ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຄືອຂ່າຍທ່າເຮືອການຂົນສົ່ງ ໃນໂລກຂອງ ຈີນ ເປີດເຜີຍ ແຜນຍຸດທະສາດຂອງ ປັກກິ່ງ


ຕູ້ຂົນສົ່ງຂອງບໍລິສັດຂົນສົ່ງ ຈີນ ຕັ້ງຢູ່ສະຖານີຂົນສົ່ງສາກົນ ເວີຈິເນຍ ໃນເມືອງ ພອດສມັດ, ລັດ ເວີຈິເນຍ, ສະຫະລັດ. 10 ພຶດສະພາ, 2019.
ຕູ້ຂົນສົ່ງຂອງບໍລິສັດຂົນສົ່ງ ຈີນ ຕັ້ງຢູ່ສະຖານີຂົນສົ່ງສາກົນ ເວີຈິເນຍ ໃນເມືອງ ພອດສມັດ, ລັດ ເວີຈິເນຍ, ສະຫະລັດ. 10 ພຶດສະພາ, 2019.

ຈີນ ເຊິ່ງແມ່ນຜູ້ມີອິດທິພົນ ດ້ານການຄ້າໂລກ, ມີທ່າເຮືອຂົນສົ່ງຢູ່ໃນປະເທດຫຼາຍກວ່າປະເທດອື່ນໆ. ການລົງທຶນທີ່ສຳຄັນໄດ້ເພີ່ມທ່າເຮືອອີກ 100 ແຫ່ງໃນຢ່າງໜ້ອຍ 60​ ປະເທດ. ແລະ
ປັກກິ່ງ ແມ່ນກຳລັງຊອກຫາຕື່ມອີກ.

ໃນຕົ້ນເດືອນນີ້, ການປະຕິບັດການຢູ່ທ່າເຮືອ ໄຮຟາ ຂອງ ອິສຣາແອລ, ເຊິ່ງແມ່ນນຶ່ງໃນສູນກາງການຂົນສົ່ງທາງນໍ້າທີ່ໃຫຍ່ທີ່ສຸດໃນທະເລ ເມດິເທີເຣນຽນ ນັ້ນ, ໄດ້ຖືກມອບໃຫ້ກຸ່ມທ່າເຮືອສາກົນ ຊຽງໄຮ້ ທີ່ດຳເນີນການໂດຍລັດຖະບານ ຈີນ ເພື່ອເປັນຜູ້ຄວບຄຸມສຳລັບ 25 ປີຂ້າງໜ້າ.

ບໍລິສັດຂົນສົ່ງ ຄອສໂກ້ (COSCO) ເຊິ່ງແມ່ນບໍລິສັດຂົນສົ່ງຂະໜາດໃຫຍ່ຂອງ ຈີນ ອີກບໍລິສັດນຶ່ງ, ແມ່ນໄດ້ກຽມທີ່ຈະຂະຫຍາຍຂະໜາດຂອງເຂົາເຈົ້າໃນ ຢູໂຣບ ດ້ວຍການເຂົ້າຮ່ວມໃນທ່າເຮືອຂອງເມືອງ ແຮມເບີກ ປະເທດ ເຢຍຣະມັນ. ການເຈລະຈາຕ່າງໆມີລາຍງານວ່າໄດ້ດຳເນີນໄປດ້ວຍດີ, ແລະ ຄາດວ່າຈະມີຂໍ້ຕົກລົງກັນໃນໄວໆນີ້.

ຖ້າ ຄອສໂກ້ ປະສົບຜົນສຳເລັດ, ມັນກໍຈະເປັນການລົງທຶນຢູ່ທ່າເຮືອແຫ່ງທີ 8 ໃນ ຢູໂຣບ ຂອງບໍລິສັດດັ່ງກ່າວ.

ການລົງທຶນຂອງບໍລິສັດທີ່ລັດຖະບານເຈົ້າຂອງດັ່ງກ່າວປະກອບມີການເຂົ້າຄອບຄອງທ່າເຮືອ ປີຣາອຸສ (Piraeus) ຂອງປະເທດ ກຣີສ, ເຊິ່ງແມ່ນນຶ່ງໃນສູນກາງການຂົນສົ່ງທີ່ສຳຄັນທີ່ສຸດຂອງໂລກຕັ້ງຢູ່ຈຸດເຊື່ອມຕໍ່ຂອງ ຢູໂຣບ, ເອເຊຍ ແລະ ອາຟຣິກາ. ບໍລິສັດ ຄອສໂກ້ ໄດ້ຊື້ 51 ເປີເຊັນ ຂອງບໍລິສັດທີ່ປະຕິບັດການທ່າເຮືອໃນປີ 2016. ຫຼັງຈາກສານຂອງ ກຣີສ ໄດ້ອະນຸຍາດໃຫ້ດຳ ເນີນຕໍ່ໄປໃນເດືອນທີ່ຜ່ານມາ, ເຊິ່ງຕອນນີ້ບໍລິສັດ ຄອສໂກ້ ສາມາດຂະຫຍາຍຮຸ້ນຂອງເຂົາເຈົ້າ ໃນທ່າເຮືອ ປີຣາອຸສ ເປັນ 67 ເປີເຊັນ.

ລັດຖະບານ ຈີນ ບໍ່ໄດ້ມີເຄື່ອງມືຢ່າງເປັນທາງການເພື່ອສະຫຼຸບຂໍ້ມູນໂດຍລວມ ສຳລັບໂຄງການທ່າເຮືອນໃນຕ່າງປະເທດຂອງ ຈີນ, ແຕ່ຂໍ້ມູນທີ່ມີໂດຍທົ່ວໄປໄດ້ສະແດງໃຫ້ເຫັນວ່າ ຕອນນີ້ ປັກກິ່ງ ມີຖານທີ່ຕັ້ງຢູ່ທ່າເຮືອຢ່າງໜ້ອຍ 100 ແຫ່ງໃນ 63 ປະເທດ.

ອີງຕາມຂໍ້ມູນທີ່ຖືກເປີດເຜີຍໃນເວັບໄຊ້ທາງການຂອງ ຄອສໂກ້ ໃນເດືອນມິຖຸນາປີນີ້, ກຸ່ມດັ່ງກ່າວໄດ້ປະຕິບັດການ ແລະ ບໍລິຫານ 357 ສະຖານີໃນ 36 ທ່າເຮືອທົ່ວໂລກ. ລາຍຊື່ທ່າເຮືອຂອງເຂົາ ເຈົ້າ ແມ່ນນັບຈາກເອເຊຍຕາເວັນອອກສຽງໃຕ້ ຫາພາກຕາເວັນອອກກາງ, ຢູໂຣບ ແລະ ເມດີເທີເຣນຽນ.

ນອກຈາກນັ້ນ, ກຸ່ມການຄ້າ ຈີນ, ເຊິ່ງແມ່ນຜູ້ພັດທະນາ ແລະ ປະຕິບັດການທ່າເຮືອທີ່ສຳຄັນໃນ ຈີນ ເວົ້າໃນເວັບໄຊ້ຂອງເຂົາເຈົ້າວ່າບໍລິສັດດັ່ງກ່າວໄດ້ສຳເລັດ “ການຄອບຄອງຮຸ້ນສ່ວນຂອງທ່າ ເຮືອທີ່ມີຄຸນນະພາບສູງ 8 ແຫ່ງໃນ ຢູໂຣບ, ເຂດຕາເວັນອອກກາງ ແລະ ທະເລຄາຣິບຽນ ໃນປີກາຍນີ້ປີດຽວ, ເຊິ່ງຂະຫຍາຍທ່າເຮືອໃນໂລກຂອງກຸ່ມດັ່ງກ່າວອອກໄປ 27 ປະເທດແລະ 68 ທ່າ ເຮືອ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG