ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໖ ຕຸລາ ໒໐໒໔

ກຳປັ່ນບັນທຸກເຮືອບິນລົບຈີນ ລ່ວງລ້ຳເຂົ້າໄປນ່ານນ້ຳໄຕ້ຫວັນ ກອງທັບຈີນເປີດເຜີຍ ວີດີໂອ ‘ກຽມເຮັດສົງຄາມ’


ແຟ້ມພາບ - ໃນຮູບນີ້ ທີ່ໄດ້ຖືກເປີດເຜີຍ ໂດຍອົງການຂ່າວ Xinhua News Agency, ໃຫ້ເຫັນເຮືອບິນລົບ J-15 ຂອງຈີນ ກຳລັງກຽມພ້ອມທີ່ຈະແລ່ນຂຶ້ນຈາກກຳປັ່ນບັນທຸກເຮືອບິນລົບໃນລະຫວ່າງການຊ້ອມລົບດ້ານການທະຫານ ຢູ່ອ້ອມແອ້ມເກາະໄຕ້ຫວັນ ໂດຍກອງທັບປົດປ່ອຍປະຊາຊົນຈີນ ຫຼື CPLA, ວັນທີ 9 ເມສາ 2023.
ແຟ້ມພາບ - ໃນຮູບນີ້ ທີ່ໄດ້ຖືກເປີດເຜີຍ ໂດຍອົງການຂ່າວ Xinhua News Agency, ໃຫ້ເຫັນເຮືອບິນລົບ J-15 ຂອງຈີນ ກຳລັງກຽມພ້ອມທີ່ຈະແລ່ນຂຶ້ນຈາກກຳປັ່ນບັນທຸກເຮືອບິນລົບໃນລະຫວ່າງການຊ້ອມລົບດ້ານການທະຫານ ຢູ່ອ້ອມແອ້ມເກາະໄຕ້ຫວັນ ໂດຍກອງທັບປົດປ່ອຍປະຊາຊົນຈີນ ຫຼື CPLA, ວັນທີ 9 ເມສາ 2023.

ໄຕ້ຫວັນລາຍງານໃນວັນອາທິດວານນີ້ ວ່າ ກອງກຳປັ່ນບັນທຸກເຮືອບິນລົບ ‘ຫຼຽວໜິງ’ ຂອງຈີນ ໄດ້ແລ່ນຜ່ານນ່ານນ້ຳທາງພາກໃຕ້ຂອງໄຕ້ຫວັນ ໃນຂະນະດຽວກັນ ກອງທັບຈີນກໍໄດ້ເຜີຍແຜ່ວີດີໂອ ທີ່ມີຂໍ້ຄວາມວ່າ “ກຽມພ້ອມເຮັດສົງຄາມ” ທ່າມກາງຄວາມຕຶງຄຽດລະຫວ່າງທັງສອງຝ່າຍ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ກະຊວງປ້ອງກັນປະເທດຂອງໄຕ້ຫວັນ ອອກຖະແຫລງການວ່າ ກອງກຳປັ່ນຂອງຈີນ ທີ່ນຳໂດຍກຳປັ່ນບັນທຸກເຮືອບິນລົບ ຊື່ວ່າ ຫຼຽວໜິງ ໄດ້ລ່ວງລ້ຳນ່ານນ້ຳຂອງໄຕ້ຫວັນ ໃກ້ກັບຊ່ອງແຄບ ບາຊິຊິ່ງ ທີ່ເຊື່ອມຕໍ່ທະເລຈີນໃຕ້ ກັບມະຫາສະໝຸດປາຊີຟິກ ແລະຖືເປັນພົມແດນທາງທະເລ ລະຫວ່າງ ໄຕ້ຫວັນກັບຟີລິບປິນ.

ໄຕ້ຫວັນລະບຸວ່າ ທາງກອງທັບໄຕ້ຫວັນກຳລັງຈັບຕາເບິ່ງສະຖານະການທີ່ເກີດຂຶ້ນຢ່າງໃກ້ຊິດ ແລະກຽມພ້ອມທີ່ຈະຕອບໂຕ້ຢ່າງເໝາະສົມຫາກເກີດຫຍັງຂຶ້ນ.

ເມື່ອອາທິດແລ້ວນີ້ ປະທານາທິບໍດີໄຕ້ຫວັນ ທ່ານ ໄລ່ ຊິງ-ເຕ ກ່າວຄຳປາໄສເນື່ອງວັນຊາດໄຕ້ຫວັນ ໂດຍຢືນຢັນວ່າ ຈີນແຜ່ນດິນໃຫຍ່ ບໍ່ມີສິດເປັນໂຕແທນຂອງໄຕ້ຫວັນ ແຕ່ທາງການໄຕ້ຫວັນຍິນດີທີ່ຈະເຮັດວຽກຮ່ວມກັບປັກກິ່ງ ເພື່ອຮັບມືກັບຄວາມທ້າທາຍຕ່າງໆ ເຊັ່ນ ການປ່ຽນແປງຂອງສະພາບອາກາດໂລກ.

ຢ່າງໃດກໍຕາມ ຄຳກ່າວຂອງຜູ້ນຳໄຕ້ຫວັນໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບລັດຖະບານຈີນ ຂະນະທີ່ສື່ຂ່າວຂອວທາງການຈີນ ໄດ້ປະນາມຄຳກ່າວຂອງຜູ້ນຳໄຕ້ຫວັນວ່າ ມີເນື້ອຫາ “ປະເຊີນໜ້າ” ແລະເປັນໄພອັນຕະລາຍ.

ແຫລ່ງຂ່າວດ້ານຄວາມໝັ້ນຄົງໃນໄຕ້ຫວັນ ເຊື່ອວ່າ ສະຖານະການທີ່ເກີດຂຶ້ນນີ້ ອາດນຳໄປສູ່ການຊ້ອມລົບຄັ້ງໃໝ່ຂອງກອງທັບຈີນ ເຊັ່ນດຽວກັບທີ່ເຄີຍເກີດຂຶ້ນມາແລ້ວ ເມື່ອເດືອນພຶດສະພາ ເຊິ່ງທາງການຈີນ ລະບຸບ່າ ເປັນການຕອບໂຕ້ຕໍ່ຄຳກ່າວຂອງປະທານາທິບໍດິ ໄລ່ ໃນຕອນນັ້ນ.

ຂະນະດຽວກັນ ໃນວັນອາທິດວານນີ້ ກອງບັນຊາການກອງກຳລັງພາກຕາເວັນອອກຂອງກອງທັບປະຊາຊົນຈີນ ເຊິ່ງຮັບຜິດຊອບພື້ນທີ່ອ້ອມຮອບໄຕ້ຫວັນ ດ້ວຍນັ້ນ ໄດ້ເຜີຍແຜ່ວີດີໂອ ທາງສື່ສັງຄົມອອນໄລນ໌ ທີ່ມີເນື້ອໃນໃຈຄວາມວ່າ “ກຽມພ້ອມຢ່າງເຕັມກຳລັງກ່ອນສົງຄາມຈະເລີ້ມຂຶ້ນ.”

ວີດິໂອດັ່ງກ່າວສະແດງໃຫ້ເຫັນ ເຮືອບິນອາຍພົ່ນ ແລະກຳປັ່ນລົບຂອງຈີນ ກຳລັງປະຕິບັດການຮ່ວມກັນ ແລະມີການເຄື່ອນຍ້າຍເຄື່ອງຍິງລູກສອນໄຟຂີປະນາວຸດ ເຂົ້າໄປປະຈຳການ ລວມທັງຍານພາຫະນະສະເທືອນນ້ຳສະເທືອນບົກນຳດ້ວຍ.

ບາງຂໍ້ຄວາມເຫັນໃນສື່ສັງຄວມອອນໄລນ໌ຂອງຈີນ ກ່ຽວກັບວີດີໂອດັ່ງກ່າວ ຮຽກຮ້ອງໃຫ້ຈີນໃຊ້ກຳລັງຍຶດຄອງໄຕ້ຫວັນ ໃຫ້ກັບມາເປັນສ່ວນນຶ່ງຂອງຈີນ ແລະເຮັດໃຫ້ເກີດ “ການຮວມຊາດ.”

ທີ່ຜ່ານມາ ຈີນບໍ່ເຄີຍບອກວ່າ ຈະປັດທາງເລືອກໃນການໃຊ້ກຳລັງທະຫານເພື່ອຮວບຮວມໄຕ້ຫວັນເຂົ້າມາເປັນສ່ວນນຶ່ງຂອງຈີນ ແລະເມື່ອວັນເສົາຜ່ານມານີ້ ກະຊວງການຄ້າຈີນ ຂູ່ວ່າ ອາດຈະໃຊ້ມາດຕະການລົງໂທດທາງເສດຖະກິດຕໍ່ໄຕ້ຫວັນເພີ້ມຕື່ມ.

ອ່ານຂ່າວກ່ຽວກັບເລື້ອງນີ້ນີ້ຕື່ມໃນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG