ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍານອະວະກາດຈີນ ເຂົ້າຈອດ ເຊື່ອມຕໍ່ເຂົ້າກັບ ຍານທົດລອງແລ້ວ


ນັກອະວະກາດຈີນ ຈາກຊ້າຍ: Liu Yang, Jing Haipeng ກັບ Liu Wang ຄໍານັບ ກ່ອນຈະໄປຂື້ນຍານອະວະກາດ Shenzhou 9 ຢູ່ສູນກາງສົ່ງດາວທຽມ Jiuquan ທີ່ເມືອງ Jiuquan, ປະເທດຈີນ, ວັນເສົາ ທີ 16 ມີຖຸນາ 2012.
ນັກອະວະກາດຈີນ ຈາກຊ້າຍ: Liu Yang, Jing Haipeng ກັບ Liu Wang ຄໍານັບ ກ່ອນຈະໄປຂື້ນຍານອະວະກາດ Shenzhou 9 ຢູ່ສູນກາງສົ່ງດາວທຽມ Jiuquan ທີ່ເມືອງ Jiuquan, ປະເທດຈີນ, ວັນເສົາ ທີ 16 ມີຖຸນາ 2012.

ນັກ​ອະວະກາດຈີນ​ສາມ​ຄົນ​ໄດ້ ​ເຂົ້າ​ໄປ​ຢູ່​ໃນ​ຍານອ​ະວະ​ກາດທົດ​ລອງ​ ​ໃນ​ວັນ​ຈັນ​ມື້​ນີ້
ຊຶ່ງ​ເປັນ​ບາດກ້າວ​ອັນ​ຫລ້າ​ສຸດ​ໃນ​ຄວາມພະ​ຍາ​ຍາມຂອງປັກ​ກິ່ງ ເພື່ອສ້າງ​ສະຖານີ
ອະວະກາດ​ຖາວອນນັ້ນ.

ຍານ​ອະ​ວະ​ກາດ ​ເຊິ​ນ​ໂຈ 9 ​ພ້ອມ​ກັບະ​ນັກ​ອະວະກາດ​ສາມ​ຄົນ ຮວມ​ທັງນັກ​ອະວະກາດ
ຍິງຄົນ​ທໍາ​ອິດຂອງຈີນ​ ໄດ້​ເຂົ້າຈອດເຊື່ອມ​ຕໍ່ກັບຍານ​ອະວະກາດທົດ​ລອງ ຕຽນ​ກອງ 1
​ໃນ​ເວລາປະມານບ່າຍ 2 ​ໂມງ​ ຕາມ​ເວລາ​ໃນ​ລາວ​.

ທັງ​ສາມ​ຄົນ​ຈະໃຊ້​ເວລາ​ເກືອບສອງ​ອາທິດ ທໍາ​ການ​ທົດ​ລອງຕ່າງໆ​ຢູ່​ໃນ​ຍານທົດ​ລອງ
ກ່ອນຈະ​ກັບ​ຄືນ​ມາສູ່​ໂລກ​ມະ​ນຸດ.

ຍານ​ອະວະກາດ Shenzhou 9 ​ໄດ້ຖືກ​ສົ່ງ​ຂື້ນ ​ຈາກສູນ​ກາງສົ່ງ​ດາວ​ທຽມ ຈິ​ວຈວນ
ຢູ່​ແຄມທະ​ເລ​ຊາຍ Gobi ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງຈີນ ເມື່ອວັນ​ເສົາຜ່ານ​ມາ​.

ການ​ສົ່ງຍານ​ອະວະກາດ​ທີ່​ມີ​ຄົນ​ຂັບ​ຂອງ​ຈີນ​ ​ຂື້ນສູ່​ວົງ​ໂຄຈອນເທື່ອຫລ້າສຸດ​ ​ໄດ້​ມີ​ຂຶ້ນ
ໃນເດືອນກັນຍາ ປີ 2009.

XS
SM
MD
LG