ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍຈີນ ພາ​ກັນ ປະທ້ວງ ຕໍ່ໜ້າສະຖານທູດ ລາວ ໃນນະຄອນຫຼວງ ວໍຊິງຕັນ ຂອງ ສຫລ ຮຽກຮ້ອງ ໃຫ້ປ່ອຍ ທ່ານ ລູ ຊີເວ


ຊາວອາເມຣິກັນເຊື້ອສາຍຈີນ ພາກັນໄປປະທ້ວງຢູ່ຕໍ່ໜ້າສະຖານທູດ ສປປ ລາວ ຢູ່ນະຄອນຫຼວງວໍຊິງຕັນ ຂອງສະຫະລັດ

ຊາວອາເມຣິກັນເຊື້ອ​ສາຍ​ຈີນ​ປະ​ມານຊາວກວ່າຄົນ ໄດ້ພາກັນໄປປະທ້ວງ ຢູ່ຕໍ່ໜ້າ ສະຖານທູດ ສ​ປ​ປ ລາວ ປະ​ຈຳ​ສະ​ຫະ​ລັດ ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ ໃນວັນອັງຄານວານນີ້ ເພື່ອຮຽກຮ້ອງໃຫ້ປ່ອຍຕົວທະນາຍຄວາມສິດທິມະນຸດ. ເມື່ອເວລາ ບ່າຍສອງໂມງ ບັນດາຜູ້ປະທ້ວງພາກັນຖືປ້າຍສີຂາວແລະສີຟ້າ ທີ່ຂຽນຂໍ້ຄວາມເປັນພາສາຈີນ ແລະພາສາອັງກິດ ພ້ອມດ້ວຍຮູບພາບຂອງທະນາຍຄວາມສິດທິມະ ນຸດ ຊາວຈີນ ຄື​ ທ່ານລູ ຊີເວ ທີ່ທາງການລາວໄດ້ຈັບກຸມເມື່ອວັນທີ 28 ກໍລະກົດ ແລະຮູບພາບຂອງປະທານປະເທດຈີນ ສີ ຈິ້ນຜິງ. ພວກເຂົາເຈົ້າປ່ຽນກັນຂຶ້ນກ່າວຄຳປາໄສເປັນພາສາຈີນກາງ ໂດຍໃຊ້ເຄື່ອງຂະຫຍາຍສຽງ. ນຶ່ງໃນຜູ້ປະທ້ວງໃຫ້ສຳພາດກັບວີໂອເອ ພະແນກພາສາຈີນກາງວ່າ “ຂ້ອຍຫວັງວ່າ ລັດຖະບານສາມາດປ່ອຍຕົວທະນາຍຄວາມສິດທິມະນຸດຂອງພວກ ເຮົາ. ຂ້ອຍຫວັງວ່າ ພວກເຂົາຈະບໍ່ຮ່ວມມືກັບລັດຖະບານຈີນ. ລັດຖະບານຈີນ ແມ່ນມານຮ້າຍ. ຢ່າຢູ່ຄຽງຂ້າງກັບມານຮ້າຍ. ຢ່າຕໍ່ຕ້ານບັນດາປະເທດທີ່ມີ ປະຊາທິປະໄຕ. ຂ້ອຍຫວັງວ່າ ພວກເຂົາສາມາດປ່ອຍໂຕທະນາຍຄວາມຜູ້ນີ້.”

ທະນາຍຄວາມສິດທິມະນຸດອີກຄົນນຶ່ງ ກໍໄດ້ໃຫ້ສຳພາດເຊັ່ນກັນ ຊຶ່ງທ່ານນາງກ່າວວ່າ “ບັນດາປະເທດຂອງເອເຊຍຕາເວັນອອກສຽງໃຕ້ເຫຼົ່ານີ້ ໄດ້ກາຍເປັນຜູ້ສົມຮູ້ຮ່ວມຄິດກັບພັກຄອມມິວນິສຂອງຈີນ ຫຼື (CCP). ພວກເຂົາຮ່ວມມືກັບ CCP ເພື່ອຄວບຄຸມໂຕພວກຜູ້ທີ່ຄັດຄ້ານ. ສຳລັບຄົນຄືກັບພວກເຮົາ ການຫລົບໜີອອກມາຈາກ CCP ແມ່ນຍາກລຳບາກທີ່ສຸດ ແລະແມ່ນກະທັງເປັນໄພອັນຕະລາຍຕໍ່ຊີວິດ. ພວກເຮົາຕ້ອງຜ່ານຄວາມທຸກຍາກອັນໃຫຍ່ຫຼວງເພື່ອສະແຫວງຫາອິດສະລະພາບ. ແຕ່ປະເທດເຫຼົ່ານີ້ ໜ້າເສຍໃຈ ບໍ່ພຽງແຕ່ ບໍ່ຊ່ອຍເຫຼືອພວກຜູ້ທີ່ຖືກປະຮັດປະຫານແລ້ວ ແຕ່ພວກເຂົາຜັດຊ່ອຍ CCP ເພື່ອຈັບກຸມບຸກຄົນເຫຼົ່ານັ້ນ.”

ຂໍອະໄພ: ໃນເບື້ອງຕົ້ນພວກເຮົາໄດ້ຮັບລາຍງານຈາກພະແນກພາສາຈີນກາງ ທີ່ວ່າ: "ທາງ​ຝ່າຍ​ເຈົ້າ​ໜ້າ​ທີ່​ສະ​ຖານ​ທູ​ດ​ລາວ ກໍ​ບໍ່​ໄດ້ປາ​ກົດ​ໂຕ​ອອກ​ມາຕອບ​ໂຕ້ ຫລື​ໂອ້​ລົມ​ກັບພວກ​ປະ​ທ້ວງ​ແຕ່​ຢ່າງ​ໃດ."

ພາຍຫຼັງຈາກທີ່ພວກເຮົາໄດ້ອອກອາກາດໄປແລ້ວບໍ່ດົນ ກໍໄດ້ຮັບການຊີ້ແຈງຈາກພະແນກພາສາຈີນກາງວ່າ ບັນດາຜູ້ປະທ້ວງໄດ້ໂອ້ລົມກັບທາງເຈົ້າໜ້າທີ່ຂອງສະຖານທູດລາວ ແລະໄດ້ຍື່ນເອກະສານຈຳນວນນຶ່ງກ່ຽວກັບຄຳຮຽກຮ້ອງຂອງພວກເຂົາເຈົ້າ ທີ່ຂຽນເປັນພາສາຈີນ ໃຫ້ກັບເຈົ້າໜ້າທີ່ສະຖານທູດລາວ.

XS
SM
MD
LG