ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເບິ່ງຄືວ່າ ທ່ານ ສີ ຈິ່ນຜິງ ຈະໄດ້ຮັບຄວາມສ່ຽງ ຫຼາຍກວ່າເກົ່າ ໃນປີ 2018 ທັງຢູ່ໃນແລະນອກປະເທດ


ປະທານປະເທດ ຈີນ ແລະ ເລຂາທິການໃຫຍ່ພັກຄອມມູນິສ ຈີນ ທ່ານ ສີ ຈິ່ນຜິງ ຍົກມືຂອບໃຈ ຫຼັງຈາກການກ່າວຄຳປາໄສ
ໃນລະຫວ່າງການສະເໜີພັກຄອມມູນິສ ຂອງຄະນະກຳມະ
ການກົມການເມືອງ ຈີນ. ໃນຫໍປະຊຸມໃຫຍ່ຂອງນະຄອນ ປັກກິ່ງ. 25 ຕຸລາ 2017.
ປະທານປະເທດ ຈີນ ແລະ ເລຂາທິການໃຫຍ່ພັກຄອມມູນິສ ຈີນ ທ່ານ ສີ ຈິ່ນຜິງ ຍົກມືຂອບໃຈ ຫຼັງຈາກການກ່າວຄຳປາໄສ ໃນລະຫວ່າງການສະເໜີພັກຄອມມູນິສ ຂອງຄະນະກຳມະ ການກົມການເມືອງ ຈີນ. ໃນຫໍປະຊຸມໃຫຍ່ຂອງນະຄອນ ປັກກິ່ງ. 25 ຕຸລາ 2017.

ໃນປີ 2017, ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໄດ້ກາຍເປັນຜູ້ນຳທີ່ມີອຳນາດທີ່ສຸດ
ຂອງປະເທດໃນຮອບຫຼາຍທົດສະຫວັດ.

ແລະ ໃນຂະນະທີ່ທ່ານແບກຮັບອຳນາດ ແລະ ຄວາມຮັບຜິດຊອບຫຼາຍຂຶ້ນນັ້ນ, ບັນດາ
ນັກວິເຄາະກ່າວວ່າ ຈີນແມ່ນເບິ່ງຄືນວ່າຈະຮັບຄວາມສ່ຽງໃນປະເທດ ແລະ ຕ່າງປະ
ເທດຫຼາຍຂຶ້ນໃນປີ 2018, ແມ່ນກະທັ້ງໃນຂະນະທີ່ເຂົາເຈົ້າໄດ້ຮັບມືກັບສິ່ງທ້າທາຍ
ເສດຖະກິດພາຍໃນ, ລະເບີດນິວເຄລຍ ເກົາຫຼີເໜືອ ແລະ ໄພຂົ່ມຂູ່ທີ່ເພີ່ມຂຶ້ນ ກ່ຽວກັບ
ຄວາມເຄັ່ງຕຶງທາງການຄ້າກັບ ສະຫະລັດ ກໍຕາມ.

ໃນເວລາທີ່ ຈີນ ໄດ້ຈັດການສັບປ່ຽນການນຳຄັ້ງນຶ່ງໃນ 5 ປີເມື່ອເດືອນຕຸລາທີ່ຜ່ານມາ
ນັ້ນ, ທ່ານ ສີ ບໍ່ພຽງແຕ່ໄດ້ເຮັດໃຫ້ບົດບາດຂອງທ່ານແຂງແກ່ນຂຶ້ນໃນຖານະ “ແກນ
ນຳ” ຂອງພັກຄອມມູນິສຂອງປະເທດທີ່ໃຊ້ອຳນາດຜະເດັດການເທົ່ານັ້ນ, ແຕ່ຄືກັບທ່ານ
ໝາວ ເຊຕຸງ, ຊື່ ແລະ ຄວາມຄິດທາງການເມືອງຂອງທ່ານ ແມ່ນໄດ້ຖືກຂຽນເຂົ້າໃນ
ລັດຖະທຳມະນູນຂອງພັກເຊັ່ນກັນ.

ທ່ານ ສີ ໄດ້ຖືກເລືອກດຳລົງຕຳແໜ່ງສະໄໝທີສອງ ແລະ ບັນດານັກວິເຄາະຫຼາຍຄົນ
ເຊື່ອວ່າ ບົດບາດຂອງທ່ານດັ່ງກັບຜູ້ນຳທີ່ໂດດເດັ່ນກວ່າໝູ່ຂອງ ຈີນ ນັ້ນອາດສືບຕໍ່ໄປ
ເປັນເວລາຫຼາຍປີ, ຖ້າບໍ່ແມ່ນຫຼາຍທົດສະວັດ.

ໃນຖານະເປັນຜູ້ນຳຂອງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດເປັນອັນດັບສອງຂອງໂລກ
ນັ້ນ, ທ່ານໄດ້ນຳໜ້າໃນການຜັກດັນເພື່ອໂຄສະນາສິ່ງທີ່ທ່ານເອີ້ນວ່າ ການແກ້ໄຂບັນ
ຫາ ຈີນ, ເປັນຄວາມພະຍາຍາຂອງລັດຖະບານ ປັກກິ່ງ ເພື່ອຊ່ວຍແກ່ໄຂຄວາມບໍ່ແນ່
ນອນທາງການເງິນ ແລະ ການເມືອງຂອງໂລກ.

ບັນດານັກວິເຄາະເຫັນວ່າ ທ່ານຈະສືບຕໍ່ຍຶດເອົາໂອກາດຕ່າງໆໃນຕ່າງປະເທດ ໃນຂະ
ນະທີ່ເຂົາເຈົ້າຈະເລີນເຕີບໂຕຂຶ້ນ.

XS
SM
MD
LG