ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເດັກນ້ອຍ​ຜູ້​ຊາຍ ​ອາຍຸ 6 ປີ ຖືກຄວັກເອົາຕາ ທັງສອງໜ່ວຍໄປ ໃນຈີນ (ວີດິໂອ)


China Eye Theft
please wait
Embed

No media source currently available

0:00 0:00:47 0:00

ເບິ່ງວີດິໂອ ກ່ຽວກັບຂ່າວນີ້.

ທີ່​ປະ​ເທດ​ຈີນ ເດັກນ້ອຍ​ຜູ້​ຊາຍ​ອາຍຸ 6 ປີຄົນ​ນຶ່ງ ​ໄດ້​ຖືກ​ໂຈມ​ຕີ
​ແລະຄົນ​ຮ້າຍ​ໄດ້ຄວັກເອົາ ໜ່ວຍ​ຕາທັງ​ສອງ​ເບື້ອງຂອງ​ລາວ​
ອອກ ​ໃນອັນ​ທີ່​ສື່​ຂອງລັດບັນ​ລະ​ຍາຍ​ວ່າ ອາ​ດ​ເປັນ​ຄວາມ​ພະ
ຍາຍາມ ​ເພື່ອເອົາ​ ​ແກ້ວ​ຕາ ຫລື ກະ​ຈົກຕາ ໄປ​ຂາຍ​ໃນ​ຕະ
ຫລາດ​ມື​ດ.

ຕໍາ​ຫລວດກ່າວວ່າ ​ເດັກນ້ອຍ​ຄົນ​ນັ້ນ ກໍາລັງ​ຍ່າງ​ຢູ່​ທົ່ງ​ນາ​ໃນ​
ວັນ​ເ​ສົາຜ່ານ​ມາ ຢູ່​ເຂດ​ບ້ານ ນ​ອກ​ແຫ່ງ​ນຶ່ງ​ໃນ​ ແຂວງ Shanxi
ບ່ອນ​ທີ່​ພໍ່​ແມ່​ຂອງ​ລາວເຮັດ​ວຽກ​ເປັນ​ຊາວນາ ​ໃນ​ເວລາ ​ທີ່​ລາວ
ຖືກ​ໂຈມຕີ ​ໂດຍ​ຜູ້ຍິງ​ທີ່​ບໍ່​ຮູ້​ວ່າ​ແມ່ນ​ໃຜ.

ຕໍາ​ຫລວດ​ທ້ອງ​ຖິ່ນ​ກ່າວ​ວ່າ ​ໄດ້​ມີ​ການພົບ​ເຫັນ ໜ່ວຍ​ຕາ​ຂອງ​ເດັກນ້ອຍ​ຢູ່​ໃກ້ໆນັ້ນ.
ເວລາ​ນີ້ ເດັກຊາຍ​ຜູ້​ເຄາະ​ຮ້າຍ ກໍາລັງ​ໄດ້​ຮັບ​ການປິ່ນປົວ​ຢູ່​ໂຮງໝໍ ​ແຕ່​ວ່າ ນາຍ​ໝໍ​
ບໍ່​ສາມາດ​ຊ່ວຍ​ຮັກສາ​ສາຍຕາ​ຂອງ​ລາວ​ໄວ້ໄດ້.

ສໍານັກງານ​ຂ່າວ​ຈີນ ທີ່​ເປັນສື່ຂອງລັດຖະບານ​ຈີນ​ ລາຍ​ງານ​ວ່າ ກະຈົກ​ ຫລື ແກ້ວ​ຕາ
ຂອງ​ໄດ້​ຖືກ​ແກະ​ອອກ​ຈາກ​ໜ່ວຍ​ຕາຂອງ​ເດັກ ​ຊຶ່ງ​ກໍ​ແມ່ນ​ຄົງ​ຈະ​ເອົາໄປ​ຂາຍ​ໃນ​ຕະ
ຫລາດ​ມື​ດ. ຕໍາຫລວດ​ໄດ້​ປະຕິ​ເສດ​ລາຍ​ງານດັ່ງກ່າວ ​ແລະເວົ້າ​ວ່າ​ ສາ​ເຫດ​ຂອງ​ການ​
ໂຈມ​ຕີ​ຍັງບໍ່ເປັນ​ທີ່​ຮູ້​ກັນ​ເທື່ອ.

ຕໍາຫລວດ ​ໄດ້​ສະ​ເໜີ​ມອບ​ເງິນລາງວັນ 16,000 ​ໂດ​ລາ​ ໃຫ້ແກ່​ຜູ້​ທີ່​ສາມາດ​ໃຫ້​ຂໍ້​ມູນ
ທີ່​ນໍາ​ໄປ​ສູ່ການ​ຈັບ​ກຸມຜູ້​ທໍາການໂຈມ​ຕີ. ​ຂ່າວ​ນີ້​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ ຢູ່​ໃນ​ກຸ່ມ
ຊາວ​ຈີນ ຜູ້​ຊົມ​ໃຊ້​ສື່ສັງຄົມທັງຫລາຍ ​ທີ່ພາກັນ​ຮຽກຮ້ອງ​ເອົາຄວາ​ມ​ຍຸຕິ​ທໍາ​ ໃຫ້​ເດັກ
​ຊາຍ​ຄົນ​ນັ້ນ.

ຈີນ​ໄດ້ປະສົບ​ກັບ ​ບັນຫາ​ການຂາດ​ເຂີນ​ແກ້ວ​ກະຈົກ​ຕາ ​ແລະ​ອະ​ໄວ​ຍະ​ວະ​ອື່ນໆ​ຂອງ
ຮ່າງກາຍ​ ສໍາ​ລັບໃຊ້​ໃນການ​ຜ່າຕັດ​ ​ຍ້ອນວ່າ ບໍ່​ມີ​ຜູ້​ສະມັກ​ໃຈ​ບໍລິຈາກ​ອະ​ໄວ​ຍະ​ວະ
​ຂອງ​ຮ່າງກາຍ.

XS
SM
MD
LG