ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ຫາ​ການ​ນຳ​ເຂົ້າ​ໄມ​ໂຄ​ຣ​ຊິບ​ຈາກ ຈີນ ກໍ່​ໃຫ້ ສະ​ຫະ​ລັດ ຕ້ອງ​ທົບ​ທວນ​ຕ່ອງ​ໂສ້​ການ​ສະ​ໜອງ​ເຊ​ມີ​ຄອນ​ດັກ​ເຕີ


ປະ​ຊາ​ຊົນ​ເບິ່ງ ເຊ​ມີ​ຄອນ​ດັກ​ເຕີ ທີ່​ຖືກ​ຜະ​ລິດ​ໂດຍ​ບໍ​ລິ​ສັດ Tsinghua Unigroup ທີ່​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ເທັກ​ໂນ​ໂລ​ຈີ​ລະ​ດັບ​ສູງ​ສາ​ກົນ ປັກ​ກິ່ງ ຈີນ, 19 ກັນ​ຍາ 2020.
ປະ​ຊາ​ຊົນ​ເບິ່ງ ເຊ​ມີ​ຄອນ​ດັກ​ເຕີ ທີ່​ຖືກ​ຜະ​ລິດ​ໂດຍ​ບໍ​ລິ​ສັດ Tsinghua Unigroup ທີ່​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ເທັກ​ໂນ​ໂລ​ຈີ​ລະ​ດັບ​ສູງ​ສາ​ກົນ ປັກ​ກິ່ງ ຈີນ, 19 ກັນ​ຍາ 2020.

ກະ​ຊວງ​ການ​ຄ້າ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານີ້​ວ່າ​ເຂົາ​ເຈົ້າ​ໄດ້​ເປີດ​ການ​ສຳຫຼວດ ກ່ຽວ​ກັບ ຕ່ອງ​ໂສ້​ການ​ສະ​ໜອງ​ເຊ​ມີ​ຄອນ​ດັກ​ເຕີ ຫຼື ໄມ​ໂຄ​ຣ​ຊິບ ຂອງ ສະ​ຫະ​ລັດ ແລະ ຖານ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ປະ​ເທດ ເພື່ອ​ແກ້​ໄຂ​ບັນ​ຫາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຈາກ​ໄມ​ໂຄ​ຣ​ຊິບ ທີ່ໄດ້​ມາ​ຈາກ ຈີນ.

ການ​ສຳຫຼວດ​ດັ່ງ​ກ່າວ​ ແນ​ເປົ້າ​ເພື່ອ​ລະ​ບຸ​ວິ​ທີ​ທີ່​ບັນ​ດາ​ບໍ​ລິ​ສັດ​ຂອງ ສະ​ຫະ​ລັດ ຈັດ​ຫາ​ສິ່ງ​ທີ່​ເອີ້ນ​ວ່າ ໄມ​ໂຄ​ຣ​ຊິບ ທີ່​ຖືກ​ຜະລິດ​ດ້ວຍ​ການ​ໃຊ້​ເທັກ​ໂນ​ໂລ​ຈີ​ເກົ່າ, ລຸ້ນ​ປັດ​ຈຸ​ບັນ ແລະ ໄມ​ໂຄ​ຣ​ຊິບ​ທີ່​ທັນ​ສະ​ໄໝ, ໃນ​ຂະ​ນະ​ທີ່​ກະ​ຊວງ​ດັ່ງ​ກ່າວ ​ທຳ​ການ​ເຄື່ອນ​ໄຫວ​ເພື່ອ​ມອບ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ເກືອບ 40 ຕື້​ໂດ​ລາ​ສຳ​ລັບ​ການ​ຜ​ະ​ລິດ​ໄມ​ໂຄຣ​ຊິບ ເຊ​ມີ​ຄອນ​ດັກ​ເຕີ.

ກະ​ຊວງ​ນັ້ນ​ໄດ້​ກ່າວ​ວ່າ​ການ​ສຳຫຼວດ​ດັ່ງ​ກ່າວ, ເຊິ່ງ​ຈະ​ເລີ່ມ​ຂຶ້ນ​ໃນ​ເດືອນ​ມັງ​ກອນ, ຈະ​ແນ​ເປົ້າ​ເພື່ອ “ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ດ້ານ​ຄວມ​ໝັ້ນ​ຄົງ​ແຫ່ງ​ຊາດ ທີ່ເກີດ​ຈາກ” ຈີນ ແລະ ຈະ​ເພັ່ງ​ເລັງ​ໃສ່​ການ​ໃຊ້ ແລະ ຈັດ​ຫາ​ໄມ​ໂຄ​ຣ​ຊິບ​ທີ່​ຖືກ​ຜະ​ລິດ​ດ້ວຍ​ການ​ໃຊ້​ເທັກ​ໂນ​ໂລ​ຈີ​ເກົ່າ​ຂອງ ຈີນ ໃນ​ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ອຸດ​ສາ​ຫະ​ກຳ​ທີ່​ສຳ​ຄັນ​ຂອງ ສະ​ຫະ​ລັດ.

ລາຍ​ງານ​ສະ​ບັບ​ນຶ່ງ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ກະ​ຊວງ​ດັ່ງ​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ໄດ້​ກ່າວ​ວ່າ ຈີນ ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທາງ​ການ​ເງິນ​ປະ​ມານ 150 ຕື້​ໂດ​ລາ​ໃຫ້​ອຸດ​ສາ​ຫະ​ກຳ​ເຊ​ມີ​ຄອນ​ດັກ​ເຕີ ຈີນ ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ກໍ່​ໃຫ້ເກີດ “ການ​ແຂ່ງ​ຂັນ​ທີ່ບໍ່​ຍຸດ​ຕິ​ທຳໃນ​ທົ່ວ​ໂລກ​ສຳ​ລັບ ສະ​ຫະ​ລັດ ແລະ ຜູ້​ແຂ່ງ​ຂັນ​ຕ່າງ​ປະ​ເທດ​ອື່ນໆ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG