ການນຳໃຊ້ເງິນຢວນໃນການຊຳລະສະສາງຄ່າສິນຄ້າແລະການລົງທຶນ ລະຫວ່າງອາຊຽນກັບຈີນ ຈະເພີ້ມຂຶ້ນນັບມື້ ແລະຈະເປັນການຫລຸດການນຳໃຊ້ດອນລາຂອງສະຫະລັດ ໃນອາຊຽນໃຫ້ໜ້ອຍລົງນັບມື້ເຊັ່ນກັນ.
ຮສ.ດຣ. ສົມພົບ ມານະຣັງສັນ ອະທິການບໍດີຂອງສະຖາບັນການຈັດການປັນຍາພິວັດ ໄດ້ໃຫ້ທັດສະນະວ່າ ການຕົກລົງວ່າດ້ວຍການນຳໃຊ້ເງິນຕາສະກຸນທ້ອງຖິ່ນ ເພື່ອການຊຳລະສະສາງລາຄາສິນຄ້າແລະບໍລິການຕ່າງໆ ລວມເຖິງການລົງທຶນລະຫວ່າງຈີນກັບອາຊຽນ ນອກຈາກຈະເຮັດໃຫ້ມູນຄ່າການຄ້າ ແລະການລົງທຶນລະຫວ່າງຈີນ ກັບອາຊຽນມີທ່າອ່ຽງເພີ້ມຂຶ້ນນັບມື້ແລ້ວ ຍັງຈະເຮັດໃຫ້ເງິນຢວນຂອງຈີນ ມີອະດທິພົນຕໍ່ປະເທດສະມາຊິກຂອງອາຊຽນເພີ້ມຂຶ້ນນັບມື້ດ້ວຍເຊັ່ນກັນ ທັງຍັງຄາດວ່າ ເງິນຢວນຈະມີອິດທິພົນຕໍ່ອາຊຽນສູງກວ່າເງິນໂດລາສະຫະລັດ ໃນເວລາບໍ່ເກີນ 10 ປີຕໍ່ໜ້ານີ້ ເພາະຈີນກັບອາຊຽນຕ່າງກໍເປັນຄູ່ການຄ້າອັນດັບ 1 ລະຫວ່າງກັນໃນປັດຈຸບັນນີ້ ສ່ວນການລົງທຶນຂອງຈີນໃນອາຊຽນນັ້ນ ກໍເພີ້ມຂຶ້ນທຸກປີ ທັງຍັງເປັນການລົງທຶນ ທີ່ຄອບຄຸມທຸກດ້ານໃນທັງ 10 ປະເທດສະມາຊິກຂອງອາຊຽນອີກດ້ວຍ ດັ່ງນັ້ນ ຈຶ່ງເຊື່ອວ່າ ອາຊຽນຈະຫລຸດການນຳໃຊ້ເງິນໂດລາສະຫະລັດ ແລະຫັນມາໃຊ້ເງິນຢວນຫຼາຍຂຶ້ນຈົນແຊງໜ້າເງິນໂດລາສະຫະລັດຢ່າງແນ່ນອນ ດັ່ງທີ່ ຮສ.ດຣ. ສົມພົບ ໄດ້ໃຫ້ການຢືນຢັນວ່າ:
“ຂ້ອຍວ່າ ປະເທດຕ່າງໆ ເຫຼົ່ານີ້ ກໍຄົງຈະ By Pass ດອນລາເພີ້ມຫຼາຍຂຶ້ນ ທັງເລື້ອງຂອງເຫັນເຖິງປັດໄຈສ່ຽງດ້ວຍ ທັງເລື້ອງທີ່ເປັນ Flight ບັງຄັບທີ່ເຮັດໃຫ້ໂອກາດໃນການທີ່ຈະມາໃຊ້ເງິນຕາ ຢ່າງໜ້ອຍເລີ້ມຕົ້ນຈາກສອງຝ່າຍ ຄືຈາກຄູ່ຄ້າກ່ອນ ແລະຕໍ່ໄປກໍຄົງຈະຂະຫຍາຍເປັນຫຼາຍຝ່າຍ ກໍຄື ການສ້າງເງິນທີ່ເປັນສະກຸນລວມຂຶ້ນມາ ເງິນຕາສະກຸນລວມນີ້ ແນ່ນອນກໍໜ້າຈະເປັນເງິນຢວນນີ້ແຫລະ ເປັນສູນກາງ-ໃຈກາງສຳຄັນ ເໝືອນທີ່ດອນລາມີບົດບາດສຳຄັນໃນໂລກຂອງຕາເວັນຕົກແບບທຸກມື້ນີ້.”
ຟໍຣັມສະແດງຄວາມຄິດເຫັນ