ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການ​ສອບ​ເສັງ​ເຂົ້າ​ມະຫາ ວິທະຍາ​​ໄລ ຂອງນັກຮຽນຈີນ


ທີ່​ປະ​ເທດ​ຈີນ ນັກຮຽນ​ທີ່​ຈົບ​ມັດ​ທະ​ຍົມ​ປາຍ ເກືອບ​ເຖິງ
ສິບ​ລ້ານ​ຄົນ ກຳລັງທຳ​ການ​ສອບ​ເສັງ​ເຂົ້າ​ມະຫາວິທະຍາໄລ
ໃນ​ວັນ​ຈັນ​ມື້​ນີ້ ​ທີ່​ມີ​ການ​ຄວບ​ຄຸມ​ຢ່າງ​ເຂັ້ມ​ງວດ.

ພວກ​ຕຳຫລວດ​ ຄົນ​ຍາມ​ແລະ ອາສາ​ສະມັກ ຈຳນວນ​
ຫຼາຍ​ໝື່ນ​ຄົນ​ ໄດ້​ຖືກ​ສົ່ງ​ໄປທຳ​ການ​ເຝົ້າ​ຍາມການ​ສອບ​
ເສັງ​ນີ້​ຢ່າງ​ເຄັ່ງ​ຄັດ ​ໃນ​ທົ່ວ​ປະ​ເທດ ​ລຸນ​ຫລັງ​ທີ່​ໄດ້​ເກີດ
ເຫດການຟັນ​ແທງນັກຮຽນ​ຢ່າງ​ຕໍ່​ເນື່ອງ ເພື່ອ​ຮັກສາ​ຄວາມ​
ປອດ​ໄພ ​ແລະປ້ອງ​ກັນ​ການ​ລັກລອບກ່າຍ​ຂໍ້​ສອບກັນ​.

ຫນັງສື​ພິມ​ ຊິນຫົວ ຂອງທາງ​ການ​ຈີນ ອ້າງ​ຄຳ​ເວົ້າຂອງ
ເຈົ້າ​ຫນ້າ​ທີ່​ ສຶກສາ​ທ່ານ​ນຶ່ງ ທີ່​ກ່າວວ່າ ທາງ​ການ​ທ້​ອງຖິ່ນ ​ ແລະ​ຫນ່ວຍ​ງານ​ທີ່​ກ່ຽວຂ້ອງຕ່າງໆ​ ແມ່ນ​ຕຽມ​ພ້ອ​ມເພື່ອ ​ຮັບ​ມື​ກັບ​ເຫດ​ສຸກ​ເສີນ​ທີ່ອາດຈະເກີດ ຂຶ້ນ ໃນ​ຂະນະ​ທີ່​ນັກຮຽນ
ທຳ​ການ​ສອບ​ເສັງ​ຢູ່​ນັ້ນ.

ການ​ສອບ​ເສງເປັນ​ເວລາ​ສອງ​ມື້​ນີ້​ ແມ່ນໂອກາດດຽວ​ທີ່​ຈະ​ຕັດສິນ​ວ່າ ນັກຮຽນຄົນ​ໃດ​ຈະ​ໄດ້​
ເຂົ້າ​ຮຽນ​ຕໍ່ໃນ​ມະຫາວິທະຍາ​ໄລ. ລາຍ​ງານ​ຂອງ​ຊິນ​ຫົວ​ເວົ້າວ່າ ຄາດ​ວ່າປະມານ 68%
ຂອງ​ນັກຮຽນ​ທັງ​ຫມົດ​ທີ່​ເຂົ້າ ສອບ​ເສ​ງ​ໃນ​ປີ​ນີ້ ຈະ​ໄດ້​ເຂົ້າ​ໄປ​ສຶກສາ​ຕໍ່​ທີ່​ມະຫາວິທະຍາ​ໄລ.

XS
SM
MD
LG