ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ສີ ຈິ່ນ​ຜິງ ເລີ່ມ​ການ​ເດີນ​ທາງ​ຢ້ຽມ​ຢາມປະ​ເທດ ກາ​ຊັກ​ສ​ຖານ ແລະ ອຸ​ສ​ເ​ບັກກິ​ສ​ຖານ


ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ, ຂວາ, ແລະປະ​ທາ​ນາ​ທິ​ບໍ​ດີ ກາ​ຊັກ​ສ​ຖານ ທ່ານ ຄາ​ສ​ຊິມ ໂຈ​ມາດ ເຄ​ເມ​ລູ​ລີ ໂຕ​ກາ​ເຢັ​ຟ ກວດ​ກາ​ກອງ​ກຽດ​ຕິ​ຍົດ ໃນ​ລະ​ຫວ່າງ​ພິ​ທີ​ຕ້ອນ​ຮັບຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ອັກ ອ​ໍ​ດາ, ນະ​ຄອນ​ຫຼວງ ເນີ-ຊຸ​ລ​ຕານ, ກາ​ຊັກ​ສ​ຖານ, 14 ກັນ​ຍາ2022. (Xinhua via AP)
ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ, ຂວາ, ແລະປະ​ທາ​ນາ​ທິ​ບໍ​ດີ ກາ​ຊັກ​ສ​ຖານ ທ່ານ ຄາ​ສ​ຊິມ ໂຈ​ມາດ ເຄ​ເມ​ລູ​ລີ ໂຕ​ກາ​ເຢັ​ຟ ກວດ​ກາ​ກອງ​ກຽດ​ຕິ​ຍົດ ໃນ​ລະ​ຫວ່າງ​ພິ​ທີ​ຕ້ອນ​ຮັບຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ອັກ ອ​ໍ​ດາ, ນະ​ຄອນ​ຫຼວງ ເນີ-ຊຸ​ລ​ຕານ, ກາ​ຊັກ​ສ​ຖານ, 14 ກັນ​ຍາ2022. (Xinhua via AP)

ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ແມ່​ນ​ກຳ​ລັງ​ຢ້ຽມ​ຢາມ​ປະ​ເທດ ກາ​ຊັກ​ສ​ຖານ ແລະ ອຸ​ສ​ເບັກກິ​ສ​ຖານ, ສອງ​ໃນ​ບັນ​ດາ​ປະ​ເທດ​ທີ່​ມີ​ປະ​ຊາ​ກອນ​ໜາ​ແໜ້ນ​ທີ່​ສຸດ​ໃນ​ເຂດ​ເອ​ເຊຍ​ກາງ, ໃນ​ການ​ເດີ​ນ​ທາງ​ທີ່​ນັກ​ຊ່ຽວ​ຊານ​ບາງ​ຄົນ​ເວົ້າ​ວ່າ ​ນີ້​ແມ່ນ​ໄດ້​ແນ​ເປົ້າ​ໃສ່​ການ​ເນັ້ນ​ຢ້ຳ​ຄວາມ​ສຳ​ເລັດ​ຂອງ​ໂຄງ​ການ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ​ຂອງ ຈີນ. ມັນ​ແມ່ນ​ການ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ ສີ ນັບ​ຕັ້ງ​ແຕ່​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ປະ​ກາດ​ການ​ລະ​ບາດ​ຂອງ ໂຄວິດ-19 ເປັນ​ໄພ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃນ​ປີ 2020.

ການ​ເດີນ​ທາງ​ຮອດ ກາ​ຊັກ​ສ​ຖານ ໃນ​ວັນ​ພຸດ​ວານນີ້​ໄດ້​ເກີດ​ຂຶ້ນ​ນຶ່ງ​ເດືອນ​ກ່ອນ​ກອງ​ປະ​ຊຸມສະ​ພາ​ພັກ​ຄອມ​ມູ​ນິ​ສ ຈີນ ໃນ​ປັກ​ກິ່ງ ທີ່​ຈະ​ຈັດ​ຂຶ້ນ​ຄັ້ງ​ນຶ່ງ​ທຸກໆ 5 ປີ. ທ່ານ ສີ ແມ່ນ​ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ທີ​ສາມ​ເປັນ​ຜູ້​ນຳ​ຂອງ​ປະ​ເທດ ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ກອງ​ປະ​ຊຸມ​ຂອງ​ປີນີ້.

ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ກາ​ຊັກ​ສະ​ຖານ ທ່ານ ຄາ​ສ​ຊິມ ໂຈ​ມາດ ເຄ​ເມ​ລູ​ລີ ໂຕ​ກາ​ເຢັ​ຟ ນັ້ນ, ທ່ານ ສີ ໄດ້​ກ່າວ​ຢ້ຳ​ການ​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ​ສຳ​ລັບ​ເຂດ​ແດນ​ທີ່​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ ກາ​ຊັກ​ສ​ຖານ.

ທ່ານ ສີ​ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ທີ່​ຖືກ​ເປີດ​ເຜີຍ​ໂດຍ ກາ​ຊັກ​ສ​ຖານ ວ່າ “ບໍ່​ວ່າ​ສະ​ຖາ​ນະ​ການ​ສາ​ກົນ​ຈ​ະ​ປ່ຽນ​ແປງ​ແນວ​ໃດ​ກໍ່​ຕາມ, ພວກ​ເຮົາ​ຈະ​ສືບ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ທີ່​ແຂງ​ແກ່ນ​ຂອງ​ພວກ​ເຮົາ​ຕໍ່ ກາ​ຊັກ​ສ​ຖານ ໃນ​ການ​ປົກ​ປ້ອງ​ເອ​ກະ​ລາດ​ຂອງ​ເຂົາ​ເຈົ້າ, ອຳ​ນາດ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ເຂົາ​ເຈົ້າ, ພ້ອມ​ກັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງຫຼວງຫຼາຍ​ຕໍ່​ການ​ປະ​ຕິ​ຮູບ​ທີ່ເຂົາ​ເຈົ້າກຳ​ລັງ​ດຳ​ເນີນ​ຢູ່​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ, ແລະ ຄາດ​ຄ້ານ​ຢ່າງແຮງ​ຕໍ່​ການ​ແຊກ​ແຊງ​ຂອງກອງ​ກຳ​ລັງ​ໃດໆ​ໃນ​ບັນ​ຫາ​ພາຍ​ໃນ​ຂອງ​ປະ​ເທດ​ຂອງ​ເຈົ້າ.”

ທ່ານ ສີ ແມ່ນ​ຄາດ​ວ່າ​ຈະ​ເຊັນ​ເອ​ກະ​ສານ​ການ​ຮ່ວມ​ມື​ສອງ​ຝ່າຍຫຼາຍ​ສະ​ບັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ກາ​ຊັກ​ສ​ຖານ, ອີງ​ຕາມ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ກາ​ຊັກ​ສ​ຖານ.

ພັນ​ທະ​ມິດ​ທີ່​ໃກ້​ຊິດ​ກັບ​ ຣັດ​ເຊຍ ແລະ ຈີນ ນັ້ນ, ​ປະ​ເທດອະ​ດີດ​ສະ​ຫະ​ພາບ ໂຊ​ຫວຽດ ດັ່ງ​ກ່າວມີ​ລາຍ​ງານ​ວ່າ​ໄດ້​ຮູ້​ສຶກ​ຖືກ​ຂົ່ມ​ຂູ່​ໂດຍ​ໄພ​ຂົ່ມ​ຂູ່​ທີ່​ອາດ​ເປັນ​ໄປ​ໄດ້​ຕໍ່ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ເຂົາ​ເຈົ້າ ນັບ​ຕັ້ງ​ແຕ່​ສົງ​ຄາມ​ໃນ ຢູ​ເຄ​ຣນ ໄດ້​ເລີ່ມ​ຂຶ້ນ. ກາ​ຊັກ​ສ​ຖານ ແມ່ນ​ຍັງ​ບໍ່​ໄດ້​ແກ້​ໄຂ​ບັນ​ຫາ​ເຂດ​ແດນ​ຢ່າງ​ເຕັມ​ທີ່​ກັບ​ປະ​ເທດ ຣັດ​ເຊຍ ທີ່​ເປັນ​ເພື່ອນ​ບ້ານ​ທາງ​ພາກ​ເໜືອ​ຂອງ​ເຂົາ​ເຈົ້າ.

ອີງ​ຕາມ​ທ່ານ ຊາ​ປາ​ບອຍ ຈູ​ບາ​ເຢັ​ຟ, ນັກ​ເສດ​ຖະ​ສາດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຢູ​ເຣ​ເຊຍ ໃນ​ປະ​ເທດ ກາ​ຊັກ​ສ​ຖານ ນັ້ນ, ປະ​ເທດ​ດັ່ງ​ກ່າວ​ແມ່ນ​ໄດ້​ແກ້​ໄຂ​ບັນ​ຫາ​ເຂດ​ຊາຍ​ແດນ​ຂອງ​ເຂົາ​ເຈົ້າ​ກັບ ຈີນ ແລະ ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ເຕັມ​ທີ່​ຈາກ​ທ່ານ ສີ ສຳ​ລັບ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ເຂົາ​ເຈົ້າ ເວ​ລາ​ທີ່​ຜູ້​ນຳ​ທັງ​ສອງ​ທ່ານພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໃນ​ທ້າຍ​ອາ​ທິດນີ້​ຢູ່​ເມືອງ ຊາ​ມາ​ແກນ, ປະ​ເທດ ອຸ​ສ​ເບ​ກິ​ສ​ຖານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG