ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລຸງຂອງທ່ານກິມຈົງອຸນ ພົບປະ ພວກຜູ້ນຳຂອງຈີນ


ປະທານປະເທດຈີນ ທ່ານຫູຈິນເຖົາ ຈັບມືກັບທ່ານຈາງຊອງແທັກ ລຸງຂອງຜູ້ນຳ ເກົາຫຼີເໜືອ ທ່ານກິມຈົງອຸນ (17 ສິງຫາ 2012)
ປະທານປະເທດຈີນ ທ່ານຫູຈິນເຖົາ ຈັບມືກັບທ່ານຈາງຊອງແທັກ ລຸງຂອງຜູ້ນຳ ເກົາຫຼີເໜືອ ທ່ານກິມຈົງອຸນ (17 ສິງຫາ 2012)
ລຸງທີ່ມີອິດທິພົນ ຂອງທ່ານກິມຈົງອຸນ ຜູ້ນຳຂອງເກົາຫຼີເໜືອ
ໄດ້ພົບປະກັບປະທານປະເທດຈີນ ທ່ານຫູຈິນເຖົາ ແລະນາຍົກ
ລັດຖະມົນຕີເຫວິນເຈຍບາວ ຫຼັງຈາກປັກກິ່ງໃຫ້ຄຳໝັ້ນສັນຍາ
ໃນຕົ້ນອາທິດນີ້ ທີ່ຈະຊ່ອຍພຽງຢາງພັດທະນາເຂດເສດຖະກິດ
ສອງແຫ່ງໃນເກົາຫຼີເໜືອ.

ການເຈລະຈາໃນຕອນເຊົ້າຂອງວັນສຸກມື້ນີ້ ແມ່ນການແລກປ່ຽນ
ທາງດ້ານການທູດລະດັບສູງສຸດລະຫວ່າງປະເທດຄອມມູນິສທັງ
ສອງ ນັບຕັ້ງແຕ່ທ່ານກິມຈົງອຸນໄດ້ເຂົ້າກຳອຳນາດ ລຸນຫຼັງການ
ເຖິງແກ່ອະສັນຍະກຳຢ່າງກະທັນຫັນ ຂອງທ່ານກິມຈົງອິລ ມື້
ລາງບິດາຂອງທ່ານ.

ວິທະຍຸຈີນສາກົນລາຍງານວ່າ ການພົບປະທີ່ວ່ານີ້ໄດ້ມີຂຶ້ນ
ໃກ້ຕອນທ້າຍຂອງການຢ້ຽມຢາມ ຈີນເປັນເວລາຫົກມື້ຂອງ ທ່ານຈາງຊອງແທັກ ເພື່ອ
ປຶກສາຫາລືກ່ຽວກັບໂຄງການເສດຖະກິດ ຮ່ວມທີ່ເມືອງ Rason ໃນເຂດແຄມຝັ່ງ
ທະເລກໍ້າຕາເວັນອອກຂອງເກົາຫຼີເໜືອ ແລະເຂດເສດຖະກິດແຫ່ງທີ່ສອງ ທີ່ເມືອງ Gwanggumphyong ທີ່ຕັ້ງຢູ່ໃນບໍລິເວນຊາຍແດນຈີນ ຕິດກັບເກົາຫຼີເໜືອ.

ພວກນັກວິເຄາະກ່າວວ່າ ການເຈລະຈາທີ່ວ່ານີ້ແມ່ນຮ່ອງຮອຍທີ່ສະແດງໃຫ້ເຫັນວ່າ
ພຽງຢາງ ແລະປັກກິ່ງ ພວມເສີມຂະຫຍາຍສາຍພົວພັນ ຫຼັງຈາກຜູ້ນຳຄົນໃໝ່ຂອງ
ເກົາຫຼີເໜືອໄດ້ສະແດງຄວາມຕັ້ງໃຈຂອງທ່ານ ທີ່ຈະປັບປຸງສະພາບເສດຖະກິດທີ່ລຳ ບາກຍາກແຄ້ນຂອງປະເທດ ໃຫ້ດີຂຶ້ນ.
XS
SM
MD
LG