ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ຮອງປະທານ ປະເທດຈີນ ທ່ານ Xi Jinping ຢ້ຽມຢາມສະຫະລັດ


ຮອງປະທານປະເທດທ່ານ Xi Jingping ເດີນທາງມາຢ້ຽມຢາມສະຫະລັດ ຢ່າງເປັນທາງການເປັນເວລາສອງ ວັນ (13 ກຸມພາ 2012)

ຮອງ​ປະທານ​ປະ​ເທດຈີນ ທ່ານ Xi Jinping ພົບ​ປະ​ກັບປະທານາທິບໍດີ ບາຣັກ ໂອ​ບາ​ມາ ​
ທີ່​ທໍາ​ນຽບຂາວ ໃນ​ວັນ​ອັງຄານມື້​ນີ້ຊຶ່ງ​ທ່ານ ເປັນ​ທີ່​ຄາດ​ກັນ​ວ່າ ​ທ່ານ​ຈະຮຽກຮ້ອງ​ໃຫ້​ມີ
​ການ​ເອົາ​ມາດ​ຕະການ​ເສີມສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈລະຫວ່າງ​ປະ​ເທດ​ທັງ​ສອງ.

ຜູ້​ທີ່​ກໍາລັງ​ລໍຖ້າຈະ​ເປັນ​ຜູ້ນຳ​ຄົນ​ຕໍ່​ໄປ​ຂອງ​ຈີນ​ທ່ານ​ນີ້ ຈະ​ເລີ້ມຕົ້ນ​ການ​ຢ້ຽມຢາມ​ຂອງ​ທ່ານ
ໃນ​ມື້ນີ້ດ້ວຍ​ການ​ໂອ້​ລົມ​ສົນທະນາ​ກັບຮອງ​ປະທານາທິບໍດີສະຫະລັດ ທ່ານ Joe Biden
ເຈົ້າພາບ​ທີ່​ໃຫ້ການ​ຕ້ອນຮັບ​ທ່ານ​ຢ່າງ​ເປັນ​ທາງການຕິດຕາມ​ມາ​ດ້ວຍ​ການພົບ​ປະ​ກັບ
ປະທານ​ທິບໍດີ ​ໂອ​ບາ​ມາ ທີ່ທໍາ​ນຽບຂາວ. ມີ​ທ່າ​ທາງ​ວ່າຫົວ​ຂໍ້​ໃນການ​ສົນທະນາຫາລື ​
ແມ່ນຈະ​ຮວມທັງ ບັນຫາ​ຂັດ​ແຍ້​ງທາງ​ດ້ານ​ເສດຖະກິດ ການ​ເສີມ​ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ
ຊຶ່ງ​ກັນ​ແລະ​ກັນ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ​ແລະ ບັນຫາດ້ານ​ສິດທິ​ມະ​ນຸດ ຊຶ່ງ​ຮວມທັງ​ການ​
ເຜົາຕົວຕາຍ​ຂອງ​ພະ​ພິຂຸ​ສົງຕິ​ເບ​ດ ທີ່​ມີ​ມາ​ເປັນລຳດັບ​ນັ້ນ.

ຫລັງ​ຈາກ​ຮັບ​ປະທານ​ອາຫານ​ທ່ຽງ​ທີ່​ກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ ຊຶ່ງ​ເປັນ​ເຈົ້າພາບ
ໂດຍ​ຮອງ​ປະທານາທິບໍດີ Joe Biden ​ແລະ ລັດຖະ​ມົນຕີ​ກະ​ຊວງ​ການ​ຕ່າງປະ​ເທດ ທ່ານ
ນາງ Hillary Clinton ແລ້ວ ທ່ານ Xi ມີ​ກຳນົດຈະ​ພົບ​ປະ​ກັບ​ບັນດາພວກ​ນາຍທະຫານ
ສະຫະລັດ ທີ່​ທຳນຽບຫ້າ​ແຈ ​ແລ​ະຕິ​ດຕາມດ້ວຍການ​ພົບ​ປະ​ກັບ​ບັນດາ​ຜູ້​ນໍາ ດ້ານທຸລະ​ກິດ
ອາ​ເມ​ຣິ​ກັນ ແລະ*ຈີນ.

ທ່ານ Xi ​ໄດ້ເດີນ​ທາງ​ມາ​ເຖິງ​ໃນ​ມື້​ວັນ​ຈັນວານ​ນີ້​ທີ່ສະໜາ​ມບີນທະຫານ​ແຫ່ງ​ນຶ່ງ ຢູ່​ນອກ
ນະຄອນ​ຫລວງວໍ​ຊິງຕັນ ຊຶ່ງ​ທ່ານ​ໄດ້​ຖືກ​ຮັບ​ຕ້ອນ​ຈາກ​ບັນດາເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງສະຫະລັດ.
ເອກ​ອັກ​ຄະ​ລັດ​ທະ​ທູດສະຫະລັດປະ​ຈໍາ​ປະ​ເທດ​ຈີນ​ ທ່ານ Gary Lock ກ່າວ​ວ່າການ​ມາ
ຢ້ຽມຢາມຂອງ​ທ່ານ Xi ​ໃນຄັ້ງ​ນີ້​ ແມ່ນ​ເປັນໂອກາດດີສຳ​ຫຼັບການສົນທະນາຫາລື​ກ່ຽວ​ກັບ​
ການ​ຂັດແຍ້​ງ​ໃນເລື່ອງການ​ຄ້າ​ແລະ​ບັນຫາ​ດ້ານ​ຄວາມ​ປອດ​ໄພ.

XS
SM
MD
LG