ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນກໍາລັງເບິ່ງຢ່າງລະມັດລະວັງວ່າໂລກ ຈະຮັບ​ມື​ກັບການບຸກ​ລຸກຂອງຣັດເຊຍ ຕໍ່ຢູເຄ​ຣນຄື​ແນວ​ໃດ, ຕາມ​ທີ່​ທ່ານບ​ລິງ​ເຄັນ​ກ່າວ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນ​ໂທ​ນີ ບ​ລິງ​ເຄັນ ກ່າວຕໍ່​ຄະ​ນະ​ກ​ຳ​ມະ​ການ​ຂອງ​ສະ​ພາ​ສູງ​ໃນ​ຫໍ​ລັດ​ຖະ​ສະ​ພາ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 22 ມີ​ນາ, 2023
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນ​ໂທ​ນີ ບ​ລິງ​ເຄັນ ກ່າວຕໍ່​ຄະ​ນະ​ກ​ຳ​ມະ​ການ​ຂອງ​ສະ​ພາ​ສູງ​ໃນ​ຫໍ​ລັດ​ຖະ​ສະ​ພາ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 22 ມີ​ນາ, 2023

ຈີນກໍາລັງເບິ່ງຢ່າງລະມັດລະວັງວ່າ ວໍຊິງຕັນແລະໂລກຈະຮັບ​ມື​ກັບການບຸກ​ລຸກຂອງຣັດເຊຍຕໍ່ຢູເຄ​ຣນຄື​ແນວໃດ ແຕ່ກໍຍັງບໍ່ທັນໄດ້ຂ້າມເສັ້ນໄປ ເພື່ອ​ສະຫນອງການຊ່ວຍເຫຼືອດ້ານ​ອາ​ວຸດ​ທີ່​ເປັນ​ອັນ​ຕ​ະ​ລາຍໃຫ້ແກ່ມົ​ສ​ກູ​ເທື່ອ, ອີງ​ຕາມ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນ​ໂທ​ນີ ບ​ລິງ​ເຄັນ ກ່າວໃນວັນພຸດວານນີ້ ທີ່​ລາຍ​ງານ​ໂດຍ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ໂດຍກ່າວ​ຄຳ​ເຫັນກ່ຽວ​ກັບ​ການ​ຢ້ຽມຢາມ​ມົສກູ​ຂອງ​ທ່ານ​ສີ​ ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນນັ້ນ, ທ່ານບ​ລິງ​ເຄັນ ກ່າວ​ຕໍ່ການ​ຮັບ​ຟັງ​ຄຳ​ໃຫ້​ການ​ຕໍ່ສະພາ​ສູງ​ວ່າ ຖ້າຣັດ​ເຊຍ​ໄດ້ຮັບ​ອະນຸຍາດ​ໃຫ້​ໂຈມ​ຕີປະ​ເທດ​ເພື່ອນ​ບ້ານ​ຂອງ​ຕົນ​ ໂດຍ​ບໍ່​ມີ​ການ​ລົງ​ໂທດ, ມັນກໍ​ຈະເປັນ "ການເປີດຫີບ​ຂອງຄວາມ​ຊົ່ວ​ຮ້າຍ" ສຳລັບ​ປະ​ເທດທີ່​ຈະ​ເປັນ​ຜູ້​ຮຸກ​ຮານ ແລະ​ຈະ​ນຳ​ໄປ​ສູ່ “ໂລກແຫ່ງຄວາມຂັດແຍ້ງ."

(ພາບ​ໃນ​ແຟມ) ທ່ານ​ສີ​ ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ຈັບ​ມື​ກັນ​ກັບທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ໃນ​ພິ​ທີ​ເຊັນ​ສັນ​ຍາ ຫລັງ​ຈາກ​ມີ​ການ​ພົບ​ປະ​ກັນ​ໃນ​ວັງ​ເຄ​ຣັມ​ລິນ ທີ່​ມົ​ສ​ກູ, ວັນ​ທີ 21 ມີ​ນາ, 2023
(ພາບ​ໃນ​ແຟມ) ທ່ານ​ສີ​ ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ຈັບ​ມື​ກັນ​ກັບທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ໃນ​ພິ​ທີ​ເຊັນ​ສັນ​ຍາ ຫລັງ​ຈາກ​ມີ​ການ​ພົບ​ປະ​ກັນ​ໃນ​ວັງ​ເຄ​ຣັມ​ລິນ ທີ່​ມົ​ສ​ກູ, ວັນ​ທີ 21 ມີ​ນາ, 2023

“ສິ່ງ​ທີ່​ເປັນເດີມ​ພັນຂອງສົງ​ຄາມ​ຢູ່​ໃນຢູ​ເຄ​ຣນ ແມ່ນລາມ​ກາຍ​ຢູ​ເຄ​ຣນໄປ​ແລ້ວ.… ຂ້າພະ​ເຈົ້າ​ຄິດ​ວ່າ ​ມັນ​ມີ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງ​ໃນເອ​ເຊຍ ຍົກຕົວຢ່າງ​ເຊັ່ນ,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານບ​ລິງ​ເຄັນທີ່ກ່າວ​ວ່າ ຍີ່ປຸ່ນ ​ແລະເກົາ​ຫລີ​ໃຕ້​ໄດ້​ເປັນ​ຜູ້ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ໃຫຍ່​ ແກ່​ຢູ​ເຄ​ຣນ​ ໃນ​ການ​ຂັດ​ແຍ້ງ​ນີ້.

ທ່ານ​ກ່າວ​ວ່າ ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ບໍ່​ເຊື່ອ​ວ່າ​ຈີນ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອດ້ານ​ອາ​ວຸດ​ທີ່​ເປັນ​ອັນ​ຕະ​ລາຍ​ໃຫ້ແກ່​ມົສກູ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG