ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນະຄອນປັກກິ່ງ ເຕືອນໄພ ພາຍຸຫິມະຮ້າຍແຮງ ໃນມື້ນີ້ (ສະໄລດ໌)


ພວກເຈົ້າໜ້າທີ່ຕໍາຫລວດປະຈໍາສະພາແຫ່ງຊາດຈີນ ຊ້ວນຫິມະ ໃນຂະນະທີ່ມີທັງຝົນແລະຫິມະ ຕົກປົນກັນ ທີ່ຈະຕຸລັດທຽນອັນເໝິນ ໃນວັນອາທິດມື້ນີ້, ວັນທີ 4 ພະຈິກ 2012.
ພວກເຈົ້າໜ້າທີ່ຕໍາຫລວດປະຈໍາສະພາແຫ່ງຊາດຈີນ ຊ້ວນຫິມະ ໃນຂະນະທີ່ມີທັງຝົນແລະຫິມະ ຕົກປົນກັນ ທີ່ຈະຕຸລັດທຽນອັນເໝິນ ໃນວັນອາທິດມື້ນີ້, ວັນທີ 4 ພະຈິກ 2012.
ລັດຖະບານນະຄອນປັກກິ່ງ ໄດ້ອອກຄໍາເຕືອນໃຫ້ລະວັງໄພ
ພາຍຸຫິມະຮ້າຍແຮງ ເປັນຄັ້ງທີ 2 ລຸນຫລັງທີ່ນະຄອນຫລວງ
ຂອງຈີນໄດ້ຖືກພາຍຸຫິມະ ທີ່ຕົກມາໄວກວ່າລະດູການແບບ
ຜິດປົກກະຕິ ກະໜໍ່າໃສ່.

ສູນກາງອຸຕຸນິຍົມແຫ່ງຊາດຈີນ ໄດ້ອອກຄໍາເຕືອນສີສົ້ມໃນ
ວັນອາທິດມື້ນີ້ ໂດຍໄດ້ທໍານາຍວ່າ ຫິມະຕົກໜັກ ຍັງຈະກະ
ໜໍ່າໃສ່ເຂດພາກກາງ ແລະພາກຕາເວັນອອກຂອງເຂດມົງ
ໂກເລຍພາຍໃນປະເທດ ແລະບັນດາແຂວງອ້ອມແອ້ມເຂດ
ນະຄອນຫລວງປັກກິ່ງອີກດ້ວຍ ຈົນຮອດວັນອັງຄານທີ່ຈະມາ ເຖິງນີ້.

ອົງການຂ່າວຊິນຫົວຂອງທາງການຈີນເວົ້າວ່າ ຮອດເຊົ້າວັນ
ອາທິດມື້ນີ້ ເຂດນະຄອນຫລວງ ປັກກິ່ງ ໄດ້ຮັບຫິມະຕົກສະເລ່ຍປະຈໍາວັນ ໃນຂະໜາດ ຫລາຍກວ່າ 58 ມິລລີແມັດ ຊຶ່ງເປັນ ຈໍານວນລວມຂອງຫິມະຕົກທີ່ສູງທີ່ສຸດ ທຽບໃສ່ລະດູ ໜາດໃດໆນັບແຕ່ປີ 1951 ເປັນຕົ້ນມາ.

ຊິນຫົວຍັງເວົ້າອີກວ່າ ທາງພາກຕາເວັນຕົກຂອງນະຄອນຫລວງປັກກິ່ງ ໄດ້ຖືກພາຍຸຫິມະ ເປັນສ່ວນໃຫຍ່ ໃນຂະນະທີ່ເຂດກໍ້າຕາເວັນອອກຂອງນະຄອນນັ້ນ ໄດ້ຖືກກະໜໍ່າໂດຍ ຝົນນໍ້າແຂງ ແລະຫິມະຕົກ.

ເພື່ອຕ້ານກັບຄວາມຮຸນແຮງຂອງອາກາດໜາວຢ່າງໜັກນັ້ນ ນະຄອນປັກກິ່ງໄດ້ເປີດອາຍ ອຸ່ນສ່ວນລວມຂອງເມືອງ ລ່ວງໜ້າກ່ອນຮອດມື້ເປີດອາຍອຸ່ນຂອງທາງການ ວັນທີ 15 ພະ ຈິກ ພຸ້ນ.

ພັກຄອມມີວນີສທີ່ປົກຄອງປະເທດນັ້ນ ໄດ້ເລີ້ມເປີດກອງປະຊຸມໃຫຍ່ຂອງພັກຄັ້ງທີ 18 ຂຶ້ນ ໃນວັນພະຫັດຜ່ານມານີ້ ຢູ່ທີ່ນະຄອນປັກກິ່ງ. ຢູ່ໃນເຫດການທາງການເມືອງຄັ້ງສໍາ ຄັນດັ່ງກ່າວ ຈະມີການແຕ່ງຕັ້ງຄະນະນໍາພາໃໝ່ ເພື່ອຈະນໍາພາປະເທດໃນທົດສະວັດ ຕໍ່ໄປ.

ເບິ່ງສະໄລດ໌ສະພາບພາຍຸຫິມະ ແລະເຫດການສໍາຄັນທີ່ເກີດຂຶ້ນຢູ່ນະຄອນປັກກິ່ງ
XS
SM
MD
LG