ເອກອັກຄະລັດຖະທູດຈີນ ປະຈຳນະຄອນຫຼວງພະນົມເປັນ ກ່າວວ່າ ສະຫະພາບຢູໂຣບ
ບໍ່ຄວນເອົາເລື້ອງການເມືອງໄປປະປົນກັບການຄ້າ ໃນຂະນະທີ່ສະຫະພາບຢູໂຣບຫຼືອີຢູ
ກຳລັງພິຈາລະນາ ການໃຫ້ສິດພິເສດໃນການສົ່ງສິນຄ້າ ຂອງກຳປູເຈຍ ເຂົ້າໄປຂາຍໃນ
ຕະຫຼາດອີຢູ ເພື່ອເປັນການຕອບໂຕ້ຕໍ່ການທີ່ ປະເທດດັ່ງກ່າວ ພວມຖອຍກັບຄືນໄປສູ່
ລະບອບຜະເດັດການ.
ສະຫະພາບຢູໂຣບຫາກໍ່ສະຫລຸບ ການສົ່ງຄະນະຄົ້ນຄວ້າຫາຄວາມຈິງໄປກຳປູເຈຍ ເພື່ອພິຈາລະນາວ່າ ຖ້າຫາກທຸກສິ່ງຢ່າງ ແຕ່ຍົກເວັ້ນການຄ້າອາວຸດຫລື EBA ຄວນຖືກຖອນ ລຸນຫລັງທີ່ມີການເອົາບາດກ້າວ ເຊັ່ນ ການຍຸບພັກຝ່າຍຄ້ານທີ່ເປັນທາງເລືອກ ພຽງພັກ
ດຽວເທົ່ານັ້ນ ຢູ່ໃນການເລືອກຕັ້ງແຫ່ງຊາດໃນເດືອນນີ້.
ຫຼັງຈາກການກ່າວຄຳປາໄສຢ່າງເປີດເຜີຍກ່ຽວກັບການລິເລີ້ມ ນຶ່ງແລວທາງນຶ່ງເສັ້ນທາງ
ຂອງຈີນ ຕໍ່ບັນດານັກສຶກສາໃນວັນອັງຄານທີ່ຜ່ານມາຢູ່ມະຫາວິທະຍາ ໄລກໍາປູເຈຍແລ້ວ ເອກອັກຄະລັດຖະທູດ ຊິອົງ ໂບ ກໍໄດ້ກ່າວຢ້ຳວ່າ ການຄ້າເສລີ ບໍ່ຄວນໄດ້ຮັບຜົນກະທົບ ໃນການຕັ້ງເງື່ອນໄຂລ່ວງໜ້າທາງການເມືອງໃນ ການຕອບຄຳຖາມ ກ່ຽວກັບ EBA.
ທ່ານໄດ້ກ່າວຜ່ານນາຍພາສາວ່າ “ເພາະສະນັ້ນຂ້າພະເຈົ້າຄິດວ່າໃນກໍລະນີຂອງ
ຄວາມສໍາພັນດ້ານການຄ້າລະຫວ່າງສະຫະພາບຢູໂຣບ ແລະກໍາປູເຈຍ ຂ້າພະເຈົ້າ
ຄິດວ່າ ຄວາມສຳພັນດ້ານການຄ້າເຫຼົ່ານີ້ ຄວນຈະປະຕິບັດອີງຕາມກົດລະບຽບ
ທາງດ້ານເສດຖະກິດ ແລະການຄ້າ ແຕ່ບໍ່ຄວນປ່ຽນແປງອີງຕາມເຫດຜົນທາງການ
ເມືອງໃດໆ.”
ທ່ານກ່າວວ່າ “ບໍ່ກ່ຽວກັບວ່າສະຫະພາບຢູໂຣບຈະເຮັດຢ່າງໃດ ຈີນຈະຢືນຢູ່ຢ່າງແຂງ
ຂັນໃນການຂະຫຍາຍແລະລົງເລິກການຮ່ວມມືຂອງພວກເຮົາກັບກໍາປູເຈຍຢູ່ໃນທຸກ
ຂະແໜງການ ໂດຍສະເພາະ ໃນເລື້ອງການຄ້າ ແລະຄວາມສຳພັນທາງ ດ້ານ
ເສດຖະກິດ.’
ຈີນໄດ້ຊ່ວຍກຳປູເຈຍ ຫຼາຍພັນລ້ານໂດລາ ໂດຍຜ່ານການລົງທືນ ການໃຫ້ເງິນ ກູ້ຢືມແບບຜ່ອນຜັນ ແລະການຊ່ວຍເຫຼືອລ້າໃນໄລຍະສອງສາມປີມານີ້ ຊຶ່ງເປັນ ການບ່ອນ
ທຳລາຍເພີ້ມຂຶ້ນ ຕໍ່ອິດທິພົນຂອງປະເທດມະຫາອຳນາດຕາເວັນຕົກ ຢູ່ໃນກຳປູເຈຍ.