ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມທ້າທາຍ ທາງດ້ານ ເສດຖະກິດ ຂອງ ຈີນ ແມ່ນ ຍັງຄົງມີຢູ່ ຕໍ່ໄປ


China’s Economic Challenges Persist
please wait

No media source currently available

0:00 0:02:14 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ຈີນ ​ໄດ້​ເປີ​ດ​ເຜີຍ​ຂໍ້​ມູນ​ດ້ານ​ລົບ​ສຳ​ລັບ​ການ​ຜະລິດ​ຂອງ​ບັນດາ​ໂຮງຈັກ​ໂຮງງານໃນ​ທ້າຍສັບປະດາ​ທີ່​ຜ່ານ​ມາ, ​ເຊິ່ງ​ເປັນ​ຂ່າວ​ຮ້າຍ​ເພີ່ມ​ເຕີມ​ສຳລັບ​ເສດຖະກິດ​ ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ສັນຍານ​ຂອງ​ການ​ດີ້ນຮົນ​ໃນ​ສອງ​ສາມ​ເດືອນ​ຜ່ານ​ມາ​ນີ້. ​ແຕ່ເຖິງ​ແມ່ນ​ວ່າ​ຈະ​ມີຂ່າວ​ພາ​ດຫົວ​ໃນດ້ານ​ລົບ ​ແລະ ຕະຫຼາດ​ຫຼັກ​ຊັບ​ທີ່​ກະ​ຕຸກ​ກະຕັກກໍ​ຕາມ, ນັກ​ວິ​ເຄາະ​ບາງ​ຄົນ ​ກໍ​ຍັງ​ມອງ​ເຫັນ​ໂອກາດ​ຫຼາຍ​ຢ່າງ​ຢູ່. ນັກ​ຂ່າວ ວີ​ໂອ​ເອ Bill Ide ມີ​ລາຍ​ງານ​ເພີ່ມ​ເຕີມ​ຈາກ
ປັກ​ກິ່ງ ​ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ສຸຂະ​ພາບ​ຂອງ​ເສດຖະກິດ​ ຈີນ ​ແມ່ນ​ກຳລັງ​ຕົກ​ຢູ່​ໃນ​ຄວາມ​ເປັນ​ຫ່ວງ​ຂອງ​ໂລກ​ຫຼາຍ​ຂຶ້ນ​ທຸກ​ມື້. ​ແຕ່​ບາງ​ຄົນ​ກ່າວ​ວ່າ ນະ​ໂຍບາຍ​ທີ່ຍຶດໝັ້ນໃນ​ຫຼັກການທີ່ແຂງກະດ້າງ​ ແລະ ການໃຊ້ຈ່າຍ ແບບໃຈກວ້າງຂອງ ລັດຖະບານ​ໃນ​ທີ່​ສຸດ​ກໍຈະ​ຢຸດ​ ການ​ຕົກລາຄາ​ຂອງ​ຕະຫຼາດ​ຫຼັກ​ຊັບຂອງ ປະ​ເທດ​ໄດ້.

ນັກ​ເ​ສ​ດຖະສາດ Raymond Yeung ​ກ່າວ​ວ່າ “ຄວາມ​ຜັນ​ຜວນ​ບາງ​ຢ່າງ​ທີ່​ທ່ານ​ເຫັນ​ໃນປະຈຸ​ບັນ​ໃນຕະຫຼາດ​ຫລັກຊັບ ​ແລະ ພ້ອມ​ທັງ​ໃນ​ອັດຕາການແລກປ່ຽນ ຈະ​ຫຼຸດ​ລົງ​ໃນ 3 ຫຼື 6 ​ເດືອນ​ຕໍ່​ໄປ​ນີ້.”

ນາຍົກ​ລັດຖະມົນຕີ​ ຈີນ ທ່ານ Li Keqiang ກ່າວ​ວ່າ ​ເສດຖະກິດ ​ຈະ​ບໍ່​ຕົກລົງ​ຢ່າງ​ກະທັນ ຫັນ. ​ແລະ ​ແມ່ນ​ແຕ່ໃນ​ຂະນະ​ທີ່​ຄຳ​ຖາມ​ວົນ ວຽນ​ກັບ​ໄປ​ກັບ​ມາ ກ່ຽວ​ກັບ​ວ່າ ຈີນ ຈະ​ບັນລຸເປົ້າ​ໝາຍ​ຂອງ​ການ​ເຕີບ​ໂຕ​ຂອງ​ພວກເຂົາ​ໃນ​ປີ​ນີ້​ຫຼື​ບໍ່, ​ແຕ່​ນັກວິ​ເຄາະ​ບາງ​ຄົນ​ກໍ​ສາມາດ​ແນມ​ເຫັນ​ຈຸດ​ສະຫວ່າງ​ໃນ​ນັ້ນ.

ອັດ​ຕາ​ການ​ຂາຍ​ໃນ​ຫ້ອງ​ຂາຍ​ປີ້ຂອງ ຈີນ ​ແມ່ນ​ໄດ້​ປະສົບ​ຜົນສຳ​ເລັດ ​ແລະ ຝ່າຍ​ການ​ບໍລິການແມ່ນ​ກຳລັງສ້າງ​ການ​ປະກອບສ່ວນ​ເພີ່ມ​ຂຶ້ນ​ຕໍ່​ເສດຖະກິດ. ຄົນ​ ຈີນ ກໍ​ຍັງ​ໄດ້​ເພີ່ມ​ການ​ເດີນ​ໄປຕ່າງປະ​ເທດ​ຂຶ້ນ​ຫຼາຍ​ເລື້ອຍໆ, ທັງໆ​ທີ່ມີ​ເປັນ​ຫ່ວງ​ກ່ຽວກັບ​ຄວາມ​ປອດ​ໄພ, ​ເຊັ່ນເຫດ ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ໃນ​ ບາງກອກ ​ເມື່ອ​ບໍ່​ດົນ​ມາ​ນີ້.

ທ່ານ Reuben Mondejar ຈາກ ມະຫາວິທະຍາ​ໄລ City ​ແຫ່ງ ຮົງ​ກົງ ກ່າວ​ວ່າ “​ເໝືອນ​ກັບ​ວ່າ​ລະ​ເບີດ​ແຕກ​ໃນ ບາງກອກ ຈະ​ປ່ຽນ​ແນວ​ຄິດ​ຂອງ​ພວກ​ເຂົາ​ເຈົ້າ. ພວກ​ເຮົາ​ໄດ້​ເຫັນ​ແລ້ວ​ວ່າ​ມັນ​ບໍ່​ໄດ້​ປ່ຽນ​ເລີຍ. ການ​ເດີນ​ສວນສະໜາມ​ທາງທະຫານ​ທີ່​ຍິ່ງ​ໃຫຍ່​ໃນ ຈີນ, ​ໃນ​ວັນພັກສາມ​ມື້​ນັ້ນ, ນັກ​ທ່ອງ​ທ່ຽວ​ ຈີນ ພວກ​ນັ້ນ​ພາກັນ​ໄປ​ໃສ? ​ຈຸດໝາຍ​ປາຍ ທາງ​ອັນ​ດັບ​ໜຶ່ງ​ຂອງ​ພວກ​ເຂົາ​ແມ່ນປະ​ເທດ ຍີ່​ປຸ່ນ, ຢ່າງ​ແນ່​ນອນ ​ເປົ້າ​ໝາຍ​ຂອງ​ການ​ເດີນ​ສວນສະໜາມ​ຂອງ​ທະຫານ. ປະຊາ​ກອນ​ປະຈຸ​ບັນ​ຂອງ​ ຈີນ​ ມີ​ຄວາມ​ຄິ​ດຂອງ​ພວກ​ເຂົາ​ເອງ.”

ອາຈານ​ສອນວິຊາ​ທຸລະ​ກິດ ທ່ານ Reuben Mondejar ກ່າວ​ວ່າ ລາວ​ຫວັງ​ວ່າ ​ເສດຖະກິດ​ຈະ​ສືບ​ຕໍ່​ເຕີບ​ໂຕ ​ເພາະວ່າ​ມັນ​ມີ​ຄວາມ​ສ່ຽງ​ອັນ​ໃຫຍ່​ຫຼວງ​ຖ້າວ່າ​ມັນ​ບໍ່​ເຕີບ​ໂຕ.

ທ່ານ Reuben Mondeja ກ່າວ​ວ່າ “​ເຫດຜົນ​ຫຼັກ​ວ່າ​ເປັນ​ຫຍັງ​ພັກ​ຄອມ​ມູນິສຢູ່​ລອດໄດ້ ​ແມ່ນ​ພວກ​ເຂົາ​ສາມາດ​ສະໜອງຕອບ​ຜະລິ​ດຕະ ພັນທາງ​ດ້ານ​ເສດຖະກິດ. ຖ້າ​ຫາກ​ວ່າ​ມັນ​ຢຸດ, ​ແລ້ວ​ສິ່ງທີ່​ເຮົາ​ເຫັນເຊິ່ງ​ແມ່ນວິ​ກິດ​ການ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ໃນ ຢູ​ໂຣບ ນັ້ນ ​ແມ່ນ​ທຽບ​ໃສ່ເມັດ​ໝາກ​ຖົ່ວຫລືວ່າ​ເກືອບຈະ​ບໍ່​ມີ​ຫຍັງເລີຍ. ຖ້າ​ ຈີນ ຫາກລົ້ມ ແຫຼວ, ​ເຈົ້າ​ຈະ​ມີ​ຄົນ​ຫຼາຍ​ຮ້ອຍ​ລ້ານ​ຄົນ​ໜີ​ອອກ​ຈາກ ຈີນ. ​ແລະ​ນັ້ນກໍ​ຈະ​ແມ່ນ​ບັນຫາ​ທີ່​ແທ້​ຈິງ​ສຳລັບ​ໂລກ​ນີ້.”

ພັກຄອ​ມມູນິສ ​ມີ​ຄວາມ​ລະ​ມັດ​ລະວັງ​ຕໍ່​ຄວາມ​ສ່ຽງ​ຕ່າງໆ ​ແລະ ​ໄດ້​ດຳເນີນ​ການ​ປະຕິ​ຮູບ​ຢ່າງ ​ເ​ຂັ້ມ​ແຂງ​ ເພື່ອເປີດເສັ້ນທາງ​ໃໝ່​ ໄປສູ່ການຈະ​ ເລີ​ນ​ເຕີບ​ໂຕ. ​ແຕ່​ວ່າ​ບາດ​ດັ່ງກ່າວນັ້ນ​ເກີດ​ຂຶ້ນ ​ຫຼັງຈາກຕະຫຼາດ​ຫຼັກ​ຊັບ​ທີ່​ຝືດ​ເຄືອງ​ຂອງ ຈີນ ​ໄດ້​ເຮັດ​ໃຫ້​ຊື່​ສຽງ​ຂອງ​ລັດຖະບານເຊື່ອມ ເສຍ​ລົງ ສຳລັບ​ການ​ບໍລິຫານ​ຢ່າງສະຫຼາດ​ຫຼັກ​ແຫຼມ​ຂອງນຶ່ງໃນບັນດາປະ​ເທດ​ທີ່​ມີເສດຖະກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ.

XS
SM
MD
LG