ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດຈີນ ທ່ານ Xi Jinping ຢ້ຽມຢາມ ເກົາຫຼີໃຕ້ (ສະໄລດ໌/ວີດີໂອ)


ປະທານປະເທດຈີນ ທ່ານ Xi Jinping ໂບກມືເວລາໄປເຖິງ ເດີ່ນເຮືອບິນທະຫານ ທີ່ເມືອງ Seongnam ເກົາຫລີໃຕ້ (3 ກໍລະກົດ 2014)
ປະທານປະເທດຈີນ ທ່ານ Xi Jinping ໂບກມືເວລາໄປເຖິງ ເດີ່ນເຮືອບິນທະຫານ ທີ່ເມືອງ Seongnam ເກົາຫລີໃຕ້ (3 ກໍລະກົດ 2014)

ປະ​ທານ​ປະເທດຈີນ ທ່ານ Xi Jinping ເລີ້ມ​ທຳ​ການ​ຢ້ຽມຢາມ​
ເກົາຫລີ​ໃຕ້ຢ່າງເປັນ​ທາງ​ການ ເປັນ​ເວລາສອງ​ວັນ ຊຶ່ງເປັນການ
ຢ້ຽມຢາມທີ່​ຫລາຍ​ໆຄົນ​ເຫັນວ່າ ​ເປັນ​ການ​ປະຕິເສດຂອງ​ປັກ​ກິ່ງ
ຕໍ່ເກົາຫຼີເໜືອ ພັນທະ​ມິດ​ທາງປະຫວັດສາດ ຂອງຕົນນັ້ນ.

ເປັນທີ່ຄາດກັນວ່າ ການ​ສົນທະນາ​ຫາລືຂອງ​ທ່ານ Xi ກັບປະທາ
ນາທິບໍດີເກົາ ຫລີ​ໃຕ້ ທ່ານ​ນາງ Park Geun-hye ​ຈະ​ຄອບງຳ
ໂດຍຄວາມ​ເປັນ​ຫ່ວງ​ກ່ຽວກັບໂຄງການນິວ​ເຄລຍ ​ແລະ​ລູກສອນ
ໄຟ​ຂີ​ປະ​ນາ​ວຸດຂອງ ເກົາຫລີ​ເໜືອ.

​ໃນ​ຮອບອາທິດທີ່​ຜ່ານ​ມານີ້ ​ເກົາຫລີ​ເໜືອໄດ້​ຍິງ​ລູກ​ສອນ​ໄຟ
ລະຍະ​ໃກ້ຫລາຍ​ລູກ ຢູ່​ນອກ​ຝັ່ງ​ທະ​ເລທາງກ້ຳຕາເວັນອອກຂອງຕົນ ທີ່ບາງຄົນມອງ​ເຫັນ​ວ່າເປັນຮ່ອງ ​ຮອຍ​ ທີ່ສະແດງໃຫ້ເຫັນເຖິງຄວາມບໍ່ພໍໃຈ ຂອງພຽງ​ຢາງ ຕໍ່ການ​ຢ້ຽມຢາມ
​ຂອງທ່ານ Xi.

ການ​ຢ້ຽມຢາມ​ຂອງ​ທ່ານ ​ເປັນ​ຂີດ​ໝາຍ​ເທື່ອທຳ​ອິດ​ຂອງ ທີ່ປະ​ທານ​ປະ​ເທດຈີນ ​ໄດ້ໄປຢ້ຽມ ຢາມ​ເກົາຫລີ​ໃຕ້ ກ່ອນເກົາຫລີ​ເໜືອ. ນີ້​ເປັນ​ການ​ພົບ​ປະ​ເທຶ່ອທີ່​ຫ້າ​ຂອງທ່ານ​ນາງ Park ​ແລະ ທ່ານ Xi ນັບ​ແຕ່​ພວກທ່ານ ​ໄດ້​ກຳ​ຕຳ​ແໜ່​ງ.

ທ່ານ Xi ຍັງ​ບໍ່​ທັນ​ໄດ້​ພົບ​ກັບ ຜູ້ນຳເກົາຫລີ​ເໜືອ ທ່ານ Kim Jong Un ເທື່ອ ​ທີ່​ໄດ້​ກຳ​ອຳນາດ​ໃນ​ປີ 2011.

ນອກນັ້ນແລ້ວ ການ​ຢ້ຽ​ມຢາມໃນຄັ້ງນີ້​ຍັງ​ຄາດ​ວ່າ ຈະ​ເພັ່ງເລັງ​ໃສ່​ການເສີມຂະຫຍາຍສາຍ
ສຳພັນທາງດ້ານເສດຖະກິດ ລະຫວ່າງເກົາຫລີໃຕ້​ແລະຈີນ ຊຶ່ງເປັນ​ຄູ່​ການ​ຄ້າ​ທີ່​ສຳຄັນ​ ທີ່​
ໄດ້​ເຈລະຈາຂໍ້ຕົກລົງ​ການ​ຄ້າ​ເສລີກັນມາ ​ຕັ້ງແຕ່​ປີ 2012.

CHINA SOKOR VO
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG