ປະທານປະເທດຈີນ ທ່ານ Xi Jinping ໃຫ້ການຢືນຢັນຕໍ່ຄວາມ
ໝາຍໝັ້ນຕັ້ງໃຈຂອງທ່ານ ທີ່ຈະປະຕິຮູບລະບົບກົດໝາຍຂອງ
ປະເທດ ທີ່ໄດ້ຮັບຄວາມເສຍຫາຍ ຈາກການສໍ້ລາດບັງ ຫຼວງ
ແຕ່ຂະນະດຽວກັນ ກໍກ່າວຢ້ຳວ່າ ພັກຄອມມຸຍນີສຈະບໍ່ຍອມ
ສູນເສຍການຄວບຄຸມສານ ຕ່າງໆ.
ຄະດີໃຫຍ່ໆທີ່ມີຊື່ສຽງຈຳນວນນຶ່ງ ທີ່ນຳໄປສູ່ການຕັດສິນລົງໂທດ
ຜິດໆຢ່າງຕໍ່ເນື່ອງນັ້ນ ໄດ້ ຄ່ອຍໆທຳລາຍຄວາມເຊື່ອໝັ້ນຂອງ
ສາທະລະນະຊົນ ໃນລະບົບຕຸລາການຂອງຈີນ ທີ່ມີອັດ ຕາໃນ
ການລົງໂທດເກືອບ 100 ເປີເຊັນ ແລະໄດ້ກາງຕໍ່ມາເປັນເວລາ
ດົນນານແລ້ວ ຕໍ່ການບັງຄັບໃຫ້ຮັບສາລະພາບນັ້ນ.
ໃນການກ່າວຄຳປາໄສໃນສັບປະດານີ້ ປະທານປະເທດ Xi ຮັບຮູ້ເຖິງການປະຕິບັດໜ້າທີ່
ທີ່ຂາດຕົກບົກຜ່ອງ “ຮວມທັງການຕັດສິນລົງໂທດທີ່ບໍ່ເປັນທຳແລະຜິດພາດ” ທີ່ຍັງສືບຕໍ່ເປັນ ບັນຫາ ອິງຕາມລາຍງານຂອງອົງການຂ່າວຊິນຫົວ ຂອງທາງການຈີນ.
ຖ້າບັນຫາທັງຫຼາຍເຫລົ່ານີ້ ຫາກບໍ່ໄດ້ຮັບການແກ້ໄຂ “ໃນເວລາອັນຄວນແລ້ວນັ້ນ” ຜູ້ນຳຂອງ
ພັກຄອມມຸຍນີສ ໄດ້ກ່າວວ່າ “ມັນຈະຂັດຂວາງຕໍ່ການສ້າງຄວາມກ້າວໜ້າ ໃນການ ປົກຄອງ
ດ້ວຍຕົວບົດກົດໝາຍ ແລະສ້າງຄວາມເສຍຫາຍໃຫ້ແກ່ຄວາມເປັນທຳແລະຄວາມຍຸດຕິທຳ
ຂອງສັງຄົມ.”
ແຕ່ທ່ານ Xi ກໍໄດ້ກ່າວເນັ້ນວ່າ ທາງພັກຄອມມຸຍນິສ ຈະສືບຕໍ່ໃຊ້ສິດອຳນາດເໜືອສານຕ່າງໆ ໂດຍກ່າວວ່າ “ນີ້ແມ່ນເປັນຕົວແທນຂອງລັກສະນະພິເສດຂັ້ນພື້ນຖານແລະການ
ໄດ້ປຽບທາງການເມືອງຂອງລະບົບຕຸລາການສັງຄົມນິຍົມ.”