ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຖອນຕົວ ບໍ່ເຂົ້າຮ່ວມ ກອງປະຊຸມ IMF ທີ່ໂຕກຽວ


ເຄຶ່ອງໝາຍອົງການກອງທຶນສາກົນ IMF
ເຄຶ່ອງໝາຍອົງການກອງທຶນສາກົນ IMF
ຈີນໄດ້ຕັດສິນ​ໃຈວ່າ​ຈະ​ບໍ່​ສົ່ງ​ເຈົ້າໜ້າ​ທີ່​ກາ​ນ​ເງິນອາວຸ​ໂສ​ສູງສຸດ​ຂອງ​ຕົນ​ໄປ​ຮ່ວມ​ກອງ​ປະຊຸມ​ກອງ​ທຶນ​ສາ​ກົນ ຫຼື IMF ທີ່​ນະຄອນຫຼວງ​ໂຕ​ກຽວ​ໃນ​ອາທິດ​ນີ້ ​ໃນ​ຂະນະ​ທີ່​ຂໍ້​ຂັດ​ແຍ້​ງດ້ານເຂດ​ນໍ້າ​ແດນ​ດິນ​ຍັງ​ສືບ​ຕໍ່​ສ້າງ​ຄວາມ​ຕຶງ​ຄຽດໃຫ້​ແກ່​ຄວາມ​ສໍາພັນ​ການ​ທູດລະຫວ່າງ​ທັງ​ສອງ​ປະ​ເທດ​ມະຫາ​ອໍາ ນາດ​ຂົງ​ເຂດ​ເອເຊຍ​ຢູ່​ນັ້ນ.

ອົງການກອງ​ທຶນ​ສາກົນ ຫຼື IMF ກ່າວເມື່ອ​ວັນ​ພຸ​ດມື້​ນີ້​ວ່າ ທ່ານ Zhou Xiaochuan ຜູ້​ວ່າການ​ທະນາຄານປະຊາຊົນຈີນ ​ໄດ້​ຍົກ​ເລີກ​ການ​ໄປ ຮ່ວມ​ກອງ​ປະຊຸມ​ຂອງ​ທ່ານ ຍ້ອນ​ອັນທີ່​ປັກ​ກິ່ງ​ເອີ້ນ​ວ່າ ຂໍ້​ຂັດ​ແຍ້​ງກ່ຽວ​ກັບ ໝາຍ​ກຳນົດ​ການ​ເຮັດ​ວຽກ. ທ່ານ Zhou ມີ​ກໍານົດ​ຈະ​ເປັນ​ຜູ້​ກ່າວ​ປະ​ທະ​ກະຖາທີ່ສໍ​າຄັນ ຕໍ່​ກອງ​ປະຊຸມ​ດັ່ງກ່າວ ​ແຕ່​ກໍ​ປ່ຽນ​ໃຈ ​ແລະຈະ​ສົ່ງ​ຜູ້​ຮອງ​ຂອງ​ທ່ານ​ໄປ​ແທນ.

ສື່​ມວນ​ຊົນຂອງທາງ​ການ​ຈີນ​ເວົ້າ​ວ່າ ຄະນະ​ຜູ້​ແທນ​ຂອງ​ຈີນຈະ​ນໍາພາ​ໂດຍ ທ່ານ Yi Gang ຮອງຜູ້​ວ່າການ​ທະນາຄານປະ​ຊາ​ຊົນ​ຈີນ ​ແລະ​ທ່ານ Zhu Guangyao ຮອງ​ລັດຖະມົນຕີ​ການ​ເງິນ ​ແລະຍັງ​ເວົ້າ​ອີກ​ວ່າ ທະນາຄານທີ່​ສຳຄັນຂອງ​ຈີນ​ 4 ທະນາຄານ​ກໍ​ໄດ້​ຖອນ​ຕົວ ບໍ່​ຍອມ​ເຂົ້າ ຮ່ວມກອງ​ປະຊຸມປະ​ຈໍາປີຂອງ​ອົງການ​ IMF ​ແລະ​ທະນາຄານ​ໂລກ ​ດັ່ງ ກ່າວນໍາ​ເຊັ່ນ​ກັນ.

ທ່ານ Osamu Fujimura ຫົວໜ້າ​ກອງ​ເລຂາ​ ປະຈຳຄະນະລັດຖະບານຍີ່ປຸ່ນ ​ໄດ້ສະ​ແດງ​ຄວາມ​ເສຍ​ໃຈຫຼາຍກ່ຽວ​ກັບ​ການ​ຖອນ​ຕົວ​ຂອງ​ຈີນ.

ທ່ານ Fujimura ກ່າວ​ວ່າ “ຖ້າ​ຫາກ​ວ່າ​ບັນດາ​ຜູ້​ແທນ​ການ​ເງິນໄດ້​ຕັດສິນ​ໃຈ​ວ່າ​ຈະ​ ບໍ່​ເຂົ້າຮ່ວມໃນ​ກອງ​ປະຊຸມ​ບັ້ນ​ສໍາ​ຄັນ​ທີ່​ຈະ​ຈັດ​ຂຶ້ນທີ່​ກຸງໂຕ​ກຽວ​ຄັ້ງ​ນີ້​ແລ້ວ ຂ້າພະ​ເຈົ້າກໍ​ຄິດ​ວ່າ ມັນ​ໜ້າ​ເສຍ​ໃຈຫຼາຍ. ​ແຕ່​ແນວ​ໃດ​ກໍ​ດີ ຄວາມ​ສໍາພັນ​ທາງ​ເສດຖະ ກິດ​ແບບສອງ​ຝ່າຍ​ນັ້ນ​ມີ​ຄຸນຄ່າຢູ່ ດັ່ງນັ້ນ​ ​ມັນ​ເປັນຄວາມ​ເຕັມ​ໃຈ​ຂອງ​ຍີ່ປຸ່ນ​ທີ່​ຈະ​
ສື່​ສໍາພັນ​ກັບ​ຈີນ ​ຢ່າງ​ມີ​ປະສິດທິ​ຜົນ.”


ການ​ຍົກ​ເລີກ​ດັ່ງກ່າວ​ຂອງ​ຈີນ ​ແມ່ນ​ມີ​ຂຶ້ນທ່າມກາງ​ຂໍ້​ຂັດ​ແຍ້ງ​ທີ່​ຮ້າຍ​ແຮງ​ ​ນັບ​ມື້ກ່ຽວ​ກັບ​ໝູ່​ເກາະ​ທີ່​ບໍ່​ມີ​ຄົນ​ຢູ່​ອາໄສ ​ໃນ​ເຂດ​ທະ​ເລ​ຈີນ​ຕາ​ເວັນອອກ ຊຶ່ງ​ໄດ້ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ສໍາພັນ​ທາງ​ການ​ຄ້າ​ທີ່​ສໍາຄັນ​ລະ​ຫວ່າງສອງ​ປະ​ເທດ​ເສດຖະກິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຂົງ​ເຂດ​ເອ​ເຊຍ ​ໄປ​ແລ້ວ​ນັ້ນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG