ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສອ​ງ​ຄົນ​ທີ່​ເກີດ​ຢູ່​ຈີນ ຖືກ​ລະ​ບຸ​ຊື່ ໃນ​ແຜນ​ກາ​ນ​ຫຼອກ​ລວງ ເພື່ອ​ສ້າງ​ອິດ​ທິ​ພົນ ຢູ່​ສະ​ຫະ​ປະ​ຊາ​ຊາດ


ທ້າວ​ແຄ​ຣີ ຢານ ພວມ​ກ່າວ​ຢູ່ກອງ​ປະ​ຊຸມ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ທີ່​ຫ້ອງ​ປະ​ຊຸມ​ຢູ​ແນັ​ສ​ໂກ ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ທີ 25 ກໍ​ລະ​ກົດ 2017.
ທ້າວ​ແຄ​ຣີ ຢານ ພວມ​ກ່າວ​ຢູ່ກອງ​ປະ​ຊຸມ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ທີ່​ຫ້ອງ​ປະ​ຊຸມ​ຢູ​ແນັ​ສ​ໂກ ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ທີ 25 ກໍ​ລະ​ກົດ 2017.

ການ​ສືບ​ສວນ​ທີ່​ພິມ​ເຜີຍ​ແຜ່​ໃນ​ໃນ​ວັນ​ອັງ​ຄານ​ວານນີ້​ ໂດຍ​ຕາ​ໜ່າງ​ສື່​ສານມວນ​ຊົນ​ໂລກ ກ່າວຫາ​ວ່າ ສອງຄົນ​ທີ່ມີ​ເຊື້ອ​ສາຍ​ຈີນ ຊຶ່ງ​ກ່ອນ​ໜ້ານີ້​ເຄີຍ​ຖືກ​ຟ້ອງ​ມາ ​ແລ້ວ ຢູ່​ໃນ​ສານ​ຂອງ​ສະ​ຫະ​ລັດ ຍ້ອນ​ໃຫ້​ເງິນ​ສິນ​ບົນ ໄດ້​ຈ່າຍ​ເງິນ​ຫຼາຍກວ່າ 1 ລ້ານ​ໂດ​ລາ​ສະ​ຫະ​ລັດ ໃຫ້​ແກ່​ນັກ​ການ​ທູດ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ເຂົ້າ​ໄປ​ໃນ​ສຳ​ນັກ​ງານ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ນິວຢອກ.

ໂຄງ​ການ​ລາຍ​ງານ​ກ່ຽວ​ກັບ​ອົງ​ການ​ອາ​ຊະ​ຍາ​ກຳ​ແລະ​ການ​ສໍ້​ລາດ​ບັງ​ຫຼວງທີ່​ເອີ້ນ​ຫຍໍ້​ວ່າ OCCRP ແຈ້ງວ່າ ທ້າວ​ແຄ​ຣີ ຢານ (Cary Yan) ແລະ ​ຜູ້​ຊ່ວຍ​ຂອງ​ລາວ ນາງ​ຈີນ​າ ຊູ (Gina Zhou) ໄດ້​ຈ່າຍ​ເງິນ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງເປັນ​ເວ​ລາ​ຫຼາຍໆປີ ເພື່ອ​ເຂົ້າ​ໄປ ແລະ​ຊອກ​ຫາ​ຊ່ອງ​ທາງ​ໃນ​ການ​ສ້າງ​ຕັ້ງ​ອົງ​ການໆ​ກຸ​ສົນ ທີ່​ສາ​ມາດ​ເຂົ້າ​ຮ່ວມ ກັບ​ສະ​ພາ​ເສດ​ຖະ​ກິດ​ແລະ​ສັງ​ຄົມ ຫຼື ECOSOC ຂອງ​ສະ​ຫະ​ປະ​ຊ​າ​ຊາດ.

ໃນ​ຕົ້ນ​ປີນີ້ ທ້າວ​ຢານ​ໄດ້​ຖືກ​ຕັດ​ສິນ​ໂທດ ໃນ​ຄະ​ດີ​ນຶ່ງ​ອີກ​ຕ່າງ​ຫາກ ໃຫ້​ຕິດ​ຄຸກ​ເປັນ​ເວ​ລາ 3 ປີແລະ​ 6 ເດືອນ ໂດຍ​ສານ​ລັດ​ຖະ​ບານ​ກາງ​ທີ່​ນະ​ຄອນ​ນິວຢອກ ຫຼັງ​ຈາກ​ໄດ້​ຍອມ​ຮັບ​ຜິດໃນ​ການ​ຈ່າຍ​ເງິນ​ຫຼາຍ​ສິບ​ພັນ​ໂດ​ລາ ຖານ​ໃຫ້​ສິນ​ບົນ​ແກ່​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ລັດ​ໝູ່​ເກາະ​ມາ​ໂຊ​ລ (Marshall) ເພື່ອ​ແລກ​ກັບ​ການ​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ ທີ່​ຈະ​ໃຫ້​ຜົນ​ປະ​ໂຫຍດ​ແກ່​ທຸ​ລະ​ກິດ​ຂອງ​ລາວ. ຜູ້​ຊ່ວຍ​ຂອງ​ທ້າວ​ຢານ ນາງ​ຊູ ໄດ້​ຖືກ​ຕັດ​ສິນ​ໃຫ້​ຕິດ​ຄຸກ 2 ປີ​ແລະ 7 ເດືອນຍ້ອນ​ບົດ​ບາດ​ຂອງ​ນາງ​ກ່ຽວ​ກັບ​ແຜນ​ການ​ດັ່ງ​ກ່າວ ແລະ​ຫຼັງ​ຈາກນັ້ນ​ກໍ​ໄດ້​ຖືກ​ປ່ອຍ​ໂຕ​ແລະ​ຖືກ​ເນ​ລະ​ເທດ​ໄປ​ຍັງ​ໝູ່​ເກາະ​ມາ​ໂຊ​.

ອີງ​ຕາມ​ລາຍ​ງານ​ແລ້ວ ບຸກ​ຄົນ​ທັງ​ສອງ​ໄດ້​ຕັດ​ຊາດ​ເປັນ​ຄົນ​ໝູ່​ເກາະ​ມາ​ໂຊ​ ​ຊຶ່ງ​ຕົ້ນ​ຕໍ​ນັ້ນແມ່ນ​ເປັນ​ຄົນ​ຈີນ ແຕ່​ແນວ​ໃດ​ກໍ​ຕາມ ອົງ​ການ OCCRP ໄດ້​ອ້າ​ງ​ຄຳ​ເວົ້າ ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ໝູ່​ເກາະ​ດັ່ງ​ກ່າວ ທີ່​ເວົ້າ​ວ່າ ທ່ານ​ນາງ​ບໍ່​ຮູ້​ຈັກ​ວ່າ ພວກ​ເຂົາ​ໄດ້​ຮັບ​ສັນ​ຊາດ​ແບບ​ໃດ.

​ລາຍ​ງານ​ຂອງອົງ​ການ OCCRP ແຈ້ງວ່າ ກ່ອນ​ບຸກ​ຄົນ​ທັງ​ສອງ ​ເລີ້ມ​ດຳ​ເນີນ​ງານ​ກ່ຽວ​ກັບ​ແຜນ​ການ​ຂອງ​ໝູ່​ເກາະ​ມາ​ໂຊ​ນັ້ນ ພວກ​ເຂົາ​ແມ່ນ​ເຄີຍ​ພົວ​ພັນ​ກັບ​ແຜນ​ການ​ທີ່​ຈະ​ຊື້​ອິດ​ທິ​ພົນ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ມາ​ແລ້ວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG