ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເທັກໂນໂລຈີ ຕິດຕາມ ໄວຣັສໂຄໂຣນາ ຂອງ ຈີນ ກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບ ຄວາມເປັນສ່ວນຕົວ


ປະຊາຊົນໃສ່ໜ້າກາກອະນາໄມ ເພື່ອຊ່ວຍຫຼຸດຜ່ອນການແຜ່ລາມຂອງໄວຣັສໂຄໂຣນາ ລຽນແຖວຂຶ້ນລົດເມ ໃນນະຄອນຫຼວງ ປັກກິ່ງ, ຈີນ, 22 ມິຖຸນາ, 2020.
ປະຊາຊົນໃສ່ໜ້າກາກອະນາໄມ ເພື່ອຊ່ວຍຫຼຸດຜ່ອນການແຜ່ລາມຂອງໄວຣັສໂຄໂຣນາ ລຽນແຖວຂຶ້ນລົດເມ ໃນນະຄອນຫຼວງ ປັກກິ່ງ, ຈີນ, 22 ມິຖຸນາ, 2020.

ໃນຂະນະທີ່ກຳລັງຕໍ່ສູ້ກັບການຕິດ COVID-19 ຄື້ນໃໝ່ນັ້ນ, ບັນດາເຈົ້າໜ້າທີ່ ໃນ ຈີນ ໄດ້ຕັດສິນໃຈຢ່າງວ່ອງໄວ ທີ່ຈະໃຊ້ຜົນປະໂຫຍດຂອງຂໍ້ມູນ ກ່ຽວກັບ ສະຖານທີ່, ທີ່ຖືກເກັບກຳຜ່ານອຸປະ ກອນຕິດຕາມການເຄື່ອນທີ່ໃນໂທລະສັບສະ ຫຼາດຂອງປະຊາຊົນ ເພື່ອລະບຸ ແລະ ແຍກປ່ຽວຜູ້ທີ່ອາດນຳພາໄວຣັສນັ້ນ.

ເທັກໂນໂລຈີດັ່ງກ່າວ, ເຊິ່ງສາມາດເຮັດໄດ້ໂດຍລະບົບຈັບຕຳແໜ່ງທົ່ວໂລກທີ່ ຖືກສ້າງຂຶ້ນໃນໜ່ວຍໂທລະສັບນັ້ນ, ໄດ້ຊ່ວຍໃຫ້ບັນດາເຈົ້າໜ້າທີ່ຈັບຕຳແໜ່ງ ຂອງປະຊາຊົນຫຼາຍຮ້ອຍພັນຄົນ ຜູ້ທີ່ອາດໄດ້ໄປຕະຫຼາດຂາຍສົ່ງອາຫານ ຊິນ- ຟາດີ ຫຼັງຈາກທ້າຍເດືອນພຶດສະພາທີ່ຜ່ານມາ, ເຊິ່ງອາດເປັນຈຸດສູນກາງຂອງ ການລະບາດໄວຣັສໂຄໂຣນາຄັ້ງຫຼ້າສຸດນີ້.

ຮອດວັນອາທິດທີ່ຜ່ານມາ, ບັນດາເຈົ້າໜ້າທີ່ໄດ້ຢືນຢັນຄົນໄຂ້ທີ່ຕິດ COVID-19 236 ຄົນ ແລະ ຄົນໄຂ້ທີ່ບໍ່ສະແດງອາການ 22 ຄົນ, ຫຼາຍຄົນໃນນັ້ນ ແມ່ນໄດ້ກ່ຽວຂ້ອງກັບຕະຫຼາດດັ່ງກ່າວ, ອີງຕາມການກ່າວຂອງຄະນະກຳມາທິ ການສາທາລະນະສຸກຂອງ ປັກກິ່ງ ໃນກອງປະຊຸມຖະແຫຼງຂ່າວ ເມື່ອວັນຈັນ ວານນີ້.

ກ່ອນການລະບາດຄັ້ງຫຼ້າສຸດນັ້ນ, ຈີນ ໄດ້ຮວບຮວມຫຼາຍກວ່າ 83,000​ ກໍລະນີ ທົ່ວປະເທດໃນ 6 ເດືອນທີ່ຜ່ານມາ, ອີງຕາມສະຖິຕິຂອງລັດຖະບານ.

ຍ້ອນຂໍ້ມູນຂອງທີ່ຕັ້ງນັ້ນ, ປະຊາຊົນຫຼາຍກວ່າ 700,000 ຄົນທີ່ຖືກກ່າວຫາວ່າ ມີຄວາມສ່ຽງສຳພັດກັບຕະຫຼາດດັ່ງກ່າວ ມີລາຍງານວ່າໄດ້ຖືກແຈ້ງໃຫ້ຊາບ, ແລະ ຖືກກຳນົດ ຫຼື ຈັດໃຫ້ທຳການກວດໂຣກພາຍໃນບໍ່ເທົ່າໃດວັນ ຫຼັງຈາກຕະ ຫຼາດຊິນຟາດີ ໄດ້ປິດໃນວັນທີ 13 ມິຖຸນາ, ອີງຕາມການ ລາຍງານຂອງສື່ມວນ ຊົນໃນທ້ອງຖິ່ນ.

ນັ້ນໄດ້ສະແດງໃຫ້ເຫັນ ຄວາມແຂງຂັນຂອງ ປັກກິ່ງ ໃນການຄວບຄຸມໂຣກດັ່ງ ກ່າວ ເຖິງແມ່ນວ່າມັນຍັງໄດ້ກໍ່ໃຫ້ມີຄວາມເປັນຫ່ວງ ກ່ຽວກັບ ຄວາມເປັນສ່ວນ ຕົວກໍຕາມ, ອີງຕາມການກ່າວຂອງທ່ານ ຊາລສ໌ ມັອກ (Charles Mok), ທະ ນາຍຄວາມ ແລະ ນັກປະກອບກິດຈະການດ້ານເທັກໂນໂລຈີໃນ ຮົງກົງ.

ຜູ້ສັງເກດການບາງຄົນໄດ້ສະແດງຄວາມເປັນຫ່ວງມາດົນນານແລ້ວວ່າ ການປະ ຕິບັດການຕິດຕາມໄວຣັສຂອງ ຈີນ ແລະ ແອບພລີເຄຊັ້ນຕ່າງໆ, ລວມທັງລະ ຫັດ “QR” ທີ່ມີຢູ່ໃນປັດຈຸບັນນີ້, ອາດຖືກໃຊ້ດົນກວ່າການລະບາດຂອງເຂົາ ເຈົ້າ.

ລະຫັດ QR ດ້ານສຸຂະພາບດັ່ງກ່າວ, ເຊິ່ງໄດ້ຖືກໃຊ້ໂດຍປະຊາຊົນ ຈີນ ຢ່າງ ກວ້າງຂວາງ ດ້ວຍໂທລະສັບສະຫຼາດນັ້ນ, ໄດ້ເພີ່ມຂຶ້ນເປັນສອງເທົ່ານັບຕັ້ງແຕ່ ເດືອນກຸມພາເປັນຕົ້ນມາ ໃນຂະນະທີ່ລະບົບເຂົ້າອອກດິຈິຕອລ ໄດ້ຖືກສົ່ງໄປ ຕິດຕັ້ງຢູ່ໃນ ແລະ ນອກຂອງສະຖາທີ່ພັກອາໄສ ຫຼື ສະ ຖານທີ່ສາທາລະນະ ຕ່າງໆ ຫຼັງຈາກໄດ້ຮວບຮວມເອົາປະຫວັດການເດີນທາງຂອງແຕ່ລະຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG