ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນຈັບ 1,000 ກວ່າຄົນ ທີ່ຖືກກ່າວຫາວ່າ ປ່ອຍຂ່າວລືທີ່ອັນຕະລາຍ


ຜູ້ຊົມໃຊ້ອິນເຕີແນັດ ໃນປະເທດຈີນ.
ຜູ້ຊົມໃຊ້ອິນເຕີແນັດ ໃນປະເທດຈີນ.

ສື່​ມວນ​ຊົນ​ຂອງ​ທາງ​ການຈີນເວົ້າວ່າ ມີ​ຫລາຍ​ກວ່າ 1,000 ຄົນ​ແລ້ວໄດ້​ຖືກ​ຈັບ​ກຸມ ນັບ​ຕັ້ງ
ແຕ່​ກາງ​ເດືອນ​ກຸມພາເປັນ​ຕົ້ນ​ມາ ​ໃນ​ການ​ກວາດ​ລ້າງ​ປາບ​ປາມຢ່າງ​ຮ້າຍ​ແຮງ​ຢູ່ໃນທົ່ວ​ປະ
ເທດກ່ຽວ​ກັບ​ອັນທີ່​ເອີ້ນ​ວ່າ ອາຊະຍາ​ກໍາ​ທີ່​ກ່ຽວ​ພັນກັບ​ອິນ​ເທີ​ເນັດ.

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຂອງ​ຈີ​ນ ​ໄດ້​ລາຍ​ງານ​ເມື່ອ​ທ້າຍ​ເດືອນ​ມີນາ ຜ່ານ​ມາ​ນີ້​ວ່າ
ຫົກ​ຄົນ​ຖືກ​ຈັບ​ກຸມ​ໃນ​ການ​ປາບ​ປາມ​ຕໍ່ຕ້ານ​ການ​ເຜີຍ​ແຜ່​ຂ່າວລື​ທາງ​ອິນ​ເທີ​ເນັດທີ່​ເປັນ​ອັນ
ຕະລາຍທີ່​ພົວພັນກັບການ​ຄາດ​ຄະ​ເນ​ກັນ​ຢ່າງ​ກວ້າງຂວາງກ່ຽວ​ກັບ​ຄວາມ​ບໍ່​ສະຫງົບທາງ
ການເມືອງ​ຢູ່​ໃນ​ປະ​ເທດຈີນ​ນັ້ນ.

ແຕ່​ມີ​ລາຍ​ງານ​ໃໝ່​ສະບັບ​ນຶ່ງຂອງ​ອົງການ​ຂ່າວ​ຊິນ​ຫົວ​ເມື່ອອາທິດ​ນີ້ ​ເວົ້າວ່າ ພວກ​ຕ້ອງ​
ສົງໄສ 1,065 ຄົນ ຖືກ​ຈັບ. ນອກ​ນີ້​ແລ້ວ​ຂ່າວ​ຊິນ​ຫົວຍັງ​ເວົ້າອີກ​ວ່າ ​ເວັບ​ໄຊ້ 16 ​ແຫ່ງ
ຖືກ​ປິດ​ລົງ ​ແລະໄດ້​ລຶບ​ຖິ້ມຂໍ້ຄວາມ ​ທີ່​ສົ່ງທາງອິນ​ເທີ​ເນັດ​ທີ່​ເປັນ​ອັນຕະລາຍຫລາຍ​ກວ່າ
208,000 ຂໍ້ຄວາມ.

ຕົວ​ເລກ​ດັ່ງກ່າວ​ໄດ້​ຖືກ​ນໍາ​ອອກ​ເຜີຍ​ແຜ່​ຢູ່​ໃນ​ບົດ​ບັນນາທິການ​ບົດ​ນຶ່ງ​ທີ່​ໃຫ້ຊື່ວ່າ Free
dom of Speech does not protect rumors ​ຫຼື ເສລີພາບທາງ​ປາກ​ເວົ້າບໍ່​ໄດ້​ປົກ​
ປ້ອງ​ຂ່າວ​ລືແຕ່​ຢ່າງ​ໃດ. ລາຍ​ງານ​ເວົ້າອີກ​ວ່າການກວດ​ລ້າງປາບ​ປາມ​ນີ້​ຖື​ວ່າ​ຈໍາ​ເປັນ​ເພື່ອ​
ຄໍ້າປະກັນ​ສະຖຽນ​ລະ​ພາບ​ທາງ​ສັງຄົມ ​ໂດຍສ​ະເພາະ​ໄດ້​ກ່າວ​ເຖິງ​ຂ່າ​ວລື​ຕ່າງໆ​ທາງ​ອິນ
ເທີ​ເນັດ​ທີ່​ແຜ່​ລາມອອກ​ໄປ​ໃນ​ເດືອນ​ມີນາກ່ຽວ​ກັບ​ການ​ກໍ່​ລັດຖະປະຫານ ​ທີ່​ອາດ​ເປັນ​
ໄປໄດ້ນັ້ນ.

XS
SM
MD
LG