ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ປະເທດຈີນ ສັນຍາວ່າ ຈະຊ່ວຍເຫຼືອ ປະເທດທີ່ທຸກຍາກ ມູນຄ່າ 2 ຕື້ໂດລາ


ທ່ານ Xi Jinping ປະທານປະເທດຈີນ ກ່າວຄຳປາໄສ ຕໍ່ ກອງ​ປະຊຸມສຸດ​ຍອດ ການ​ພັດທະນາ​ທີ່​ຍືນ​ຍົງ ຢູ່ທີ່ U.N. ໃນລະຫວ່າງ ກອງປະຊຸມສະມັດສາໃຫຍ່ ໃນນະຄອນ New York, ວັນທີ 26 ສິງຫາ 2015.
ທ່ານ Xi Jinping ປະທານປະເທດຈີນ ກ່າວຄຳປາໄສ ຕໍ່ ກອງ​ປະຊຸມສຸດ​ຍອດ ການ​ພັດທະນາ​ທີ່​ຍືນ​ຍົງ ຢູ່ທີ່ U.N. ໃນລະຫວ່າງ ກອງປະຊຸມສະມັດສາໃຫຍ່ ໃນນະຄອນ New York, ວັນທີ 26 ສິງຫາ 2015.

ປະທານ​ປະ​ເທດຈີນ ທ່ານ Xi Jinping ​ໄດ້ໃຫ້ຄຳໝັ້ນສັນຍາວ່າ
ປະ​ເທດ​ຂອງ​ທ່ານ ຈະ​ປະກອບສ່ວນ 2 ຕື້​ໂດ​ລາເຂົ້າໃນ​ກອງ​ທຶນ
ໃໝ່ຂອງໂລກ ​ ພື່ອຊ່ວຍ​ເຫຼືອບັນດາ​ປະ​ເທດ​ທີ່​ທຸກ​ຍາກໃນດ້ານ
​ການ​ພັດທະນາ.

​ໃນ​ຄຳປາໄສຂອງ​ທ່ານເມື່ອ​ວັນ​ເສົາ​ວານ​ນີ້ ​ຕໍ່​ກອງ​ປະຊຸມສຸດ​ຍອດ
​ການ​ພັດທະນາ​ຍືນ​ຍົງ Sustainable Development Summit
ຢູ່​ທີ່ ອົງການ​ສະຫະ​ປະຊາ​ຊາດ ທ່ານ Xi ກ່າວ​ວ່າ ຈີນ ຈະ​ແນ​ເປົ້າ
​ໝາຍ ​ເພີ້​ມການ​ປະກອບສ່ວນຂອງຕົນຕໍ່ກອງທຶນຊ່ວຍ​ເຫຼືອ​ໂລກ ​
ຂຶ້ນ​ເປັນ 12 ຕື້​ໂດ​ລາ ພາຍ​ໃນ​ປີ 2030.

ປະທານ​ປະ​ເທດ​ຈີນ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ທີ່ຈະສືບ​ຕໍ່​ການ​ລົງທຶນ​ໃນ​ບັນດາ​ປະ​ເທດ​ທີ່ມີ
ການ ​ພັດທະນາ​ໜ້ອຍ​ທີ່​ສຸດ ​ແລະໄດ້​ປະຕິຍານ​ວ່າ ລັດຖະບານ​ຂອງ​ທ່ານ ຈະຕັດອອກ
ດອກ​ເບ້ຍທີ່​ຕ້ອງ​ຊຳລະ​ຄ່າເງິນກູ້​ຢືມຕໍ່​ປັກ​ກິ່ງໂດຍ​ບັນດາ​ລັດຖະບານຂອງບັນດາ​ປະເທດ
ທີ່​ມີ​ການ​ພັດທະນາ​ໜ້ອຍ​ທີ່​ສຸດ ​ແລະບັນດາ​ປະ​ເທດ​ເກາະດອນ​ນ້ອຍ​ຕ່າງໆ ໃນ​ປີ​ນີ້.

ທ່ານ Xi ຍັງ​ໄດ້​ກ່າວ​ວ່າ ຈີນ ຈະ​ກໍ່​ຕັ້ງສູນ​ສາກົນ ​ເພື່ອ​ອຳ​ນວຍ​ຄວາມ​ສະດວກ​ໃນ​ການ​ສຶກ
ສາ ​ແລະ​ແລກປ່ຽນ ​ໂດຍ​ບັນດາ​ປະ​ເທດ ​ໃນ​ດ້ານ​ການ​ພັດທະນາ ​ແລະຈະ​ສະ​ເໜີສ້າງຕັ້ງ
ພະລັງງານອິນ​ເຕີເນັດ​ໂລກ​ເພື່ອ​ຊ່ວຍ​ຕອບສະໜອງຄວາມ​ຕ້ອງການ​ດ້ານພະ​ລັງ​ງານ​ຂອງ​
ໂລກ​ດ້ວຍພະລັງງານ​ທາງ​ເລືອກ​ທີ່​ສະອາດ.​

ທ່ານກ່າວວ່າ ຈີນຈະດຳເນີນການ ໂດຍເຫັນແກ່ຄວາມຍຸດຕິທຳກ່ອນ ຜົນປະໂຫຍດ ແລະ
ເຂົ້າຮ່ວມກັບປະເທດອື່ນໆ ໃນການດຳເນີນຄວາມ ພະຍາຍມຮ່ວມກັນ ເພື່ອໃຫ້ບັນລຸເປົ້າ
ໝາຍການພັດທະນາຫຼັງປີ 2015 ທີ່ໄດ້ຮັບຮອງເອົາໂດຍອົງການສະຫະປະຊາຊາດນັ້ນ.

ໃນມື້ວັນສຸກຜ່ານມານີ້ ອົງການສະຫະປະຊາຊາດໄດ້ຕັ້ງເປົ້າໝາຍ ທີ່ຈະກຳຈັດຄວາມທຸກ
ຍາກທີ່ສຸດໃຫ້ໝົດໄປພາຍໃນປີ 2030 ແລະກ່າວວ່າຄວາມພະຍາຍາມດັ່ງກ່າວອາດຕ້ອງ
ໃຊ້ເງິນເຖິງ 5 ພັນຕື້ໂດລາຕໍ່ປີ.

China UN
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG