ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກິດຈະກຳໃໝ່ ຂອງຈີນ ຢູ່ໃນທະເລຈີນໃຕ້ ສ້າງຜົນກະທົບ ໃຫ້ແກ່ ມິດຕະພາບ ຟີລິບປິນ-ຈີນ


ແຜນທີ່ ສະແດງໃຫ້ເຫັນ ເກາະ Thitu, ໃນໝູູ່ເກາະ Spratly
ແຜນທີ່ ສະແດງໃຫ້ເຫັນ ເກາະ Thitu, ໃນໝູູ່ເກາະ Spratly

ມີລາຍງານຕ່າງໆ ວ່າ ໃນເດືອນນີ້ ກຳປັ່ນຂອງຈີນຫຼາຍລຳ ໄດ້ແລ່ນເຂົ້າໃກ້ເຂດແດນ
ທີ່ຟີລິບປິນຄວບຄຸມ ທີ່ເປັນບັນຫາຂັດແຍ້ງກັນ ຢູ່ໃນທະເລຈີນໃຕ້ ເຊິ່ງໄດ້ກໍ່ໃຫ້ເກີດ
ການອະພິປາຍຢ່າງໜັກ ໃນນະຄອນຫຼວງມານີລາ ທີ່ອາດຈະລົບກວນສາຍພົວພັນ
ແບບເພື່ອນມິດ ໄລຍະໜຶ່ງປີ ທີ່ບອບບາງ ລະຫວ່າງ ທັງສອງຝ່າຍ.

ການກ່າວອ້າງ ກຳມະສິດ ເຂດແດນ ໃນທະເລຈີນໃຕ້
ການກ່າວອ້າງ ກຳມະສິດ ເຂດແດນ ໃນທະເລຈີນໃຕ້

ກຳປັ່ນຈາກຈີນ ໄດ້ຕິດຕັ້ງຫລັກທຸງ ຍາວ 3 ແມັດ ໃສ່ເກາະ Sandy Cay ທີ່ຄວບຄຸມ
ໂດຍ ຟີລິບປິນ ຊຶ່ງນອນຢູ່ໃນພື້ນທີ່ ຂອງໝູ່ເກາະ Spratly ຂອງທະເລຈີນໃຕ້ ໃນ
ລະຫວ່າງ ຫຼື ກ່ອນສັບປະດາທີ 3 ຂອງເດືອນກໍລະກົດ ດັ່ງທີ່ສະມາຊິກສະພາ ທ່ານ
Gary Alejano ໄດ້ກ່າວຜ່ານທາງ Facebook. ທ່ານກ່າວຕື່ມວ່າ ພວກກຳປັ່ນ ຂອງ ກອງທັບເຮືອ ແລະ ໜ່ວຍຍາມຝັ່ງຂອງຈີນ ໄດ້ແລ່ນຜ່ານໃກ້ໆ ແຫ່ງດັ່ງກ່າວ ໃນວັນ
ທີ 12 ສິງຫານີ້.

ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ສະແດງທ່າທາງ ໃນລະຫວ່າງ ງານລ້ຽງ ຄົບຮອບ 19 ປີ ຂອງການສ້າງຕັ້ງ ອາສາສະໝັກ ຕໍ່ຕ້ານອາຊະຍາກຳ ແລະ ການສໍ້ລາດບັງຫລວງ ຢູ່ທີ່ ທຳນຽບປະທານາທິບໍດີ Malacanang ຂອງຟີລິບປິນ, ວັນທີ 16 ສິງຫາ 2017.
ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ສະແດງທ່າທາງ ໃນລະຫວ່າງ ງານລ້ຽງ ຄົບຮອບ 19 ປີ ຂອງການສ້າງຕັ້ງ ອາສາສະໝັກ ຕໍ່ຕ້ານອາຊະຍາກຳ ແລະ ການສໍ້ລາດບັງຫລວງ ຢູ່ທີ່ ທຳນຽບປະທານາທິບໍດີ Malacanang ຂອງຟີລິບປິນ, ວັນທີ 16 ສິງຫາ 2017.

ພາບຖ່າຍຕ່າງໆ ໂດຍ ອົງການລິເລີມເພື່ອຄວາມໂປ່ງໃສ ການເດີນເຮືອທາງທະເລ
ຂອງເອເຊຍ ພາຍໃຕ້ ສູນກາງເພື່ອຍຸດທະສາດ ແລະ ການສຶກສາສາກົນ ທີ່ເປັນ
ອົງການວິເຄາະ ຂອງສະຫະລັດ ສະແດງໃຫ້ເຫັນວ່າ ເຮືອຫາປາຂອງຈີນ 9 ລຳ ແລະ
ກຳປັ່ນກອງທັບເຮືອ ຫຼື ກຳປັ່ນພິທັກກົດໝາຍ ສອງລຳ ແລ່ນຜ່ານ ໃນວັນທີ 13 ສິງຫາ
ໃກ້ໆ ເກາະ Thitu ຢູ່ໃນໝູ່ເກາະ Spratly ທີ່ມີພົນລະເຮືອນຟີລິບປິນ ອາໄສຢູ່ ຫຼາຍ
ກວ່າ 100 ຄົນ.

ທ່ານ Euan Graham ຜູ້ອຳນວຍການ ດ້ານຄວາມໝັນຄົງສາກົນ ຢູ່ທີ່ ສະຖາບັນ
Lowy ເພື່ອນະໂຍບາຍສາກົນ ໃນນະຄອນ Sydney ກ່າວວ່າ “ມັນອາດເປັນທາງໜຶ່ງ
ທີ່ຈະທົດສອບ ລັດຖະບານ ຟີລິບປິນ ໃນຂະນະນີ້ ລອງໆເບິ່ງວ່າ ຈະມີການຕອບໂຕ້
ອັນທີ່ພວກເຂົາອາດຈະບໍ່ຖືກຈັບໄດ້ ແລະ ຍັງຈະເຫັນວ່າ ຈະຖືກຕອບໂຕ້ ຄືນມາຫຼາຍ
ຊ່ຳໃດ ຈາກລະບົບຂອງຟີລິບປິນ ແຕ່ບໍ່ມີການຕອບໂຕ້ຄືນຫຼາຍປານໃດ.”


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG