ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ​ທ ສີ ຮຽກ​ປະ​ຊຸມ ຄະ​ນະກົມ​ການ​ເມືອງສູນ​ກາງ​ພັກ ເພື່ອ​ແກ້​ໄຂ “ສະ​ຖາ​ນະ​ການ​ຮ້າຍ​ແຮງ” ຈາກ ເຊື້ອໄວ​ຣັ​ສ ໂຄ​ໂຣ​ນາ


ພະ​ນ​ັກ​ງານແພດ (ຊ້າຍ) ໄດ້​ໃສ່​ເຄື່ອງ​ນຸ່ງ​ປ້ອງ​ກັນ​ພະ​ຍາດ ເພື່ອ​ປ້ອງ​ກັນ​ການ​ຕິດ​ເຊື້ອ​ໄວ​ຣັ​ສ ກຳ​ລັງວັດ​ແທກ​ອຸນ​ຫະ​ພູມ ຂອງ​ຊາຍ​ຄົນ​ນຶ່ງ (ຂວາ) ຢູ່ໂຮງ​ໝໍ​ສະ​ພາ​ກາ​ແດງວູ​ຫານ, ວັນ​ທີ 25 ມັງ​ກອນ, 2020
ພະ​ນ​ັກ​ງານແພດ (ຊ້າຍ) ໄດ້​ໃສ່​ເຄື່ອງ​ນຸ່ງ​ປ້ອງ​ກັນ​ພະ​ຍາດ ເພື່ອ​ປ້ອງ​ກັນ​ການ​ຕິດ​ເຊື້ອ​ໄວ​ຣັ​ສ ກຳ​ລັງວັດ​ແທກ​ອຸນ​ຫະ​ພູມ ຂອງ​ຊາຍ​ຄົນ​ນຶ່ງ (ຂວາ) ຢູ່ໂຮງ​ໝໍ​ສະ​ພາ​ກາ​ແດງວູ​ຫານ, ວັນ​ທີ 25 ມັງ​ກອນ, 2020

ປະ​ທານ​ປະ​ເທດ​ຈີນ, ທ່ານ ສີ ຈິ້ນ​ຜິງ ໄດ້​ຮຽກ​ປະ​ຊຸມຄະ​ນະກົມ​ການ​ເມືອງສູນ​ກາງ​ພັກໃນ​ວັນ​ເສົາ​ວານນີ້ ເພື່ອ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ວິ​ທີການ​ສະ​ກັດ​ກັ້ນເຊື້ອໄວ​ຣັ​ສໂຄ​ໂຣ​ນາ ​ໂດຍ​ໄດ້​ປະ​ກາດ​ວ່າ​ປະ​ເທດ​ກຳ​ລັງປະ​ເຊີນ​ກັບ “ສະ​ຖາ​ນະ​ການ​ຮ້າຍ​ແຮງ”, ອີງ​ຕາມ​ການ​ລາຍ​ງານ​ຂອງ​ໂທ​ລະ​ພາບ​ຂອງ​ລັດ​ຖະ​ບານ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້ຈັດ​ຂຶ້ນ​ໃນ​ຂະ​ນະ​ທີ່ເຊື້ອໄວ​ຣັ​ສຊະ​ໜິດ​ໃໝ່​ທີ່​ວ່ານີ້ ໄດ້​ເຮັດ​ໃຫ້​ ປະ​ຊາ​ຊົນຈີນ​ຫລາຍ​ສິບ​ລ້ານ​ຄົນບໍ່​ສາ​ມາດ​ສະ​ຫລອງປີ​ໃໝ່​ຈີນໄດ້.

ອີງ​ຕາ​ລາຍ​ງານ​ດັ່ງ​ກ່າວ, ທ່ານ ສີ ໄດ້ກ່າວ​ຕໍ່​ສະ​ມາ​ຊິກ​ຂອງ​ຄະ​ນະກົມ​ການ​ເມືອງ​ສູນ​ກາງ​ພັກວ່າ ເຊື້ອໄວ​ຣັ​ສໂຄ​ໂຣ​ນາ “ກຳ​ລັງເລີ້ມ​ແຜ່​ຜາຍ​ຢ່າງ​ວ່ອງ​ໄວ​ຂຶ້ນ” ແລະ​ເວົ້າ​ວ່າ ບັນ​ດາ​ນັກ​ຊ່ຽວ​ຊານ ແລະ​ແຫລ່ງ​ຊັບ​ພະ​ຍາ​ກອນ​ອື່ນໆ ຈະ​ສຸມ​ໃສ່​ໂຮງ​ໝໍຈຳ​ນວນ​ນຶ່ງເປັນ​ການ​ສະ​ເພາະ ​ເພື່ອ​ປິ່ນ​ປົວ​ຄົນ​ປ່ວຍ​ທີ່​ມີ​ອາ​ການ​ສາ​ຫັດ.

ກອງ​ປະ​ຊຸມ​ດັ່ງ​ກ່າວ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ສະ​ຫະ​ລັດ ກຳ​ລັງ​ວາງ​ແຜນ​ທີ່​ຈະ​ຍົກ​ຍ້າຍ​ນັກ​ການ​ທູດ​ອາ​ເມ​ຣິ​ກັນ, ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ແລະ​ຄົນ​ສັນ​ຊາດ​ອາ​ເມ​ຣິ​ກັນ​ຄົນ​ອື່ນໆ ອອກ​ຈາກ​ເມືອງວູ​ຫານ​ໃນ​ວັນ​ອາ​ທິດມື້ນີ້, ອີງ​ຕາມ​ການ​ລາຍ​ງານ​ຂອງ​ໜັງ​ສື​ພິມ Wall Street Journal ໃນ​ວັນ​ເສົາ​ວານນີ້.

ລາຍ​ງານ​ດັ່ງ​ກ່າວ ທີ່​ໄດ້​ອ້າງ​ອີງ​ເຖິງຄຳ​ເວົ້າ​ຂອງ​ຄົນ​ຜູ້​ນຶ່ງ​ທີ່​ມີ​ຄວາມ​ຄຸ້ນ​ເຄີຍ​ກັບ​ແຜນ​ການ​ດັ່ງ​ກ່າວທີ່​ໄດ້ເວົ້າ​ວ່າ ສະ​ຖານ​ກົງ​ສູນ​ຢູ່​ແຫ່ງນັ້ນກຳ​ລັງ​ຕິດ​ຕໍ່​ຫາ​ຊາວ​ອາ​ເມ​ຣິ​ກັນປະ​ມານ 1,000 ຄົນ ທີ່​ສະ​ຖານ​ກົງ​ສູນ​ແຫ່ງນັ້ນ​ຮູ້​ຈັກວ່າອ​າ​ໄສ​ຢູ່​ໃນ​ເມືອງ​ທີ່​ມີ​ປະ​ຊາ​ຊົນ 11 ລ້ານ​ຄົນແຫ່ງນັ້ນ. ຄົນ​ອາ​ເມ​ຣິ​ກັນ​ທີ່​ຖືກ​ຍົກ​ຍ້າຍ​ອອກ​ມາ ຈະ​ຕ້ອງ​ໄດ້​ຈ່າຍ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຍົກ​ຍ້າຍ​ໂດຍ​ໃຊ້​ເຮືອ​ບິນ​ທີ່​ມີ​ປະ​ມ​ານ 230 ບ່ອນ​ນັ່ງນັ້ນ​ເອງ, ອີງ​ຕາມຄົນ​ຜູ້ນັ້ນ​ເວົ້າ.

ໃນ​ຂະ​ນະ​ດຽວ​ກັນ, ຣັດ​ເຊຍ​ກໍ​ກຳ​ລັງ​ລົມ​ກັນ​ກັບ​ຈີນ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ທີ່ ຈະ​ຍົກ​ຍ້າຍ​ຄົນ​ຣັດ​ເຊຍ​ອອກ​ຈາກ​ເມືອງວູ​ຫານ​ຂອງ​ຈີນ ແລະ​ແຂວງ​ຫູ​ເບ​ອີກ​ດ້ວຍ, ອີງ​ຕາມອົງ​ການ​ຂ່າວ RIA ທີ່​ອ້າງ​ອີງ​ຄຳ​ເວົ້າ​ຂອງ​ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຣັດ​ເຊຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG