ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຈີນປ່ອຍນັກເຄື່ອນໄຫວຕາບອດ


ກຸ່ມປົກປ້ອງສິດທິມະນຸດກຸ່ມນຶ່ງ ລາຍງານວ່າ ນັກເຄື່ອນໄຫວ ຕາບອດຊາວຈີນ ທີ່ໄດ້ຕິດຄຸກ ຍ້ອນໄດ້ເປີດເຜີຍ ການກະທຳ ຜິດກ່ຽວກັບນະໂຍບາຍປະຊາ ກອນເດັກນ້ອຍຂອງຈີນນັ້ນໄດ້ ຖືກປ່ອຍໃຫ້ເປັນອິດສະຫຼະແລ້ວ ລຸນຫຼັງທີ່ໄດ້ຖືກຈຳຄຸກມາ ເປັນເວລາ 4 ປີ.

ນາຍ Chen Guangcheng ໄດ້ຖືກຕັດສິນໂທດວ່າ ມີຄວາມຜິດໃນປີ 2006 ໃນຂໍ້ຫາ ສ້າງຄວາມເສຍຫາຍ ໃຫ້ແກ່ຊັບສິນ ແລະຈັດໃຫ້ຜູ້ຄົນ ລົບກວນການຈະລາຈອນ. ການ​ຕັດສິນ​ຜູ້ກ່ຽວ​ ໄດ້​ມີ​ຂຶ້ນຫຼັງຈາກ ລາວໄດ້ກ່າວຫາ ເຈົ້າໜ້າທີ່ວາງແຜນຄອບຄົວ ໃນແຂວງ Shangdong ທາງພາກຕາເວັນອອກຂອງຈີນວ່າ ບັງຄັບໃຫ້ພວກແມ່ຍິງຈຳນວນຫຼາຍພັນ ຄົນ ທີ່ຖືພາມານຫຼາຍເດືອນແລ້ວນັ້ນ ເຮັດແທ້ງຫລືບໍ່ກໍເຮັດໝັນ.

ຂ່າວກ່ຽວກັບການປ່ອຍ ນາຍ Chen ນີ້ ໄດ້ມີການລາຍງານໃຫ້ຊາບ ໂດຍພວກປົກປ້ອງ ສິດທິມະນຸດຈີນ ຊຶ່ງເປັນຕາໜ່າງ ຂອງພວກນັກເຄື່ອນໄຫວ ໃນດ້ານສິດທິມະນຸດ.

ຄອບຄົວຂອງນາຍ Chen ເວົ້າວ່າ ລາວໄດ້ຖືກທຸບຕີ ໃນລະຫວ່າງທີ່ຢູ່ໃນຄຸກ ແລະນອກ ນັ້ນ ຜູ້ກ່ຽວຍັງໄດ້ປ່ວຍ ເປັນໂຣກກະເພາະ.

ນາຍ Chen ອາຍຸ 39 ປີ ໄດ້ຕາບອດມາ ແຕ່ຍັງເປັນເດັກນ້ອຍ. ລາວໄດ້ສຶກສາດ້ານກົດ ໝາຍດ້ວຍຕົວເອງ ແລະກາຍເປັນຜູ້ໃຫ້ຄຳແນະນຳ ແກ່ປະຊາຊົນໃນເຂດທ້ອງຖິ່ນ ຮວມທັງ ພວກເສຍອົງຄະ ແລະພວກພໍ່ໄຮ່ຊາວນາທີ່ເກີດບັນຫາຂັດແຍ້ງໃນເລື່ອງດິນກັບລັດຖະບານ.

XS
SM
MD
LG