ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທາງການຈີນ ລົງໂທດພົນລະເມືອງຂອງຕົນ ທີ່ນຳໃຊ້ ສື່ສັງຄົມຂອງຕ່າງປະເທດ


ພວກຜູ້ທ່ຽວຊົມ ຍ່າງຜ່ານຮ້ານສື່ສັງຄົມຍັກໃຫຍ່ ເຟສບຸກ Facebook ຢູ່ທີ່ງານວາງສະແດງສິນຄ້າ ສົ່ງອອກ-ນຳເຂົ້າສາກົນ ນະຄອນຊຽງໄຮ້, ວັນທີ 6 ພະຈິກ 2019.
ພວກຜູ້ທ່ຽວຊົມ ຍ່າງຜ່ານຮ້ານສື່ສັງຄົມຍັກໃຫຍ່ ເຟສບຸກ Facebook ຢູ່ທີ່ງານວາງສະແດງສິນຄ້າ ສົ່ງອອກ-ນຳເຂົ້າສາກົນ ນະຄອນຊຽງໄຮ້, ວັນທີ 6 ພະຈິກ 2019.

ບັນດາເຈົ້າໜ້າທີ່ຂອງພັກຄອມມິວນິສຈີນ ປາກົດວ່າ ໄດ້ທຳການຂົ່ມຂູ່ແລະລົງໂທດພວກຜູ້ຊົມໃຊ້ອິນເຕີເນັດຊາວຈີນຫຼາຍຂຶ້ນ ຜູ້ທີ່ໄດ້ນຳເອົາບົດຄວາມອອກເຜີຍແຜ່ ໃນສື່ສັງຄົມຕ່າງໆຂອງຕ່າງປະເທດ ເຊັ່ນວ່າ ທວິດເຕີ້ ເຟສບຸກ ແລະຢູທູບ.

ລັດຖະບານຈີນ ໄດ້ໃຊ້ລະບົບກີດກັ້ນ ບໍ່ໃຫ້ເຂົ້າຫາໄດ້ເວັບໄຊ້ຕ່າງໆເຫຼົ່ານັ້ນ ແຕ່ພວກຜູ້ຊົມໃຊ້ ກໍສາມາດໃຊ້ລະຫັດ VPNs ແລະເທັກໂນໂລຈີອື່ນໆເພື່ອຫລີກລ້ຽງມັນໄດ້.

ພວກຊາວຈີນເຫຼົ່ານີ້ທີ່ກຳລັງມີຫຼາຍຂຶ້ນນັບມື້ ເອີ້ນວ່າ “ຊາວເນັດ ຫຼື netizens” ໄດ້ຖືກເຕືອນບໍ່ໃຫ້ເຂົ້າໄປໃນລະບົບສື່ສັງຄົມດັ່ງກ່າວ ແລະບໍ່ໃຫ້ເຜີຍແຜ່ຫຼືໂພສລົງ ແລະໄດ້ຖືກບັງຄັບໃຫ້ລຶມອອກຂໍ້ຄວາມນຳລົງທີ່ບໍ່ເອື້ອອຳນວຍແກ່ລັດຖະບານ. ພວກເຂົາຈຳນວນນຶ່ງ ຍັງໄດ້ຖືກຕັດສິນລົງໂທດໃຫ້ຈຳຄຸກໄລຍະນຶ່ງ.

ທ່ານນາງກາວ ຢູ ນັກຂ່າວອິດສະຫຼະຜູ້ເກົ່າແກ່ ແລະເປັນຜູ້ທີ່ບໍ່ເຫັນດີເຫັນພ້ອມກັບລັດຖະບານ ໄດ້ຖືກຂົ່ມຂູ່ໂດຍຕຳຫຼວດ ຊ້ຳແລ້ວຊ້ຳອີກສຳລັບການເຂົ້າໄປຊົມໃນທວິດເຕີ້ ແລະຂຽນບົດຄວາມລົງ.

ໃນລະຫວ່າງ ວັນຄົບຮອບຂອງການສັງຫານໝູ່ຢູ່ທີ່ຈັດຕຸລັດຖຽນອັນເໝິນໃນປີນີ້ພວກຕຳຫຼວດຮັກສາຄວາມສະຫງົບແຫ່ງຊາດ ໄດ້ເຕືອນທ່ານນາງບໍ່ໃຫ້ນຳລົງສິ່ງໃດໆ ໃນຊ່ວງເວລາທີ່ອ່ອນໄຫວທາງດ້ານການເມືອງນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG