ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນສະ​ແດງ​ຄວາມຍິນດີ ກັບການຕົກລົງກັນໄດ້ ໃນເລື້ອງການເງິນ ຂອງວໍຊິງຕັນ (ວີດີໂອ)


Congress Approves Bill to Reopen Government
please wait

No media source currently available

0:00 0:03:00 0:00
ລິງໂດຍກົງ
ຈີນ​ໄດ້ສະ​ແດງ​ຄວາມຍິນດີກັບການຕົກລົງກັນ​ໄດ້​ໃນນາທີ
ສຸດທ້າຍ ຂອງພວກຜູ້​ແທນສະພາ​ໃນ ວໍຊີງຕັນ ທີ່ຍົກລະດັບ
ໜີ້​ສິນ​ຂອງ​ລັດຖະບານຂຶ້ນ ​ແລະ​ຫຼີກ​ເວັ້ນສະພາວະການ​ບໍ່
ຊໍາລະ​ໜີ້​ສິນ​ຕາມ​ກໍານົດ​ເວລາ​ ທີ່​ອາດ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​
ຢ່າງ​ໃຫຍ່ນັ້ນ.

ກະຊວງການ​ຕ່າງປະ​ເທດ​ຂອງ​ກຸງ​ປັກ​ກິ່ງ ​ໄດ້​ກ່າວ​ໃນ​ວັນ​ພະຫັດ
​ມື້​ນີ້​ວ່າ ການ​ຕົກລົງ​ດັ່ງກ່າວ​ນີ້ແມ່ນຮັບ​ໃຊ້ຜົນ​ປະ​ໂຫ​ຍດຂອງ​
ສະຫະລັດ ​ແລະມັນ​ກໍ​ຈະ​ເປັນ​ການ​ຊ່ອຍຕໍ່​ສະຖຽນ​ລະ​ພາບ​
ແລະ​ການ​ພັດທະນາດ້ານ​ເສດ​ຖະກິດຂອງ​ໂລກ​ ​ນໍາ.

ຈີນ​ເປັນເຈົ້າ​ໜີ້ຕ່າງປະ​ເທດລາຍ​ໃຫຍ່​ສຸດຂອງ​ສະຫະລັດ ​ແລະກໍ​ໄດ້​ອອກຄໍາ​ເຕືອນ​ມາ​
ເລື້ອຍໆ​ກ່ຽວ​ກັບ​ຜົນ​ກະທົບ​ຕໍ່​ໂລກ ຈາກ​ການ​ບໍ່ຊໍາລະ​ໜີ້​ສິນ​ຕາມ​ກໍານົດ​ເວລາ ຂອງ​
ສະຫະລັດນັ້ນ.

​ໃນແຫ່ງ​ອື່ນໆອີກ ຫົວໜ້າອົງການກອງ​ທຶນສາກົນ ຫຼື IMF ທ່ານ​ນາງ Christine
LaGarde ​ກໍ​ສະ​ແດງ​ຄວາມຍິນ​ດີ​ຕໍ່​ການ​ຮັບ​ຜ່ານ​ຂໍ້​ຕົກລົງ ທີ່​ອະນຸຍາດ​ໃຫ້​ກະຊວງການ
​ເງິນ​ຂອງສະຫະລັດ ກູ້​ຢືມ​ເງິນໄດ້​ອີກ ​ໄປຈົນ​ຮອດ​ວັນ​ທີ 7 ກຸມພາ​ໜ້າ​ ​ແຕ່ທ່ານ​ນາງ​ໄດ້
​ຮຽກຮ້ອງ​ບັນດາ​ສະມາຊິກ ສະພາ​ສະຫະລັດ ​ຕ້ອງໄດ້ຫລຸດຜ່ອນ​ຄວາມ​ບໍ່​ແນ່ນອນ
ອ້ອມ​ຂ້າງການ​ດໍາ​ເນີນ​ນະ​ໂຍບາຍ​ການ​ເງິນ​ນັ້ນ ​ໂດຍ​ເພີ່ມ​ເພດານໜີ້​ສິນ​ຂຶ້ນ ​ໃຫ້​ມີ
​ລັກສະນະ​ທີ່ຖາ​ວອນ​ຫລາຍ​ກ່ວານັ້ນ.

Bill Enacted to Avert Default, Re-Open US Government
please wait

No media source currently available

0:00 0:03:05 0:00
ລິງໂດຍກົງ
XS
SM
MD
LG