ຖືກໄຕ່ສວນຢູ່ນັ້ນ
ຕໍາຫລວດພະຍາຍາມຫ້າມບໍ່ໃຫ້ພວກນັກຂ່າວບັນທຶກພາບຢູ່ນອກສານເມືອງ Pudong ໃໝ່ ໃນນະຄອນຊຽງໄຮບ່ອນທີ່ນັກຂ່າວ Zhang Zhan ທີ່ລາຍງານການລະບາດຂອງພະຍາດໂຄວິດ-19 ຈາກເມືອງວູຫານ ໄດ້ຖືກໄຕ່ສວນຢູ່ນັ້ນ

ນັກຂ່າວຈີນຄົນນຶ່ງໄດ້ຖືກຕັດສິນຈຳຄຸກເປັນເວລາ 4 ປີ ຍ້ອນໄດ້ທໍາການລາຍງານສົດຂອງທ່ານນາງຈາກເມືອງວູຫານ (Wuhan) ໃນຂະນະທີ່ການລະບາດຂອງພະຍາດໂຄວິດ-19 ໄດ້ແຜ່ລາມອອກໄປ, ຊຶ່ງເປັນເວລາໄດ້ເກືອບນຶ່ງປີແລ້ວຫຼັງຈາກລາຍລະອຽດກ່ຽວກັບ "ພະຍາດປອດອັກເສບປອດທີ່ບໍ່ມີໃຜຮູ້ຈັກດີ" ໄດ້ເກີດຂຶ້ນຢູ່ໃນເມືອງທີ່ຕັ້ງຢູ່ພາກກາງຂອງຈີນ, ອີງຕາມອົງການຂ່າວ AFP.

ທ່ານນາງຊັງ ຊານ (Zhang Zhan), ອະດີດທະນາຍຄວາມ ໄດ້ຖືກຕັດສິນລົງ ໂທດຢູ່ໃນການຮັບຟັງຄະດີອັນສັ້ນໆ ຢູ່ໃນສານນະຄອນຊຽງໄຮ ໃນຂໍ້ກ່າວຫາທີ່ເວົ້າວ່າ "ເຮັດໃຫ້ມີການໂຕ້ແຍ້ງກັນ ແລະສ້າງຄວາມເດືອດຮ້ອນ" ຍ້ອນການລາຍງານຂອງນາງໃນໄລຍະເລີ່ມຕົ້ນຂອງຄວາມວຸ້ນວາຍທີ່ມີການລະບາດຂອງພະຍາດນີ້.

ບົດລາຍງານສົດ ແລະບົດຂຽນຂອງທ່ານນາງ ໄດ້ຖືກສົ່ງຕໍ່ກັນອອກໄປໃຫ້ຄົນຮູ້ຢ່າງກວ້າງຂວາງ ໃນເວທີສື່ສັງຄົມອອນລາຍຕ່າງໆ ໃນເດືອນກຸມພາຜ່ານມາ, ໂດຍໄດ້ຮັບຄວາມສົນໃຈຈາກເຈົ້າໜ້າທີ່ ທີ່ໄດ້ລົງໂທດຜູ້ເປີດໂປງກ່ຽວກັບໄວຣັສນີ້ 8 ຄົນແລ້ວ ມາເຖິງປະຈຸບັນນີ້ ຍ້ອນພວກເຂົາເຈົ້າໄດ້ວິພາກວິຈານການຮັບມືຂອງລັດຖະບານ ຕໍ່ການລະບາດຂອງພະຍາດດັ່ງກ່າວ.

ປັກກິ່ງໄດ້ຊົມເຊີຍຕົນເອງສຳລັບຄວາມສຳເລັດ “ແບບພິເສດສຸດ” ໃນການຄວບຄຸມເຊື້ອໄວຣັສພາຍໃນຊາຍແດນຂອງຕົນ, ໂດຍທີ່ມີເສດຖະກິດ ກຳລັງຟື້ນຕົວຄືນ ໃນຂະນະທີ່ປະເທດອື່ນໆ ໃນໂລກ ຍັງຄົງລົ້ມລຸກຄຸກຄານ ຜ່ານການປິດປະເທດທີ່ແສນເຈັບປວດ ແລະການເພີ້ມຂຶ້ນຂອງກໍລະນີຄົນເປັນພະຍາດນີ້ໄດ້ 1ປີ ແລ້ວ ນັບຕັ້ງແຕ່ມີການແຜ່ລະບາດຂອງພະຍາດດັ່ງກ່າວ ເລີ່ມຕົ້ນຂຶ້ນໃນເມືອງວູຫານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG