ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຈີນ ໃຫ້ຄຳໝັ້ນ ຈະລົງທຶນ ໃນເຂດ ອາເມຣິກາລາຕິນ ຫຼາຍຂຶ້ນ

ປະທານ​ປະ​ເທດຈີນ ທ່ານ Xi Jinping ແລະ ປະທານາທິບໍດີ Ecuador ທ່ານ Rafael Correa (ຂວາ) ເຂົາຮ່ວມພິທີ ເປີດກອງປະຊຸມ ລະຍະ 2 ມື້ ລະຫວ່າງ ຈີນ ແລະ ບັນດາປະເທດໃນ ອາເມຣິກາລາຕິນ ແລະ ເຂດທະເລ Caribbean ທີ່ຈັດຂຶ້ນຢູ່ທີ່ ຫໍສາລາ ປະຊາຊົນ ໃນປັກກິ່ງ ປະເທດຈີນ, ວັນທີ 8 ມັງກອນ 2015.

ປະທານ​ປະ​ເທດ ສີ ຈິ້ນຜິ​ງ ​ໄດ້​ປະຕິຍານ​ວ່າ ຈະ​ເພີ້​ມການ​
ຮ່ວມ​ໄມ້​ຮ່ວມ​ມື ກັບ ບັນດາ​ປະ​ເທດ ໃນອາ​ເມຣິກາລາ​ຕິນ ​
ແລະ ປະ​ເທດ​ໃນ ເຂດທະເລ Caribbean ​ໃນ​ຂະນະ​ທີ່
ທ່ານ​ເປີດ​ກອງປະຊຸມ ​ທີ່​ປັກ​ກິ່ງ ກັບ​ບັນດາ​ຜູ້ນຳ​ ຈາກ​ຂົງ​ເຂດ
​ດັ່ງກ່າວ.

ການ​ພົບປະ ລະຫວ່າງ ທ່ານ​ສີ ​ແລະ ບັນດາ​ຜູ້ນຳ ຈາກ​ປະມານ
30 ປະຊາ​ຄົມ ໃນອາ​ເມຣິກາ​ລາ​ຕິນ ​ແລະບັນດາປະເທດ ໃນເຂດ
ທະເລ Caribbean ມີ​ຂຶ້ນ​ໃນ​ລະຫວ່າງ ຈີນ ກຳລັງສະແຫວງຫາ
ການ​ມີອິດ​ທິພົນຫຼາຍຂຶ້ນ ​ໃນ​ອັນ​ທີ່ ຊຶ່ງຕາມປົກກະຕິແລ້ວ ​ເປັນ
​ເຂດຫລັງ​ບ້ານ ຂອງວໍ​ຊິງ​ຕັນນັ້ນ.

ທ່ານສີ ກ່າວ​ວ່າ ການ​ຄ້າຂາຍສອງ​ທາງ ລະຫວ່າງ ຈີນ ​ແລະ ອາ​ເມຣິກາ​ລາ​ຕິນນັ້ນ ຄາດ​ກັນ ​ວ່າ ​ຈະ​ເພີ້​ມຂຶ້ນ ​ເຖິງ 500 ຕື້​ດອນ​ລາ ​ໃນ​ 10 ປີຂ້າງ​ໜ້າ.

ຈີນ ​ແມ່ນ​ມີ​ສາຍ​ພົວພັນ ທີ່​ແໜ້ນ​ແຟ້ນຢູ່​ແລ້ວ ກັບຫລາຍໆ​ປະ​ເທດ ໃນ ອາ​ເມຣິກາລາ​ຕິນ
ທີ່​ໄດ້​ປະ​ທະ​ກັບ​ສະຫະລັດ​ ທາງ​ການ​ທູດ​ມາ​ແລ້ວນັ້ນ ​ໂດຍ​ພິ​ເສດ ​ແມ່ນປະ​ເທດ Venezuela.

ໃນວັນພຸດຜ່ານມານີ້ ທ່ານສີ ໄດ້ພົບປະກັບປະທານາທິບໍດີ Vene-zuela ທ່ານ Nicolas
Maduro ທີ່ກ່າວວ່າ ທ່ານໄດ້ຮັບຄຳໝັ້ນສັນຍາວ່າ ຈີນຈະໄປລົງທຶນ 20 ຕື້ໂດລາ ເຂົ້າໃນ
ເສດຖະກິດ ທີ່ພວມປະສົບກັບບັນຫາຂອງຕົນ.

CHINA LATIN AMERICA VIDEO
please wait

No media source currently available

0:00 0:00:46 0:00

XS
SM
MD
LG