ລາຄາຊີ້ນໝູຊຶ່ງເປັນຊີ້ນທີ່ຄົນຈີນມັກກິນນັ້ນ ແມ່ນແພງຂຶ້ນຢ່າງຫຼວງຫຼາຍໃນປີກາຍນີ້ຊຶ່ງໄດ້
ບັງຄັບໃຫ້ຫຼາຍໆຄົນຕ້ອງຊື້ຊີ້ນໝູໜ້ອຍລົງແຕ່ຜູ້ຊື້ຄົນນຶ່ງເວົ້າຕະຫຼົກວ່າ ລາວຈະບໍ່ມີວັນເຊົາ
ກິນຊີ້ນໝູ.
ລາວເວົ້າວ່າ “ຖ້າຄົນເຮົາບໍ່ກິນຊີ້ນໝູ ໜ້າເຂົາເຈົ້າຈະກາຍເປັນສີຂຽວ ສີດຽວກັນ
ກັບຜັກ. ເຮົາຕ້ອງກິນຊີ້ນ ຖ້າບໍ່ກິນຊີ້ນແລ້ວກໍຈະບໍ່ມີແຮງ.”
ແຕ່ຊີ້ນເປັນສິ່ງທີ່ຟູມເຟືອຍຢູ່ຈີນ ເມື່ອບໍ່ເທົ່າໃດທົດສະວັດຜ່ານມານີ້. ອາຫານໄດ້ມີການປັນ
ສ່ວນກັນຢ່າງເຂັ້ມງວດ ມາຈົນຮອດຊຸມປີ 1980. ຊາວຈີນພາກັນກິນຊີ້ນ ນຶ່ງຫາສອງຄັ້ງຕໍ່
ເດືອນໃນສະໄໝທີ່ທ່ານນາງ Zhu Ling ນັກເສດຖະສາດທີ່ສະຖາບັນສັງຄົມສາດຂອງຈີນ
ເຕີບໃຫຍ່ຂຶ້ນມາ. ທ່ານນາງ Zhu Ling ກ່າວກ່ຽວກັບເລື່ອງນີ້ວ່າ:
“ມີແຕ່ໃນລະຫວ່າງເທສະການວັນຂຶ້ນປີໃໝ່ຈີນທໍ່ນັ້ນ ທີ່ແຕ່ລະຄົນສາມາດໄດ້ຮັບ
ຊີ້ນໝູ 250 ກຣາມ ແລະຂ້າພະເຈົ້າຍັງຈື່ໄດ້ວ່າ ຂ້າພະເຈົ້າໄດ້ຮັບນໍ້າມັນຄົວກິນ
750 ກຣາມຕໍ່ປີ ທໍ່ນັ້ນ.”
ການປະຕິຮູບທາງດ້ານເສດຖະກິດຂອງທ່ານ Deng Xiaoping ໃນຊຸມປີ 1980 ເປີດໂອ
ກາດໃຫ້ຈີນ ມີການເຕີບໂຕຢ່າງໜ້າມະຫັດສະຈັນ ແລະດັ່ງທີ່ໄດ້ເກີດຂຶ້ນຢູ່ໃນທຸກໆແຫ່ງທີ່ຜູ້
ຄົນພາກັນຫຼຸດພົ້ນຈາກຄວາມທຸກຍາກນັ້ນ ຊາວຈີນກໍເລີ່ມໄດ້ກິນອາຫານດີຂຶ້ນ. ທ່ານນາງ
Zhu Ling ກ່າວວ່າ:
“ນີ້ແມ່ນຍຸກສະໄໝຂອງການປ່ຽນແປງແລະການປັບປຸງກ່ຽວກັບການບໍລິໂພກອາ
ຫານ. ໂດຍພື້ນຖານແລ້ວຍົກເວັ້ນພວກທີ່ບໍ່ກິນຊີ້ນ ທຸກໆຄົນ ທຸກໆຄອບຄົນແມ່ນ
ພາກັນກິນຊີ້ນແລະອາຫານທະເລຫຼາຍຂຶ້ນ.”
ການບໍລິໂພກຊີ້ນໝູຂອງຊາວຈີນ ໄດ້ເພີ່ມຂຶ້ນຫຼາຍກວ່າ 2 ເທົ່າ ນັບແຕ່ຊຸມປີ 1990 ເປັນ
ຕົ້ນມາແລະການບໍລິໂພກຊີ້ນໄກ່ໄດ້ເພີ່ມຂຶ້ນ 5 ເທົ່າ.
ສັດລ້ຽງກໍຕ້ອງການກິນອາຫານຄືກັນ ດັ່ງນັ້ນການລ້ຽງຝູງສັດທີ່ເພີ່ມທະວີຂຶ້ນຢ່າງຫຼວງຫຼາຍ
ນັ້ນຈຶ່ງເຮັດໃຫ້ຈີນກາຍເປັນປະເທດທີ່ບໍລິໂພກໝາກຖົ່ວເຫຼືອງລາຍໃຫຍ່ທີ່ສຸດໃນໂລກອີງຕາມ
ທ່ານນາງ Hui Jiang ນັກວິເຄາະຂອງກະຊວງກະເສດສະຫະລັດ.
“ເມື່ອ 10 ຫາ 15 ປີກ່ອນນັ້ນ ຈີນເກືອບວ່າບໍ່ໄດ້ນຳເຂົ້າໝາກຖົ່ວເຫຼືອງເລີຍ ນັບແຕ່
ກາງຊຸມປີ 1990 ມານີ້ ການນຳເຂົ້າຂອງຈີນໄດ້ເພີ່ມທະວີຂຶ້ນຢ່າງຫຼວງຫຼາຍ ຄືໃນ
ທຸກມື້ນີ້ຈີນໄດ້ຄອບງຳກາຍກວ່າເຄິ່ງນຶ່ງ ຂອງການຄ້າໝາກຖົ່ວເຫຼືອງໃນໂລກ.”
ນາຍ Dave Burrier ຊຶ່ງເປັນຊາວສວນທີ່ປູກໝາກຖົ່ວເຫຼືອງໃນລັດ Maryland ກ່າວວ່າ
ນີ້ແມ່ນສິ່ງທີ່ດີສຳລັບກະເສດຕະກອນຊາວອະເມຣິກັນ.
ພວກທີ່ປູກໝາກຖົ່ວເຫຼືອງ ຄືກັນກັບນາຍ Dave Burrier ໄດ້ເຫັນລາຄາຂອງພືດຜົນເຂົາ
ເຈົ້າຖີບໂຕສູງຂຶ້ນ ເປັນເກືອບສອງເທົ່າ ນັບແຕ່ປັກກິ່ງໄດ້ກ້າວເຂົ້າສູ່ຕະຫຼາດຂາຍໝາກຖົ່ວ
ເຫຼືອງ. ໃນປີກາຍນີ້ ຈີນໄດ້ນຳເຂົ້ານຶ່ງສ່ວນສີ່ຂອງໝາກ ຖົ່ວເຫຼືອງທີ່ປູກຢູ່ໃນສະຫະລັດ.
ຄວາມຮຽກຮ້ອງຕ້ອງການເປັນຈຳນວນຫຼວງຫຼາຍທີ່ວ່ານີ້ ເຮັດໃຫ້ລາຄາພືດຜົນສູງຂຶ້ນບໍ່ແມ່ນ
ພຽງແຕ່ໝາກຖົ່ວເຫຼືອງເທົ່ານັ້ນ. ທ່ານນາງ Hui Jiang ກ່າວວ່າພືດທຸກໆຊະນິດແມ່ນຕ້ອງ
ການດິນສຳຫຼັບປູກຝັງ.
“ດັ່ງນັ້ນຈຶ່ງເຮັດໃຫ້ມີການແຂ່ງຂັນກ່ຽວກັບພືດຊະນິດອື່ນໆເຊັ່ນໝາກສາລີແລະພືດ
ອື່ນໆກໍຄືກັນ.”
ທ່ານນາງ Hui Jiang ເວົ້າວ່າ ການແຂ່ງຂັນກ່ຽວກັບດິນປູກຝັງກໍຊ່ອຍເຮັດໃຫ້ຕົ້ນທຶນຂອງ
ອາຫານສູງຂຶ້ນນຳດ້ວຍ.
ແລະເປັນທີ່ຄາດກັນວ່າ ພືດຜົນເຫຼົ່ານີ້ຍັງຈະມີລາຄາສູງຢູ່ຕໍ່ໄປ ສ່ວນນຶ່ງແລ້ວກໍເປັນຍ້ອນວ່າ
ການເຕີບໂຕຂອງຈີນ ຍັງບໍ່ທັນສິ້ນສຸດລົງເທື່ອ. ທ່ານນາງ Hui Jiang ກ່າວວ່າ ການຂະ
ຫຍາຍໂຕຂອງຊົນຊັ້ນກາງໃນຈີນ ຄາດຄະເນວ່າຈະເພີ່ມຂຶ້ນເປັນຫຼາຍກວ່າສາມເທົ່າໃນທົດ
ສະວັດນີ້.
“ແລະການໃຊ້ຈ່າຍສຳລັບອາຫານຂອງຈີນກໍຄາດວ່າຈະເພີ່ມຂຶ້ນເປັນສອງເທົ່າ
ໃນໄລຍະດຽວກັນແລະຜົນທີ່ມີຕໍ່ອຸບປະທານຫຼືຄວາມຮຽກຮ້ອງຕ້ອງການກໍແມ່ນ
ບໍ່ມີທາງທີ່ຈະເວົ້າເກີນຄວາມເປັນຈິງໄປໄດ້.”
ບໍ່ມີພຽງແຕ່ປະເທດຈີນທໍ່ນັ້ນ ປະຊາຊົນຢູ່ໃນອິນເດຍ ບຣາຊີລແລະບັນດາປະ ເທດທີ່ມີເສດ
ຖະກິດພຸ່ງພົ້ນໃໝ່ອື່ນໆກໍຮັ່ງມີຕື່ມຂຶ້ນແລະກໍມີການຢູ່ກິນທີ່ດີຂຶ້ນ. ນອກນັ້ນແລ້ວ ກໍມີການ
ຄາດຄະເນກັນວ່າ ຈະມີປະຊາກອນໂລກເພີ່ມຂຶ້ນອີກ 2 ພັນລ້ານຄົນພາຍໃນກາງສັດຕະວັດ
ນີ້ ຊຶ່ງນັ້ນແມ່ນເປັນຂ່າວດີສຳລັບພວກຊາວສວນ ຄືກັນກັບນາຍ Dave Burrier.
ນາຍ Dave Burrier ເວົ້າວ່າ “ທີ່ຈິງແລ້ວຂ້ອຍຄິດວ່າເນື່ອງຈາກຈຳນວນປະຊາກອນ
ເພີ່ມຂຶ້ນ ພວກເຮົາຈຶ່ງຈະຍັງສືບຕໍ່ມີຄວາມຕ້ອງການໃນດ້ານອາຫານການກິນຕື່ມຂຶ້ນ.”
ດັ່ງນັ້ນ ຈຶ່ງຍັງມີທ່າທາງວ່າ ເຂົ້າປາອາຫານຍັງຈະສືບຕໍ່ມີລາຄາແພງຕໍ່ໄປຄືເກົ່າ ຈົນກ່ວາວ່າ
ອຸບປະທານກໍຄືປະລິມານຈະເພີ່ມຂຶ້ນ ທັນກັບອຸບປະສົງຫລືຄວາມຮຽກຮ້ອງຕ້ອງການ.