ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄ່າເງິນຢວນຂອງຈີນແພງຂຶ້ນອີກ


ເງິນຢວນຂອງຈີນ
ເງິນຢວນຂອງຈີນ

ອັດຕາ​ແລກປ່ຽນ​ເງິນ​ຢວນຂອງ​ຈີນ​ໄດ້​ຖີບ​ໂຕ​ຂຶ້ນ​ສູງ​ສຸດ​ໃນ​ຮອບ 5 ປີ ຜ່ານ​ມາ​ໃນ​ວັນ​ຈັນ​ມື້​ນີ້ ພຽງ 2 ມື້
ຫລັງ​ຈາກ​ລັດຖະບານ​ປັກ​ກິ່ງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ເຮັດ​ໃຫ້​ອັດຕາ​ການ​ແລກປ່ຽນ​ເງິນຕາ​ຂອງຕົນ ​ຂຶ້ນ​ໆ ລົງໆ​
ຫລາຍກວ່າ​ເກົ່າ​ນັ້ນ.

ຄ່າ​ຂອງ​ເງິນ​ຢວນຖີບ​ຂຶ້ນ​ສູ່​ອັດຕາປະມານ 6.8 ຢວນ ຕໍ່ 1 ດອນ​ລາ​ສະຫະລັດ ຊຶ່ງແມ່ນເພີ່ມ​ຂຶ້ນ​ເກືອບ 4 ສ່ວນ 10
ຂອງ 1 ​ເປີ​ເຊັນ​ຈາກ ອັດຕາແລກປ່ຽນ ໃນ​ເວລາ​ຕະຫລາດ​ອັດ​ໃນ​ວັນ​ສຸກ​ຜ່ານ​ມາ​.

ການຖີບ​ຂຶ້ນ​ຂອງ​ຄ່າເງິນ​ຢວນ ​ໄດ້​ຍັງ​ຜົນ​ໃຫ້ລາຄາ​ຮຸ້ນ​ໃນ​ຕະຫລາດ​ເອ​ເຊຍ​ ຖີບ​ໂຕ​ສູງຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້.

ລັດຖະບານ​ຈີນ​ໄດ້​ຕົກຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນ​ເພີ່ມ​ຂຶ້ນ​ນັບ​ມື້ ຈາກ​ສະຫະລັດ ​ແລະ​ສະຫະພາບຢູ​ໂຣບ ​ແລະ
ກອງ​ທຶນ​ສາກົນ​ຫລື IMF ທີ່​ຢາກ​ໃຫ້​ຈີນ​ປັບ​ຄ່າ​ເງິນ​ຢວນຂຶ້ນນັ້ນ.

XS
SM
MD
LG