ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Xi Jinping ທີ່ຄາດວ່າ ຈະເປັນຜູ້ນຳ ຄົນໃໝ່ ຂອງຈີນ (ວີດີໂອ)


ຮອງປະທານປະເທດຈີນ ທ່ານ Xi Jinping ທີ່ຄາດວ່າ ຈະໄດ້ຂຶ້ນເປັນ ຜູ້ນຳຄົນຕໍ່ໄປຂອງຈີນ
ຮອງປະທານປະເທດຈີນ ທ່ານ Xi Jinping ທີ່ຄາດວ່າ ຈະໄດ້ຂຶ້ນເປັນ ຜູ້ນຳຄົນຕໍ່ໄປຂອງຈີນ
ເປັນທີ່ເຊື່ອກັນ ຢ່າງກວ້າງຂວາງວ່າ ຮອງປະທານປະເທດ Xi
Jinping ຈະຖືກເລືອກໃຫ້ເປັນຜູ້ນຳຄົນຕໍ່ໄປຂອງຈີນ. ນັກການ
ເມືອງອະວຸໂສທ່ານນີ້ ມີປະສົບພະການທັງຢູ່ໃນເຂດຊົນນະບົດ
ຂອງຈີນ ແລະສູນກາງອຳນາດສູງສຸດຂອງປະເທດ.

ທ່ານ Xi Jinping ຮອງປະທານປະເທດຈີນ ເປັນບຸກຄົນທີ່ຂ້ອນ
ຂ້າງບໍ່ຄ່ອຍມີໃຜຮູ້ຈັກດີ ຢູ່ໃນຕ່າງປະເທດ ມາຈົນຮອດປີກາຍນີ້
ເວລາທ່ານປະກົດຕົວຕິດຕໍ່ກັນຫຼາຍໆຄັ້ງໃນການຕ້ອນຮັບແຂກ
ຜູ້ມີກຽດ ສຳຄັນລະດັບສູງ ທີ່ເດີນທາງ ໄປຢ້ຽມຢາມປະເທດຈີນ
ນັ້ນ.

ບິດາຂອງທ່ານເປັນບຸກຄົນທີ່ມີຊື່ສຽງທາງດ້ານການເມືອງຊຶ່ງເຮັດ
ໃຫ້ຮອງປະທານປະເທດ Xi Jinping ເປັນໃນອັນທີ່ຊາວຈີນເອີ້ນກັນວ່າ “ເຈົ້າຊາຍ” ນັ້ນ. ຫຼາຍຄົນໃນປະເທດຈີນຄອມມູນິສມັກຈະມີຄວາມເຫັນໄປໃນທາງທີ່ບໍ່ດີວ່າເຈົ້າຊາຍເປັນ
ຊົນຊັ້ນພິເສດ. ແຕ່ທ່ານ Wang Jianwe ສາສະດາຈານສອນວິຊານະໂຍບາຍສາທາລະ ນະທີ່ມະຫາວິທະຍາໄລ Macau ກ່າວວ່າ ທ່ານ Xi Jinping ເປັນບຸກຄົນ ທີ່ມີປະສົບພະ ການແຕ່ນອບນ້ອມຖ່ອມໂຕ ຊຶ່ງເຮັດໃຫ້ທ່ານໂດດເດັ່ນ ແຕກຕ່າງຈາກຜູ້ອື່ນໆ. ສາສະດາ ຈານ Wang ກ່າວຕໍ່ວີໂອເອ ຜ່ານທາງຕາໜ່າງ Skype ວ່າ:

ສາສະດາຈານ Wang ເວົ້າວ່າ “ບິດາຂອງທ່ານ Xi Jinping ໄດ້ຖືກລົງໂທດໃນລະ ຫວ່າງການປະຕິວັດວັດທະນະທຳ ດ້ວຍເຫດຜົນດັ່ງກ່າວ ທ່ານເອງກໍໄດ້ຖືກໂທດ ຄືກັນ ແລະໄດ້ຖືກສົ່ງໄປຍັງເຂດຊົນນະບົດ."

ທ່ານ Xi Jinping ໄດ້ຖືກສົ່ງໄປຍັງບ້ານ Liangjiahe ໃນແຂວງ Shaanxi ເວລາທ່ານ ມີອາຍຸແຕ່ພຽງ 15 ປີທໍ່ນັ້ນ.

ຮູບພາບຂອງທ່ານ Xi Jinping ຊຶ່ງໃນເວລານີ້ເປັນບຸກຄົນທີ່ມີຊື່ສຽງແລ້ວນັ້ນ ໄດ້ຕິດລຽງ ລາຍຢູ່ເທິງຝາເຮືອນຂອງທ່ານ Shi Chunyang ເລຂາຂອງພັກຄອມມູນິສປະຈຳບ້ານ Liangjiahe.

ລຸງ Shi Yudong ຊຶ່ງເປັນຊາວບ້ານດັ່ງກ່າວຮູ້ຈັກທ່ານ Xi Jinping ດີໃນເວລານັ້ນແລະ ເວົ້າວ່າ ລາວມີຄວາມປະທັບໃຈເປັນພິເສດ.

ລຸງ Shi ເວົ້າວ່າ “ຂ້ອຍມີຄວາມຮູ້ສຶກຈັ່ງຊັ້ນ ຍ້ອນທ່ານໄດ້ໄຕ່ເຕົ້າ ຂຶ້ນສູ່ອຳນາດ ຈາກເຂດຊົນນະບົດ ທ່ານຈຶ່ງຮູ້ດີກ່ຽວກັບການສໍ້ລາດບັງຫຼວງດັ່ງນັ້ນກໍຍັງມີຄວາມ ຫວັງຢູ່ວ່າ ທ່ານຈະດຳເນີນການສິ່ງໃດສິ່ງນຶ່ງ ກ່ຽວກັບເລື່ອງນີ້.”

ທ່ານ Xi Jinping ເຄີຍເຂົ້າຮັບໃຊ້ຢູ່ໃນກອງທັບແລະໃນເວລາຕໍ່ມາກໍໄດ້ເປັນເຈົ້າແຂວງ ແຂວງ Fujian ຊຶ່ງເປັນແຂວງທີ່ຕັ້ງກົງກັນຂ້າມ ກັບເກາະໄຕ້ຫວັນນັ້ນ.

ປະສົບພະການເຫຼົ່ານີ້ໄດ້ເຮັດໃຫ້ການກ້າວຂຶ້ນສູ່ອຳນາດຂອງທ່ານດຳເນີນໄປດ້ວຍຄວາມ ລາບລື່ນ ແລະ ເຮັດໃຫ້ທ່ານໄດ້ຮັບຄວາມນິຍົມຈາກປະຊາຊົນ ຢູ່ພາຍໃນປະເທດ. ທ່ານ Xiong Zhiyong ສາສະດາຈານສອນວິຊາການທູດ ຢູ່ທີ່ມະຫາວິທະຍາໄລກິດຈະການ ຕ່າງ ປະເທດທີ່ກຸງປັກກິ່ງກ່າວວ່າ ເຖິງແມ່ນການ ກ້າວຂຶ້ນເປັນປະທານປະເທດຂອງທ່ານ ໄດ້ຮັບການຄໍ້າປະກັນແລ້ວກໍຈິງແຕ່ການສືບຕໍ່ໄດ້ຮັບຄວາມນິຍົມຈາກປະຊາຊົນຂອງທ່ານ ນັ້ນແມ່ນຍັງບໍ່ແນ່ນອນ.

ສາສະດາຈານ Xiong ເວົ້າວ່າ “ມັນບໍ່ສຳຄັນເລີຍວ່າ ປະຊາຊົນຮັກຫຼືບໍ່ຮັກທ່ານທຸກ ຄົນຮູ້ຈັກວ່າ ທ່ານຈະເປັນປະທານປະເທດຂອງຈີນ ແຕ່ກ່ຽວກັບວ່າປະຊາຊົນຈະ ມັກນະໂຍບາຍຂອງທ່ານຫຼືບໍ່ນັ້ນ ຍັງເປັນການໄວເກີນໄປທີ່ຈະບອກໄດ້.”

ທ່ານ Xi Jinping ແມ່ນໄດ້ສະທ້ອນໃຫ້ເຫັນ ຜູ້ນຳຄົນອື່ນໆຂອງຈີນ ໃນການກ່າວເຖິງ ຄວາມປາດຖະໜາຂອງພວກທ່ານທີ່ຢາກຈະມີການຮ່ວມມືຢ່າງໃກ້ຊິດກັບສະຫະລັດ. ໃນ ເດືອນມັງກອນປີນີ້ທ່ານໄດ້ກ່າວໃຫ້ຄວາມເຫັນໃນຂອບເຂດທີ່ກວ້າງຂວາງກ່ຽວກັບບັນຫາ ຕ່າງໆຂອງໂລກ ທີ່ປະເທດທັງສອງໄດ້ດຳເນີນງານຮ່ວມກັນ.

ທ່ານ Xi Jinping ເວົ້າວ່າ “ພວກເຮົມແມ່ນສືບຕໍ່ ມີການຫາລືກັນຢ່າງໃກ້ຊິດກ່ຽວ ກັບວິກິດການດ້ານການເງິນຂອງນາໆຊາດ ການປ່ຽນແປງຂອງດິນຟ້າອາກາດ ແຫຼມເກົາຫຼີ ບັນຫານິວເຄລຍຂອງອີຣ່ານ. ການຮ່ວມມືແລະການປະສານງານ ລະຫວ່າງຈີນກັບສະຫະລັດແມ່ນມີບົດບາດທີ່ສຳຄັນຫຼາຍຂຶ້ນນັບມື້ ໃນສັນຕິພາບ ສະຖຽນລະພາບ ແລະຄວາມອຸດົມຮັ່ງມີຂອງໂລກ.”

ເຖິງແມ່ນໄດ້ມີການຮ່ວມມືກັນໃນທຳນອງນັ້ນກໍຈິງ ແຕ່ກໍມີບາງຈຸດທີ່ຍັງມີຄວາມເຫັນຂັດ ແຍ້ງກັນຢ່າງຮຸນແຮງ ຮວມທັງການກ່າວຫາຂອງສະຫະລັດ ທີ່ວ່າ ຈີນກົດຂີ່ພວກຊົນກຸ່ມ ນ້ອຍໃນເຂດທິເບດ ການປະເຊີນໜ້າກັນ ກ່ຽວກັບເລື່ອງຊີເຣຍ ຕະຫຼອດທັງນະໂຍບາຍ ການຄ້າແລະການເງິນຂອງຈີນນຳດ້ວຍ.

XS
SM
MD
LG