ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນຮຽກຮ້ອງໃຫ້ ທ້ອນໂຮມກັນກັບໄຕ້ຫວັນ ໃນວັນຄົບຮອບ ຈຸດຈົບຂອງລາດຊະວົງຈີນ


Աշխարհի քրիստոնյաները նշում են Ավագ ուրբաթը, 29 մարտի 2013թ.
Աշխարհի քրիստոնյաները նշում են Ավագ ուրբաթը, 29 մարտի 2013թ.

ວັນ​ຈັນ​ອາທິດແລ້ວນີ້ເປັນ​ວັນ​ຄົບຮອບນຶ່ງ​ຮ້ອຍ​ປີຂອງ​ການ​ເລີ່ມຕົ້ນ​ການ​ລຸກ​ຮື​ຂຶ້ນ ທີ່​​ໄດ້ຍັງ​ຜົນ​ໃຫ້ລະບອບ​ຈັກກະພັດ​ຈີນ​ຕ້ອງ​ສິ້ນ​ສຸດ​ລົງ. ທ່ານ ຫູ ຈິນ​ເຖົາ ປະທານ​ປະ​ເທດ​ຈີນ​ໄດ້ຖື​ໂອກາດ​ນີ້ຮຽກຮ້ອງ​ໃຫ້​ມີ​ການ​ທ້ອນ​ໂຮມ​ຊາດ​ກັນ​ກັບ​​ໄຕ້​ຫວັນ ຊຶ່ງ​ເປັນ​ເກາະ​ທີ່​ປົກຄອງ​ໂດຍ​ຈີນ​ຄະນະ​ຊາດມາ​ໄດ້​ຫົກ​ສິບ​ປີ​ແລ້ວນັ້ນ. ທອງ​ປານມີ​ເລຶ່ອງນີ້ ມາ​ສະ​ເໜີ​ທ່ານ.​

ຟັງລາຍງານ:

ເມື່ອ​ວັນ​ຈັນ​ວານ​ຜ່ານ​ມາ​ນີ້ ວົງ​ການ​ສື່​ມວນ​ຊົນ​ຂອງ​ຈີນ​ໄດ້ພາກັນອອກ​ຂ່າວ​ ​ຄໍາ​ຮຽກຮ້ອງ
ຂອງ​ທ່ານ​ປະທານ ຫູ ຈິນ​ເຖົາ ​ໄປ​ຍັງ​ພວກ​ຊາວ​ໜຸ່ມຈີນ ​ໃຫ້ຊ່ວຍ​ກັນ​ຟື້ນ​ຟູປະ​ເທດ​ຊາດໃຫ້
ມີ​ພະລັງ​ຄືນ​ມາ​ໃໝ່​ອີກ ​ນຶ່ງ​ຮ້ອຍ​ປີຫລັງ​ຈາກ​ການ​ປະຕິວັດຊິນ​ໄຫ ທີ່ໄດ້ຍຸດຕິການ​ປົກ​ຄອງ
ໂດຍ​ລາດ​ຊະ​ວົງ​ຈີນ ມາເປັນ​ເວລາຫລາຍ​ກວ່າ 2,000 ປີນັ້ນ.

ປະທານ​ ຫູ ​ຈິນ​ເຖົາ ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ລູກ​ຊາຍ​ລູກ​ສາວ​ຂອງ​ຈີນທຸກ​ຖ້ວນ​ໜ້າ ​ຈົ່ງ​ປະ
ສານ​ມື​ກັນ​ເພື່ອ​ສືບ​ຕໍ່​ດໍາ​ເນີນ​ວຽກ​ງານ​ຂອງ​ທ່ານ ຊຸນ ຢັດ ​ເຊ​ນ ປະທານາທິບໍດີ​ຄົນ​ທໍາ​ອິດ
ຂອງ​ສາທາລະນະ​ລັດຈີນ ແລະ​ເຮັດ​ໃຫ້​ອຸດົມ​ການ​ຂອງ​ທ່ານ ​ກ່ຽວ​ກັບ​ສິ່ງທ່ານບັນ​ລະ​ຍາຍ​
ວ່າ ການ​ຟື້ນ​ຕົວ​ຄືນ​ອັນ​ຍິ່ງ​ໃຫຍ່​ຂອງ​ຈີນນັ້ນ ​ເປັນຄວາມ​ຈິງ​ຂຶ້ນ​ມາ.

ປະທານປະເທດຈີນ Hu Jintao ໃນພິທີ ສະຫລອງຄົບຮອບ 100 ປີ ຂອງການ ປະຕິວັດຊິນໄຫ, 09/10/2011
ປະທານປະເທດຈີນ Hu Jintao ໃນພິທີ ສະຫລອງຄົບຮອບ 100 ປີ ຂອງການ ປະຕິວັດຊິນໄຫ, 09/10/2011

ທ່ານ ຊຸນ ຢັດ​ເຊ​ນ ​ນັ້ນ​ຖື​ວ່າ​
ເປັນ​ບິດາຜູ້​ກໍ່​ຕັ້ງຈີນ​ໃນຢຸກສະ
ໄໝ​ໃໝ່ແລະ​ໄດ້ຮັບ​ຄວາມ​ເຄົາ
ລົບ​ນັບຖື​ຈາກ​ປະຊາຊົນ​ຈີນ ທັງ​ໃນ​ເກາະໄຕ້​ຫວັນ ແລະແຜ່ນດິນໃຫຍ່. ​ເວລາພວກ​ຈີນ​ຄະນະ
ຊາດພ່າຍ​ແພ້​ການ​ທໍາ​ສົງຄາມ​ກາງ​ເມືອງ​ກັບ​ພັກ​ຄອມມິວນີສຈີນ​ໃນ​ປີ 1949 ​ແລະຫລົບ​ໜີ​ໄປ
ຢູ່ເກາະໄຕ້​ຫວັນນັ້ນ ທ່ານຊຸນແມ່ນໄດ້​ເຖິງ​ແກ່​ມໍລະນະ​ກໍາ​ໄປ​ແລ້ວ​.

ໃນ​ຄໍາ​ປາໄສ​ຂອງ​ທ່ານ​ເມື່ອ​ວັນ​ອາທິດ​ຜ່ານ​ມາ​ນີ້ ທ່ານ ຫູ ​ໄດ້​ເນັ້ນ​ຍໍ້າ​ເຖິງ ປະວັດສາດທີ່​ມີ
ຮ່ວມ​ກັນ​ນີ້ ​ແລະຊີ້​ອອກ​ວ່າ
ປະຊາຊົນ​ຈີນ​ ຢູ່​ໃນທັງສອງ​ຟາກຝັ່ງ​ຂອງ​ຊ່ອງ​ແຄບໄຕ້​ຫວັນ​ນັ້ນແມ່ນມີ​ສາຍ​ເລືອດ​ດຽວ​ກັນ.

ທ່ານ ຫູ ກ່າວ​ຕໍ່​ໄປ​ວ່າ ​ໃນ​ຂະນະ​ນີ້ ໄຕ້​ຫວັນ​ແລະ​ຈີນ​ແຜ່ນດິນ​ໃຫຍ່​ຕ່າງ​ກໍປະສົບ​ກັບ
ຄວາມ​ຈະ​ເຣີນຮຸ່ງ​ເຮືອງ​ແລະ​ການ​ພັດທະນາ​ຄື​ກັນ. ທ່ານ ຫູ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ທ້ອນ
ໂຮມ​ຊາດ​ກັນ​ຢ່າງ​ສັນຕິ ​ແລະ​ກ່າວ​ວ່າ ທັງ​ສອງຝ່າຍຄວນ​ຈະມຸ້ງ​ໝັ້ນຕໍ່ເປົ້າໝາຍ​ທີ່​ມີ​ຮ່ວມ​
ກັນ ໃນການ​ພັດທະນາ​ປະຊາຊົນຈີນນັ້ນ.

ປະທານປະເທດຈີນ ທ່ານ Hu Jintao (ຊ້າຍ) ກັບອະດີດປະທານ Jiang Zemin (ຂວາ) ໄປຮ່ວມໃນພິທີສະ ຫລອງຄົບຮອບ 100 ​ປີ ຂອງ​ການ​ ປະຕິວັດຊິນ​ໄຫ ທີ່ສາລາປະຊາຊົນ ໃນນະຄອນຫລວງປັກກິ່ງ, ວັນທີ 9 ຕຸລາ 2011.
ປະທານປະເທດຈີນ ທ່ານ Hu Jintao (ຊ້າຍ) ກັບອະດີດປະທານ Jiang Zemin (ຂວາ) ໄປຮ່ວມໃນພິທີສະ ຫລອງຄົບຮອບ 100 ​ປີ ຂອງ​ການ​ ປະຕິວັດຊິນ​ໄຫ ທີ່ສາລາປະຊາຊົນ ໃນນະຄອນຫລວງປັກກິ່ງ, ວັນທີ 9 ຕຸລາ 2011.

ນອກ​ນີ້​ແລ້ວ ອະດີດ​ປະທານ​ປະ​ເທດ​ຈີນ
ທ່ານຈຽງ ຊື້​ໝິນ(Jiang Zemin) ກໍຍັງ
ໄດ້ອອກມາ​ປາກົດ​ຕົວ​ໃນ​ທີ່ສາທາລະນະ
ໃນ​ພິທີ​ສະ​ເຫລີ​ມສະຫລອງ​ວັນ​ຄົບຮອບ
ດັ່ງກ່າວ​ ໃນ​ວັນ​ທິດຜ່ານ​ມາ​ນີ້. ໂທລະ
ພາບຂອງ​ລັດ​ສະ​ແດງໃຫ້​ເຫັນ​ພາບອະ
ດີດ​ປະທານປະ​ເທດ ໄວ 85 ປີທີ່​ມີສຸຂະ
ພາບ​ອ່ອນແອ ຮ້ອງ​ເພງ​ຊາດຮ່ວມກັນ
ກັບ​ພວກ​ຜູ້​ນໍາ​ສູງ​ສຸດຄົນ​ອື່ນໆ​ຂອງ​ຈີນ.
ພວກ​ເຈົ້າໜ້າ​ທີ່​ຈີນໄດ້​ປະຕິ​ເສດ​ຢູ່​ເປັນ
ປະ​ຈໍາ​ ຕໍ່​ຂ່າວ​ລືທີ່​ປາກົດ​ອອກ​ມາເມື່ອບໍ່
ເທົ່າ​ໃດ​ເດືອນ​ຜ່ານ​ມານີ້ ກ່ຽວ​ກັບ​ສຸຂະ
ພາບ​ອ່ອນ​ແອ​ຂອງ​ທ່ານ​ຈຽງ ຊື້​ໝິນ ນັ້ນ​.

ສ່ວນ​ຢູ່ທີ່​ນະຄອນຫລວງ​ໄທ​ເປ​ນັ້ນ ທ່ານ
ໝາ​ ຍິງ ຈິ​ວ ປະທານາທິບໍດີ​ໄຕ້ຫວັນ​ ກໍ​
ໄດ້ເອີ່ຍ​ເຖິງຄຸນ​ຄວາມ​ດີ​ຂອງມື້​ລາງ​ທ່ານຊຸນ
ຢັດ ​ເຊ​ນ ຄື​ກັນ​ ໃນວັນ​ຄົບ​ຮອບ​ນຶ່ງ​ຮ້ອຍ
ປີ​ດັ່ງກ່າວ ແຕ່​ໄດ້​ເນັ້ນ​ນໍ້າ​ເຖິງ​ຄ່າ​ນິຍົມ​ທີ່
ແຕກ​ຕ່າງໄປ​ຈາກຄູ່​ຕໍາ​ແໜ່​ງ​ໃນແຜ່ນດິນ​
ໃຫຍ່​ຂອງ​ທ່ານ.

ປະທານາທິບໍດີ ໝາ ຢິງຈິ​ວ ແຫ່ງໄຕ້ຫວັນ ກ່າວຄໍາປາໄສ ໃນວັນຄົບ ຮອບນຶ່ງ​ຮ້ອຍ​ປີ ຫລັງ​ຈາກ​ການ​ປະຕິວັດຊິນ​ໄຫ ທີ່ໄດ້ຍຸດຕິການ​ປົກ​ຄອງໂດຍ​ລາດ​ຊະ​ວົງ​ຈີນ ມາເປັນ​ເວລາຫລາຍ​ກວ່າ 2,000 ປີນັ້ນ.
ປະທານາທິບໍດີ ໝາ ຢິງຈິ​ວ ແຫ່ງໄຕ້ຫວັນ ກ່າວຄໍາປາໄສ ໃນວັນຄົບ ຮອບນຶ່ງ​ຮ້ອຍ​ປີ ຫລັງ​ຈາກ​ການ​ປະຕິວັດຊິນ​ໄຫ ທີ່ໄດ້ຍຸດຕິການ​ປົກ​ຄອງໂດຍ​ລາດ​ຊະ​ວົງ​ຈີນ ມາເປັນ​ເວລາຫລາຍ​ກວ່າ 2,000 ປີນັ້ນ.

ປະທານາທິບໍດີ ໝາ ຢິງຈິ​ວ​ໄດ້​
ຮຽກຮ້ອງ​ໃຫ້​ພວກ​ເຈົ້າໜ້າ​ທີ່​ຈີນ
ແຜ່ນດິນໃຫຍ່​ ຈົ່ງຈົດ​ຈໍາ​ອຸດົມ​
ການໃນ​ການກໍ່​ຕັ້ງ​ປະ​ເທດ​ຈີນ
ຂອງ​ທ່ານຊຸນ ຢັດ ​ເຊ​ນ ທີ່ວ່າ​
ໃຫ້ເປັນ​ປະ​ເທດ​ທີ່​ມີ​ເສລີພາບ
ປະຊາທິປະ​ໄຕ ​ແລະການແບ່ງ
ປັນກະຈາຍ​ຄວາມ​ອຸດົມ​ຮັ່ງ​ມີ​
ໃຫ້ເທົ່າ​ທຽມ ​ທົ່ວ​ເຖິງກັນ.

ຄໍາ​ປາໄສ​ຂອງ​ປະທານາທິບໍດີ
ໝາ ຢິງຈິ​ວ ​ຕິດຕາມມາ​ດ້ວຍ
ການ​ເດີນ​ສວນສະໜາມ​ສະ
ແດງ​ແສນ​ຍານຸພາ​ທາງ​ທະຫານ
ຂອງ​ໄຕ້​ຫວັນ ທີ່​ໃຊ້​ເວລາດົນ​
ເຖິງ​ນຶ່ງ​ຊົ່ວ​ໂມງ ອັນ​ໂຮມ​ທັງ
ການສະແດງເຮືອບິນ​ໄອ​ພົ່ນ
ລົດ​ຖັງ ​ແລະ​ລູກ​ສອນ​ໄພ.

ເດັກນ້ອຍຈີນປະກອບສ່ວນໃນພິທີ ສະເຫລີມສະຫລອງຄົບຮອບ 100 ປີຂອງສາທາລະນະລັດຈີນ ທີ່ ໄຕ້ຫວັນ, ວັນທີ 10 ຕຸລາ 2011.
ເດັກນ້ອຍຈີນປະກອບສ່ວນໃນພິທີ ສະເຫລີມສະຫລອງຄົບຮອບ 100 ປີຂອງສາທາລະນະລັດຈີນ ທີ່ ໄຕ້ຫວັນ, ວັນທີ 10 ຕຸລາ 2011.

ເທົ່າ​ເຖິງ​ປັດຈຸບັນ​ນີ້ ຈີນແຜ່ນດິນໃຫຍ່​ຍັງ​
ອ້າງວ່າ ​ເກາະໄຕ້​ຫວັນ​ເປັນ​ພາກສ່ວນ​ນຶ່ງ
ຂອງອານາ​ເຂດ​ຂອງ​ຕົນ​ຢູ່​ຕໍ່​ມາ. ທັງ​ສອງ
ຝ່າຍ​ໄດ້ລົດ​ຜ່ອນ​ຄວາມ​ເປັນ​ປໍ​ລະ​ປັກຕໍ່​ກັນ
ແລະ​ກັນ​ລົງ​ແດ່ໃນ​ໄລຍະ​ບໍ່​ເທົ່າ​ໃດ​ປີຜ່ານ
ມານີ້ ​ແຕ່​ຈີນ​ແຜ່ນດິນ​ໃຫຍ່​ກໍ​ຍັງບໍ່​ໄດ້ປະ
ກາດ​ເລີກ​ລົ້ມຄວາມ​ເປັນ​ໄປໄດ້​ ທີ່​ວ່າ​ຕົນ
ຈະ​ໃຊ້​ກໍາລັງ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ເກາະ
ໄຕ້​ຫວັນ ທີ່​ມີ​ລັດຖະບານ​ຂອງ​ຕົນ​ເອງ
ຕ່າງຫາກ​ນັ້ນ ປະກາດ​ເອກກະລາດ.

XS
SM
MD
LG