ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເຊັນສັນຍາການຄ້າ ກັບ Costa Rica 9 ສະບັບ (ວີດິໂອກ່ຽວກັບ ສະຕີໝາຍເລກນຶ່ງຂອງຈີນ)


ປະທານ Xi Jinping ກັບພັນລະຍາ ທ່ານນາງ Peng Liyuan (ຊ້າຍ) ຢືນເຄົາລົບເພງຊາດ ກັບປະທານາທິບໍດິໂຄສຕາ ຣິກາ ທ່ານນາງ Laura Chinchilla ໃນພິທີຕ້ອນຮັບ ຢູ່ທໍານຽນປະທານາທິບໍດີ ໃນນະຄອນຫລວງແຊນ ໂຮເຊ, ວັນທີ 3 ມິຖຸນາ 2013.
ປະທານ Xi Jinping ກັບພັນລະຍາ ທ່ານນາງ Peng Liyuan (ຊ້າຍ) ຢືນເຄົາລົບເພງຊາດ ກັບປະທານາທິບໍດິໂຄສຕາ ຣິກາ ທ່ານນາງ Laura Chinchilla ໃນພິທີຕ້ອນຮັບ ຢູ່ທໍານຽນປະທານາທິບໍດີ ໃນນະຄອນຫລວງແຊນ ໂຮເຊ, ວັນທີ 3 ມິຖຸນາ 2013.
ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ໄດ້ລົງ​ນາມ​ໃນສັນຍາ
​ການ​ຄ້າ​ໃຫຍ່ໆ​ຫຼາຍ ສະບັບກັບ Costa Rica ​ໃນ​ຂະ​ນະ​ທີ່​
ທ່ານ​ສືບ​ຕໍ່​ເຄື່ອນ​ໄຫວ​ຢ້ຽມຢາ​ມພາກ​ພື້ນອາ​ເມຣິກາ​ ລາ​ຕິນ​
ໃນອາທິດນີ້.

ຫຼັງ​ຈາກ​ທີ່​ໄດ້​ພົບ​ກັບ ​ປະທານາທິບໍດີ ທ່ານ​ນາງ Laura
Chinchilla ​ໃນນະຄອນຫລວງ San Jose ​ໃນ​ວັນ​ຈັນວານ​ນີ້​
ທ່ານ Xi ​ກ່າວ​ວ່າ ສາຍ​ພົວພັນ​ລະຫວ່າງກຸງ​ປັກ​ກິ່ງ ກັບ Costa
Rica ນັ້ນ​ ສາມາດ​ເປັນ​ໂຕ​ແບບ​ຂ​ອງການຮ່ວມ​ມືກັນ​ລະຫວ່າງ​
ປະ​ເທດທີ່​ແຕກ​ຕ່າງ​ກັນ​ ທັງ​ໃນຂະໜາດ​ແລະ​ສະພາບ​ການ​ຕ່າງໆ
ແຫ່ງ​ຊາດ ນັ້ນ​ໄດ້. Costa Rica ເປັນ​ພຽງ​ປະ​ເທດດຽວ​ເທົ່າ​ນັ້ນ
​ໃນ​ຂົງ​ເຂດອ​າ​ເມຣິກາ​ກາງ ທີ່​ມີ​ສາຍ​ພົວພັນ​ທາງ​ການ​ທູດກັບກຸງ​ປັກ​ກິ່ງ ​ແທນ​ທີ່​ຈະມີ​ກັບ
ໄຕ້ຫວັນ. ເພື່ອ​ເປັນ​ການ​ຕອບ​ແທນ ຈີນ​ກໍໄດ້​ໃຫ້​ລາງວັນ ດ້ວຍການມອບສິດ​ພິ​ເສດ​ທາງ​
ດ້ານ​ການ​ທູດ ​ແລະ​ສັນຍາ​ການ​ຄ້າ​ທີ່​ໃຫ້​ກໍາ​ໄລ​ງາມ ​ແກ່ Costa Rica.

​ໃນ​ຈໍານວນ​ຂໍ້​ຕົກລົງ​ການ​ຄ້າ 9 ສະບັບ ​ທີ່​ໄດ້​ລົງ​ນາມກັນ​ໃນ​ວັນ​ຈັນນັ້ນ ​ກໍ​ມີ​ສິນ​ເຊື່ອມູນ​
ຄ່າ 900 ລ້ານ​ໂດ​ລາ ເພື່ອຊ່ອຍ​ປັບປຸງ​ໂຮງງານ​ກັ່ນ​ນໍ້າມັນ​ໃນເຂດ​ຝັ່ງທະ​ເລ Caribbean ​
ຂອງ Costa Rica. ກຸງ​ປັກ​ກິ່ງຍັງ​ໄດ້​ໃຫ້​ກູ້​ເງິນ​ ​ເພື່ອ​ປັບປຸງ​ຖະໜົນ​ຫົນທາງ ລົດ​ຂົນ​ສົ່ງ
​ມວນ​ຊົນ​ຫລື​ລົດ​ເມ ​ແລະ​ກໍ່​ສ້າງ​ໂຮງຮຽນ​ຕໍາຫຼວດ​ຫຼັງ​ໃໝ່.

ທ່ານ Xi ໄດ້​ໄປ​ຮອດນະຄອນຫລວງ San Jose ຫລັງ​ຈາກຢຸດ​ແຫ​ວ່ ​ເປັນ​ເວລາ 3 ມື້
​ໃນປະ​ເທດ​ທີ່​ອຸດົມສົມບູນ​ດ້ວຍ​ບໍ່​ນໍ້າມັນ ​Trinidad ແລະ Tobago. ​ໃນ​ວັນ​ອັງຄານ​ມື້​ນີ້
ທ່ານ​ຈະໄປຢ້ຽມຢາມ Mexico ບ່ອນ​ທີ່​ທ່ານ​ມີ​ແຜ​ນທີ່​ຈະຫາ​ທາງ​ເພີ່ມ​ການ​ສົ່ງ​ອອກ
​ສິນຄ້າ​ຈາກ​ທີ່​ນັ້ນ​ ເຂົ້າ​ສູ່ຕະຫລາດຈີນ.

​ໃນ​ວັນ​ສຸກ​ແລະ​ເສົາ ທີ່​ຈະ​ມາ​ເຖິງ​ນີ້ ທ່ານ​ຈະ​ພົບ​ປະ​ກັບປະທານາທິບໍດີ Barack Obama
​ໃນ​ກອງ​ປະ​ຊຸມສຸດ​ຍອດ​ທີ່​ບໍ່​ເປັນ​ທາງ​ການ ​ໃນ​ລັດຄາ​ລີ​ຟໍ​ເນຍ ​ທາງ​ພາກ​ຕາ​ເວັນ​ຕົກຂອງ​
ສະຫະລັດ.

ເບິ່ງວີດິໂອ ກ່ຽວກັບສະຕີໝາຍເລກນຶ່ງຂອງຈີນ ທ່ານນາງ Peng Liyuan:

Chinese First Lady Turning on the Charm and Turning Heads
please wait

No media source currently available

0:00 0:01:49 0:00
ລິງໂດຍກົງ
XS
SM
MD
LG