ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຈະລົບລ້າງ ກຳນົດສະໄໝ ຂອງປະທານປະເທດ


ປະທານປະເທດ ຈີນ ທ່ານ ສີ ຈິ່ງຜິງ ໃຫ້ຄຳປາໄສໃນລະຫວ່າງ
ກອງປະຊຸມລາຍງານຮ່ວມທີ່ຫໍປະຊຸມໃຫຍ່ປະຊາຊົນ ຈີນ. ນະ
ຄອນຫຼວງ ປັກກິ່ງ, ປະເທດ ຈີນ. 9 ມັງກອນ, 2018.
ປະທານປະເທດ ຈີນ ທ່ານ ສີ ຈິ່ງຜິງ ໃຫ້ຄຳປາໄສໃນລະຫວ່າງ ກອງປະຊຸມລາຍງານຮ່ວມທີ່ຫໍປະຊຸມໃຫຍ່ປະຊາຊົນ ຈີນ. ນະ ຄອນຫຼວງ ປັກກິ່ງ, ປະເທດ ຈີນ. 9 ມັງກອນ, 2018.

ສະພາ ຄອງແກຣັສ ແຫ່ງຊາດຂອງປະຊາຊົນຈີນ ໄດ້ລົງຄະແນນສຽງໃນວັນອາທິດມື້ນີ້
ເພື່ອລົບລ້າງກຳນົດສະໄໝຂອງປະທານປະເທດ.

ການລົງຄະແນນສຽງດັ່ງກ່າວ ໄດ້ແປງທາງ ໃຫ້ປະທານປະເທດຄົນປັດຈຸບັນ ທ່ານ ສີ
ຈິ່ນຜິງ ໃຫ້ສາມາດຫາທາງປົກຄອງປະເທດໄປໄດ້ຕະຫຼອດ ຢ່າງບໍ່ມີວັນສິ້ນສຸດ.

ນອກນັ້ນ ລັດຖະທຳມະນູນທີ່ຖືກແກ້ໄຂໃໝ່ ຮັບຜ່ານໃນວັນອາທິດມື້ນີ້ ຍັງຈະເພີ່ມເຕີມ
ແນວຄິດທາງດ້ານການເມືອງແລະວິໄສທັດຂອງທ່ານ ສີ ໃສ່ໃນເອກກະສານດັ່ງກ່າວນຳ
ຊຶ່ງເປັນຜູ້ນຳຈີນຄົນທຳອິດ ໃນຕຳແໜ່ງ ນັບຕັ້ງແຕ່ຜູ້ກໍ່ຕັ້ງປະເທດຈີນ ທ່ານ ເໝົາ ເຈີຕຸງ
ໄດ້ຂຶ້ນກຳອຳນາດເປັນຕົ້ນມາ.

ນອກຈາກນັ້ນແລ້ວ ຂໍ້ຄວາມເພີ່ມເຕີມນີ້ ຍັງຈະເປັນທີ່ແຈ້ງຂາວກວ່າແຕ່ໃດໆມາ ອຳ
ນາດອັນເດັດຂາດ ຂອງພັກຄອມມິວນິສ ໃນກິດຈະການທຸກໆດ້ານ ທັງຈຸດຢືນຂອງ
ພັກ ວ່າເປັນອົງການການເມືອງດຽວເທົ່ານັ້ນ ທີ່ເໝາະສົມ ສຳລັບປົກຄອງປະເທດຈີນ.

ການເຄື່ອນໄຫວດັ່ງກ່າວ ໄດ້ຖືກຕ້ອງຕິຢ່າງໃຫຍ່ ແບບບໍ່ເຄີຍມີມາກ່ອນໃນປະເທດຈີນ.
ສຳລັບຊາວຈີນຫຼາຍໆຄົນແລ້ວແມ່ນວ່າ ການປ່ຽນແປງທາງດ້ານການເມືອງທີ່ໃຫ້ມີ
ການປົກຄອງແບບບໍ່ມີກຳນົດນີ້ ໄດ້ນຳເອົາຄວາມຊົງຈຳກ່ຽວກັບການປົກຄອງແບບສັບ
ສົນຂອງທ່ານເໝົາ ເຈີຕຸງ ແລະການປະຕິວັດວັດທະນະທຳ ໃນລະຫວ່າງ ປີ 1966 ຫາ
1976.

ຜູ້ນຳສອງຄົນ ກ່ອນທ່ານ ສີ ໄດ້ລົງຈາກອຳນາດ ລຸນຫຼັງການປົກຄອງສອງສະໄໝ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG