ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ນັກທຸລະກິດຈີນມີຄວາມໄດ້ປຽບນັກ ທຸລະກິດລາວ ໃນທຸກດ້ານ ຊຶ່ງ​ເຮັດໃຫ້ ນັກທຸລະກິດຈີນຄວບຄຸມທຸລະກິດ ທຸກຂະແໜງຢ່າງຄົບວົງຈອນໄດ້


ພິ​ທີ​ເປີດ​ໂຄງ​ການ​ຂຸດ​ຄົ້ນ​ແຮ່​ໂປ​ຕາ​ສຂອງ​ບໍ​ລິ​ສັດ​ຈີນ ຢູ່​ໃນ​ ສ​ປ​ປ ລາວ
ພິ​ທີ​ເປີດ​ໂຄງ​ການ​ຂຸດ​ຄົ້ນ​ແຮ່​ໂປ​ຕາ​ສຂອງ​ບໍ​ລິ​ສັດ​ຈີນ ຢູ່​ໃນ​ ສ​ປ​ປ ລາວ

ນັກທຸລະກິດຈີນມີ​ຄວາມໄດ້ປຽບນັກທຸລະກິດລາວໃນທຸກດ້ານ ໂດຍ​ສະ​ເພາະ​ແມ່ນດ້ານ​ເງິນທຶນ​-​ເທັກນິກ ​ແລະ​ບຸກ​ຄະ​ລາ​ກອນ​ ກໍ​ຄື​ປັດ​ໄຈ​ທີ່​ເຮັດ​ໃຫ້​ນັກ​ທຸ​ລະ​ກິດ​ຈີນ ໄດ້​ຄວບ​ຄຸມທຸ​ລະ​ກິດ​ທຸກ ຂະ​ແໜງ​ໃນລາວ ຢ່າງ​ຄົບ​ວົງ​ຈອນ, ຊົງ​ຣິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້​ມະ​ສະ​ເໜີ​ທ່ານ​ມາ​ຈາກ​ບາງກອກ.

ຜູ້ຊ່ຽວຊານຊາວຈີນ ຊຶ່ງດໍາເນີນທຸ​ລະ​ກິດເປັນທີ່ປຶກສາທາງດ້ານກົດຫມາຍ ແລະ ການລົງທຶນ ໃນລາວຢືນຢັນວ່າ ບັນ​ດານັກທຸລະກິດຈີນທີ່ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດຢູ່ໃນລາວ ຕ່າງ​ກໍລ້ວນແຕ່ມີຄວາມໄດ້ປຽບ ຕໍ່​ບັນ​ດານັກທຸລະກິດລາວໃນທຸກໆດ້ານ ໂດຍສະເພາະ ແມ່ນ ດ້ານເງິນທຶນ, ດ້ານເທັກນິກ ແລະ ບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດນັ້ນ ເປັນປັດ ໄຈສໍາຄັນ ທີ່ເຮັດໃຫ້ນັກ​ທຸ​ລະ​ກິດຈີນສາມາດຄວບຄຸມທຸ​ລະ​ກິດການຄ້າ ແລະການບໍລິການ ທຸກ​ຂະ​ແໜງໃນລາວ ທັງຍັງມີທ່າອຽງເພີ່ມຂຶ້ນນັບ​ມື້​ອີກ​ດ້ວຍ ໃນຂະນະທີ່ພື້ນຖານທາງທຸລະ ກິດຂອງລາວນັ້ນ ຍັງບໍ່ມີ​ກາ​ນພັດທະນາໃນທຸກດ້ານໂດຍສະເພາະແມ່ນການຜະລິດສິນຄ້າ ແລະ ບຸກຄະລາກອນທີ່ມີຄວາມຮູ້, ຄວາ​ມ​ສາ​ມາດ ໃນແຕ່ລະພາກ​ທຸ​ລະ​ກິດນັ້ນ ດັ່ງ​ທີ່​ຜູ້​ຊ່ຽວ​ຊານ​ຈີນ​ ໄດ້ໃຫ້​ການຢືນຢັນວ່າ:

“ຄົນ​ຈີນ​ຮູ້​ທັງ​ພາສາ​ຈີນ ​ແລະພາ​ສາ​ລາວ ​ແລ້ວ​ກະ​ມີ​ຂໍ້​ມູນ​ຕ່າງໆ ​ສາມາດ​ເອົາ​ຈາກ​ຈີນ​ມາ​ໃຊ້ຢູ່​ລາວ ແນ່ນອນ​ໄດ້​ປຽບ ບໍ່​ວ່າ​ຈະ​ເປັນ​ການ​ຂາຍ​ສິນ​ຄ້າ ຫລື​ວ່າ​ຂາຍ​ຄວາມ​ຮູ້. ດຽວນີ້ ພື້ນຖານ ໂຄງຮ່າງຂອງລາວຍັງຖືວ່າອ່ອນແອຫລາຍ ບໍ່ວ່າຈະເປັນ​ໃນ​ທາງອຸດສາຫະກໍາເບົາ ແລະ ອຸດສາຫະກໍາຫນັກ ສິນ​ຄ້າ​ສ່ວນ​ຫ​ລາຍຍັງອີງໃສ່ການນໍາເຂົ້າເປັນຫຼັກ ແນ່ນອນທຶນ​ຮອນ​ເປັນ​ດ້ານ​ນຶ່ງ ແລ້ວກະປະສົບການກະ​ເປັນດ້ານນຶ່ງ ມັນຂຶ້ນກັບພື້ນຖານປະຊາກອນ. ອັນນີ້ ສໍາຄັນ ທີ່ສຸດ.”

ນອກຈາກນັ້ນ, ການເປັນ​ຫຸ້ນ​ສ່ວນຍຸດທະສາດ-ຄູ່​ຮ່ວມ​ຊະ​ຕາ​ກຳ ໃນ​ການພັດທະນາຮອບ​ດ້ານລະຫວ່າງ​ລາວກັບ​ຈີນ ໂດຍ​ທີ່​ລັດຖະບານ​ຂອງ​ສອງ​ປະ​ເທດ​ໄດ້ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ແມ່​ບົດການ​ຮ່ວມ​ມື​ລະຫວ່າງ​ກັນ ​ນັບ​ແຕ່​ປີ 2016 ເປັນ​ຕົ້ນ​ມາ ກໍ​ຖືເປັນປັດ​ໄຈ​ສຳ​ຄັນອີກປັດ​ໄຈນຶ່ງ ທີ່​ເຮັດ​ໃຫ້​ຈີນເປັນຜູ້ລົງທຶນທີ່ມີມູນຄ່າສູງທີ່ສຸດໃນລາວ ໂດຍສະເພາະແມ່ນ ການ ລົງທຶນໃນຕະ​ຫລອດແລວທາງລົດໄຟລາວ-ຈີນໃນລາວນັ້ນ ກໍ​ຄື​ເຂດ​ທີ່​ການ​ລົງທຶນ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຫຼາຍ​ທີ່​ສຸດ ເພາະ​ວ່າ ​ລັດຖະບານ​ລາວ ອະນຸຍາດໃຫ້ບໍລິສັດຈີນສາ​ມາດ​ສະ​ແຫວງຫາ​ຜົນ​ປະ​ໂຫຍດ ຈາກທີ່ດິນທັງສອງຟາກທາງລົດໄຟ ໂດຍບໍ່ຕ້ອງເສຍຄ່າເຊົ່າ ແລະພາສີອາ​ກອນ​ຕ່າງໆ ແຕ່​ຢ່າງ​ໃດ. ທັງ​ຍັງ​ປາ​ກົດ​ວ່າ ນັກທຸລະກິດຈີນໄດ້​ພາ​ກັນ​ຊື້ກິດ​ຈະ​ການ​ຕ່າງໆ ຈາກ​ນັກ​ທຸ​ລະ​ກິດລາວເພີ້ມຂຶ້ນນັບ​ມື້ ແລະໄດ້ກາຍເປັນໂອກາດຂອງນັກທຸລະກິດຈີນທີ່​ຈະສ້າງ ຜົນປະ ໂຫຍດຈາກຊັບພະຍາກອນທໍາມະຊາດໃນລາວໄດ້ເພີ້ມ​ຂຶ້ນອີກ​ດ້ວຍ ໃນຂະນະທີ່ ລາວຈະໄດ້ ຮັບຜົນປະໂຫຍດພຽງສ່ວນຫນ້ອຍເທົ່າ​ນັ້ນ ຖ້າຫາກວ່າ ຍັງບໍ່​ມີການພັດທະນາ ດ້ານບຸກຄະລາ ກອນໃຫ້ມີຄວາມຮູ້ ຄວາມສາມາດຢ່າງແທ້ຈິງ ດັ່ງ​ທີ່​ຜູ້​ຊ່ຽວ​ຊານ​ຈີນໃຫ້​ການ​ເນັ້ນ​ຢ້ຳວ່າ:

“ລາວນີ້ ຖ້າຢາກລວຍໜີ້ ເຮົາ​ກໍຕ້ອງ​ຫັນ​ມາເນັ້ນຊັບພະຍາກອນ​ທຳ​ມະ​ຊາດ ​ທີ່​ອຸດົມສົມບູນ ເນາະ. ແຕ່ຕ້ອງ​ໃຫ້ຊັບພະຍາກອນລາວນີ້ ຫັ້ນ​ນະ ເປັນປະໂຫຍດຂອງລັດຖະບານເອງແທ້ໆ. ບໍ່ຄວນວ່າ ໃຫ້ລັດຖະບານອື່ນລວຍ ຫຼືໃຫ້ປະເທດອື່ນມາ​ລວຍ ປະຊາຊົນ, ປະ​ເທດ​ລາວເອງ ໜີ້ ຈະບໍ່ໄດ້ຜົນປະໂຫຍດຫຍັງນຳ. ຂ້ອຍຢາກ​ເຫັນ​ປະ​ເທດ​ລາວ ​ມີຄວາມ​ເຂັ້ມ​ແຂງ ຢາກ​ເຫັນ​ປະ​ຊາ​ຊົນ​ລາວ​ມີ​ຊີ​ວິດ​ດີ​ຂຶ້ນ.”

ແຕ່​ຢ່າງໃດກໍ່ຕາມ ການ​ລະ​ບາດໄວຣັສໂຄວິດ-19 ຍັງ​ເຮັດ​ໃຫ້ຫົວຫນ່ວຍ ທຸລະກິດສ່ວນໃຫຍ່ ໃນລາວ ຕ້ອງປະເຊີນກັບສະ​ພາ​ວະ​ຂາດທຶນ ເປັນ​ເວ​ລາກ່ວາສາມປີຕິດຕໍ່ກັນ ແລະປາກົດວ່າ ມີຫົວໜ່ວຍທຸລະກິດຈຳ​ນວນ​ຫລາຍ ບໍ່ສາມາດຟື້ນຟູທຸລະກິດໃຫ້ກັ​ບ​ຄືນສູ່ສະພາວະປົກກະຕິ ໄດ້ໃນປັດ​ຈຸ​ບັນ ຈຶ່ງມີໂອກາດສູງທີ່ນັກທຸລະກິດຈີນຈະເຂົ້າມາຊື້ກິດຈະ​ການ​ຂອງ​ນັກ​ທຸ​ລະ​ກິດ ລາວເພີ້ມ​ຂຶ້ນ​ອີກ ເພາະ​ວ່າ ລັດ​ຖະບານລາວ ກໍມີເງິນທຶນຢ່າງຈໍາກັດສຳ​ລັບ​ໃຫ້​ສິນ​ເຊື່ອເພື່ອ​ການ​ຟື້ນ​ຟູກິດ​ຈະ​ການ​ຂອງວິສາຫະກິດຂະໜາດນ້ອຍ-ຂະ​ໜາດກາງ (SME) ໃນລາວ ນັ້ນ​ເອງ.

ທັງ​ນີ້ໃນໄລຍະ 1988-2022, ລັດຖະບານລາວກໍໄດ້ໃຫ້ອະນຸມັດການລົງທຶນຂອງ​ບັນ​ດາ​ບໍ​ລິ​ສັດ​ຈີນ​ຢູ່ໃນ​ລາວຈຳ​ນວນ 933 ໂຄງ​ການ ​ມີ​ມູນ​ຄ່າ​ການ​ລົງ​ທຶນ​ຫຼາຍ​ກວ່າ 18 ຕື້​ໂດ​ລາ ແລະ ຈັດ​ເປັນກຸ່ມ​ຜູ້​ລົງ​ທຶນ​ອັນ​ດັບ​ 1 ໃນລາວ ເປັນ​ເວ​ລາ​ນານກວ່າ 10 ປີ ຕິດຕໍ່ກັນ ທັງເປັນການ ລົງທຶນທີ່ກວມ​ເອົາ​ທຸກ​ດ້ານໃນລາວອີກ​ດ້ວຍ ໂດຍ​ສະ​ເພາະເມ່ນ​ພາ​ກ​ພະ​ລັງ​ງານ, ການ​ຂຸດ​ຄົ້ນ ແຮ່ທາດ, ການຜະລິດກະສິກຳ, ການຄ້າແລະການບໍລິການຄົບ​ວົງ​ຈອນນັ້ນ ຍັງ​ເຮັດ​ໃຫ້ບັນ​ດາ ​ບໍລິສັດຈີນທີ່ລົງທຶນ ແລະດຳເນີນທຸລະກິດໃນລາວ ສາມາດກຳນົດລາຄາສິນຄ້າ ແລະການບໍ ລິການເປັນສະ​ກຸນ​ເງິນຢວນໄດ້ອີກ​ດ້ວຍ.

XS
SM
MD
LG