ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຈີນ ໃຫ້ຄຳໝັ້ນສັນຍາ ຈະເອົາ ມາດຕະການ ເດັດຂາດ ຫຼັງຈາກ ການໂຈມຕີ ຢູ່ຊິນຈຽງ (ວີດີໂອ)


chinaattack1may14
please wait
Embed

No media source currently available

0:00 0:00:38 0:00

ເບິ່ງວີດີໂອ ເລື້ອງນີ້

ທ່ານ Xi Jinping ປະທານ​ປະ​ເທດ​ຈີນ​ ໃຫ້​ຄຳ​ໝັ້ນ​ສັນຍາ
ວ່າ ຈະເອົາ “ມາດຕະການແບບ​ເດັດຂາດ” ຫລັງ​ຈາກ​ມີ
ການວາງ​ລະ​ເບີດແລະ​ການ​ໂຈມ​ຕີ​ດ້ວຍ​ມີດທີ່​ພາ​ໃຫ້​ມີ​ຜູ້​ຄົນ
​ເສຍ​ຊີວິດ ຢູ່ສະຖານີ​ລົດ​ໄຟ​ແຫ່ງ​ນຶ່ງ​ ໃນ​ແຂວງຊິນ​ຈຽງ ​ໃນ​
ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ປະຊາຊົນ 3 ຄົນ​ເສຍ​ຊີວິດ ​ແລະ​ໄດ້
​ຮັບ​ບາດ​ເຈັບ ອີກ 79 ຄົນ ​ໃນ​ແລງ​ວັນ​ພຸດ​ວານ​ນີ້​ ເວລາ​ພວກ​
ໂຈມ​ຕີ ບີບຄະນວນລະ​ເບີດ​ໃຫ້ແຕກຂຶ້ນແລະ​ໃຊ້​ມີດ​ແທງພວກ​
ຄົນ​ໂດຍສານ​ທີ່​ສະຖານີ South Station ​ໃນ​ນະຄອນຫລວງ​
Urumqi ​ຂອງ​ຂົງເຂດດັ່ງກ່າວ.

ໜັງສືພິມປະຊາຊົນລາຍວັນຫລື People’s Daily ທາງ​ການຂອງ​ຈີນ ກ່າວ​ໃນ​ວັນ
ພະຫັດມື້​ນີ້​ວ່າ ພວກ​ທີ່​ເສຍ​ຊີວິດ 3 ຄົນ​ນັ້ນແມ່ນ​ຮວມທັງ​ພວກທີ່​ທຳ​ການ​ໂຈມ​ຕີ
2 ຄົນ ​ແຕ່​ຢ່າງ​ກໍ​ດີຍັງບໍ່ທັນ​ເປັນ​ທີ່​ຈະ​ແຈ້ງ​ຈາກ​ລາຍ​ງານວ່າ​ ແມ່ນ​ການ​ໂຈມ​ຕີ​ສະ
ລະ​ຊີບ​ຫຼື​ບໍ?.

ການ​ໂຈມ​ຕີ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ມື້​ດຽວ​ກັນກັບທີ່​ທ່ານ Xi Jinping ​ໄປ​ຢ້ຽມຢາມ​ແຂວງ​
ຊິນ​ຈຽງ ບ່ອນ​ທີ່​ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ທຳ​ການ​ບຸກ ໂຈມ​ຕີ​ຕໍ່​ອັນ​ທີ່​ລັດຖະ
ບານ​ຖື​ວ່າ ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ​ນັ້ນ.

ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ ​ໃນ​ວັນ​ພະຫັດ​ມື້​ນີ້ ​ໄດ້​ອ້າງ​ຄຳ​ເວົ້າ​ຂອງທ່ານ
Xi Jinping ທີ່ກ່າວວ່າ “ຈະ​ຕ້ອງ​ມີ​ການ​ເອົາມາດຕະ ການແບບເດັດຂາດ
ມ້າງ​ປາບ​ປາມແຮງ​ກະ​ຕຸ້ນ​ທີ່​ແຜ່​ຫຼາຍ​ຂອງ​ພວກ​ກໍ່​ການ​ຮ້າຍ​”
ນີ້.

ລັດຖະບານ​ໄດ້ຖິ້ມ​ໂທດ​ການ​ໂຈມ​ຕີ​ນີ້​ໃສ່​ພວກ​ຫົວ​ຮຸນ​ແຮງ​ຈັດ​ຈາກ​ພວກ ຊົນ​ກຸ່ມ
ນ້ອຍ​ມຸສລິ​ມເຜົ່າ Uighur​ ໃນ​ການໂຈມ​ຕີເພີ້ມຂຶ້ນທີ່ຕິດ​ຕໍ່​ກັນ​ມາ​ຫຼາຍຄັ້ງ ໃນ​ຫວ່າງ​
ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້.

ພວກ​ທີ່​ຕຳ​ໜິຕິຕຽນ​ລັດຖະບານ​ກ່າວ​ວ່າ ການ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​ນີ້​ແມ່ນ​ເກີດ​ຈາກ​ການ​ຈຳກັດ​ຮັດ​ແຄບ​ຕ່າງໆ​ຂອງ​ລັດຖະບານ​ຕໍ່​ຊີວິດ​ການ​ເປັນ​ຢູ່​ທາງດ້ານ​ສາສະໜາ​ຂອງ​ພວກ​ມຸສລິ​ມ ​ແລະ​ນະ​ໂຍບາຍ​ຕ່າງໆ​ຂອງ​ລັດຖະບານ​ ທີ່ສະໜັບສະໜຸນແຕ່
ພວກຊົນ​ກຸ່ມໃຫຍ່ ຄື​ຊົນ​ເຜົ່າ Han ນັ້ນ.
XS
SM
MD
LG