ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ປະເຊີນໜ້າກັບ ຜົນກະທົບ ຈາກເສດຖະກິດ ທີ່ຂະຫຍາຍຕົວ ຊ້າລົງ


China’s Migrant Workers Face 'Double Whammy' as Economy Slows
please wait

No media source currently available

0:00 0:02:39 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້.

ປີ 2015 ທີ່​ຫາ​ກໍ​ສິ້ນສຸດ​ລົງ​ໄປ​ນີ້​ ​ເປັນ​ປີ​ທີ່​ຫຍຸ້ງຍາກ​ສັບສົນ​ສຳລັບ​ເສດຖະກິດ​ຈີນ​ ທີ່​ພົບ​ເຫັນ​ວ່າ ມີ​ການ​ຂະຫຍາຍ​ຕົວ​ຊ້າ​ທີ່​ສຸດ ໃນ​ຮອບ​ເກືອບ 25 ປີ.​ໃນ​ປີນີ້ ສ່ວນ​ໃຫຍ່​ແລ້ວ ກໍ​ແມ່ນຍັງຈະ​ຄື​ເກົ່າ ບໍ່​ມີ​ຫຍັງ​ປ່ຽນ​ແປງ​ຫຼາຍ.​ ຈີນທີ່ມີ​ເສດຖະກິດ​ ໃຫຍ່​ເປັນອັນ​ດັບ​ສອງ ຂອງ​ໂລກແມ່ນ​ກາງ​ຕໍ່ແຮງ​ງານທີ່​ມີ​ເປັນຈຳ ນວນຫຼວງຫຼາຍ​ຂອງ​ຕົນມາ​ເປັນ​ເວລາ​ດົນ​ນານ​ແລ້ວ ​ແລະສຳ​ລັບ​ພວກ​ຄົນ​ງານ​ຈາກ​ເຂດ​ຊົນນະບົດ ຫຼາຍກວ່າ 250 ລ້ານ​ຄົນ​ນັ້ນ ຄວາມ​ບໍ່​ແນ່ນອນ​ແມ່ນ​ເພີ້ມທະວີ​ຂຶ້ນນັບ​ມື້.​ ນັກ​ຂ່າວ​ວີ​ໂອ​ເອ Bill Ide ມີ​ລາຍ​ງານ​ເລື້ອງນີ້ ຈາກ ​ປັກ​ກິ່ງ​ທີ່ ພຸດທະ​ສອນ ຈະນຳເອົາລາຍ ລະອຽດມາສະເໜີ ທ່ານ ໃນອັນດັບຕໍ່ໄປ.

ຈາກເຊົ້າຫາຄ່ຳ, ຕະຫຼາດ Jingwen ຄຶກຄັກໄປດ້ວຍກິດຈະກຳຕ່າງໆ. ແຕ່ວ່າມີຜູ້ ຂາຍສົ່ງ ພຽງບໍ່ເທົ່າໃດລາຍເທົ່ານັ້ນທີ່ມີຄວາມມ່ວນຊື່ນ.

ນາງ Ye ແມ່ຄ້າຂາຍສົ່ງ ໄດ້ກ່າວວ່າ “ຂ້ອຍບໍ່ຮູ້ວ່າມັນເກີດຫຍັງຂຶ້ນແຕ່ວ່າປີນີ້ ແມ່ນຂີ້ຮາ້​ຍ ຫຼາຍ. ພວກເຮົາໄດ້ເຮັດວຽກໃນ ປັກກິ່ງ ມາຫຼາຍປີແລ້ວ ແລະ ຕະ ຫຼອດມາ​ແມ່ນສາມາດ ຫາເງິນໄດ້ບໍ່​ໃນ​ວິທີ​ໃດ​ກໍ​ວິທີ​ນຶ່ງ, ແຕ່ມັນເບິ່ງຄືວ່າປີນີ້ ພວກ ເຮົາອາດຈະເສຍເງິນ.”

ບໍ່ພຽງແຕ່ຄວາມຕ້ອງການຈະອ່ອນແອລົງ, ອະນາຄົດຂອງຕະຫຼາດເອງກໍບໍ່ແນ່ ນອນ. ບັນດາ ເຈົ້າໜ້າທີ່ ປັກກິ່ງ ຢາກຈະປິດຕະຫຼາດຫຼາຍໆແຫ່ງແບບດຽວກັນນີ້ ແລະ ຍ້າຍພວກເຂົາເຈົ້າ ອອກໄປແຂວງ Hebei ທີ່ຢູ່ໃກ້ຄຽງ ເພື່ອຫຼຸດຜ່ອນຈຳ ນວນປະຊາກອນລົງ ແລະ ການຈະລາ ຈອນທີ່ແອອັດ.

ປະຊາຊົນເລາະຊື້ເຄື່ອງທີ່ຕະຫຼາດ Jingwen ເຊິ່ງຖືກສ້າງຕັ້ງຂຶ້ນໃນປີ 1994.
ປະຊາຊົນເລາະຊື້ເຄື່ອງທີ່ຕະຫຼາດ Jingwen ເຊິ່ງຖືກສ້າງຕັ້ງຂຶ້ນໃນປີ 1994.

ຕົວເມືອງກໍຍັງຢາກຈະຄວບຄຸມຈຳນວນປະຊາກອນຂອງຕົນໄວ້ທີ່ 23 ລ້ານຄົນ. ບັນດານັກ ວິເຄາະກ່າວວ່າ ນັ້ນແມ່ນຈຳນວນທີ່ຕ່ຳໂພດ ແລະ ມີຄວາມສ່ຽງທີ່ຈະ ເຮັດໃຫ້ສູນເສຍເມືອງ ນາໆຊາດທີ່ຕ້ອງການຄວາມຫຼາກຫຼາຍ.

ທ່ານ Cai Jiming ນັກເສດຖະສາດຈາກມະຫາວິທະຍາໄລ Tsinghua ກ່າວວ່າ “ມັນຄວນ ມີບັນດານັກຮຽນວິທະຍາໄລ, ຄົນທີ່ຮຽນຈົບມະຫາວິທະຍາໄລ, ບັນດານັກວິທະຍາສາດ ພ້ອມກັບຄົນຈຳນວນຫຼວງຫຼາຍ ທີ່ເຮັດວຽກໃນດ້ານ ອຸດສາຫະກຳການບໍລິການ. ຖ້າທ່ານ ກຳຈັດຄົນພວກນີ້, ຕົວເມືອງກໍຈະສູນ ເສຍພາລະກຳລັງຂອງຕົນ.”

ສ້າງຕັ້ງຂຶ້ນໃນປີ 1994 ເມື່ອເສດຖະກີດຂອງ ຈີນ ຫາກໍໄດ້ເລີ່ມຕົ້ນ, ຕະຫຼາດ Jingwen ແມ່ນ ຍັງຫຍຸ້ງກັບວຽກງານຢູ່, ແຕ່ສິ່ງທີ່ຈະເກີດຕໍ່ໄປແມ່ນຍັງບໍ່ຊັດ ເຈນເທື່ອ.

ບັນຍາກາດທີ່ຕະຫຼາດ Jingwen ເຊິ່ງບັນດາເຈົ້າໜ້າທີ່ກ່າວວ່າ ຈະປິດເພື່ອຄວບຄຸມປະຊາກອນຂອງເມືອງ.
ບັນຍາກາດທີ່ຕະຫຼາດ Jingwen ເຊິ່ງບັນດາເຈົ້າໜ້າທີ່ກ່າວວ່າ ຈະປິດເພື່ອຄວບຄຸມປະຊາກອນຂອງເມືອງ.

ບາງ​ຄົນ​ມີ​ຄວາມ​ຢ້ານ​ກົວ​ວ່າ ມັນອາດຈະຫາຍສາບສູນໄປ. ອົນອື່ນໆກ່າວວ່າ ມັນຈະໄດ້ຮັບ ການປັບປຸງ ແລະ ຈະມີລາຍຮັບດີຂຶ້ນ.

ບັນດາພໍ່ຄ້າຂາຍສົ່ງກ່າວວ່າ ພວກເຂົາເຈົ້າແນມຫາຕະຫຼາດ ເພື່ອຫາຄຳຕອບ ບໍ່ແມ່ນຄວາມ ພະຍາຍາມຂອງລັດຖະບານເພື່ອບໍລິຫານເລັກນ້ອຍ ໃນບ່ອນທີ່ ພວກເຂົາເຈົ້າສາມາດ ເຮັດທຸລະກິດໄດ້.

ທ່ານ Xing ເປັນຜູ່ທີ່ຂ້າຍເສື້ອຄຸມຂອງແມ່ຍິງ ກ່າວວ່າແຜນທີ່ຈະຍ້າຍຕະຫຼາດ ແມ່ນບໍ່ເປັນຈິງ.

ທ່ານ Xing ກ່າວວ່າ “ຄວາມຕັ້ງໃຈຂອງຂ້າພະເຈົ້າແມ່ນສິ່ງທີ່ປະຊາຊົນຕ້ອງ ການ. ມັນຈະ ມີວິທີທີ່ຈະຫາເງິນໄດ້ຕະຫຼອດ. ຕອນນີ້ພວກເຮົາຂາຍເຄື່ອງທີ່ມີ ລາຄາຖືກ ແລະ ຂ້າພະເຈົ້າ ກໍສາມາດເຮັດໄດ້. ຖ້າທ່ານຢາກຈະຂາຍເຄື່ອງທີ່ມີ ລາຄາແພງ, ຂ້າພະເຈົ້າກໍສາມາດເຮັດ ໄດ້ເຊັ່ນກັນ.”

ພໍ່ຄ້າຂາຍສົ່ງອີກຄົນໜຶ່ງ, ນາມສະກຸມຊື່ວ່າ Su, ໄດ້ເຮັດວຽກທີ່ຕະຫຼາດ Jingwen ມາເປັນເວ ລາ 9 ປີ ແຕ່ລາວກ່າວວ່າ ລາວອາດຈະຍ້າຍກັບຄືນໄປ ບ້ານເກີດຂອງລາວ.

ທ່ານ Su ກ່າວວ່າ “ທ່ານສາມາດເຮັດທຸລະກິດໄດ້ຢູ່ທຸກໆບ່ອນ. ທ່ານສາມາດ ເປີດຮ້ານ ຂາຍຢູ່ອິນເຕີເນັດ ແລະ ເຮັດທຸລະກິດທາງ ອິນເຕີເນັດ. ມັນມີຫຼາຍທາງ ທີ່ຈະເຮັດ.”

ເສດຖະກິດຂອງ ຈີີນ ໄດ້ຈະເລີນເຕີບໂຕໂດຍການອະນຸຍາດໃຫ້ປະຊາຊົນມີ ເສລີພາບເພື່ອ ຫາທາງເລືອກຂອງພວກເຂົາເຈົ້າຫຼາຍຂຶ້ນ. ໃນຂະນະທີ່ ປັກກິ່ງ ໄດ້ສ້າງແຜນການສຳລັບສັດ ຕະວັດທີ 21, ນັກວິເຄາະຫຼາຍຄົນກ່າວວ່າ ບັນດາ ເຈົ້າໜ້າທີ່ຄວນຫຼຸດການເພັ່ງເລັງໃສ່ເປົ້າ ໝາຍປະຊາກອນທີ່ຕາຍຕົວ, ແລະ ແທນທີ່ຮຽນແບບບັນດາພໍ່ຄ້າຂາຍສົ່ງພວກນີ້ ຜູ້ທີ່ໄດ້ປັບ ຕົວເຂົ້າກັບຕະຫຼາດ ທີ່ມີການປ່ຽນແປງ.

XS
SM
MD
LG