ຈີນ ພວມເຕືອນ ສະຫະລັດ ວ່າ ການຕົກລົງໃດໆ ດ້ານການຄ້າ ແລະທຸລະກິດ ລະຫວ່າງ
ທັງສອງປະເທດ ຈະຖືກຍົກເລີກ ຖ້າຫາກ ປະທານາທິບໍດີ ດໍໂນລ ທຣຳ ຍັງດຳເນີນການ
ຂົ່ມຂູ່ ທີ່ຈະຂຶ້ນພາສີ ແລະໃຊ້ມາດຕະການດ້ານການຄ້າອື່ນໆອີກ.
ການເຕືອນດັ່ງກ່າວ ມີຂຶ້ນ ຫຼັງຈາກທີ່ ລັດຖະມົນຕີ ການຄ້າສະຫະລັດ ທ່ານວີລເບີຣ ຣັອສ
ແລະ ຮອງນາຍົກລັດຖະມົນຕີຂອງຈີນ ທ່ານ ລິວ ຮີ້ ໄດ້ເສັດສິ້ນການເຈລະຈາ ຮອບໃໝ່
ໃນວັນອາທິດວານນີ້ ຢູ່ທີ່ນະຄອນຫຼວງ ປັກກິ່ງ ໂດຍແນເປົ້າໝາຍ ເພື່ອແກ້ໄຂບັນຫາ
ຂັດແຍ້ງ ດ້ານການຄ້າ ເຊິ່ງປັກກິ່ງ ໄດ້ປະຕິຍານວ່າ ຈະຊື້ສິນຄ້າຂອງອາເມຣິກາຫຼາຍຂຶ້ນ
ເພື່ອເຮັດໃຫ້ການຄ້າສ່ວນເກີນຂອງຕົນ ກັບສະຫະລັດນັ້ນ ດຸ່ນດ່ຽງກັນ. ການຄ້າສ່ວນ
ເກີນຂອງຈີນ ມີມູນຄ່າເຖິງ 375 ຕື້ໂດລາ ເມື່ອປີກາຍນີ້.
ບໍ່ມີຖະແຫລງການຮ່ວມ ໄດ້ແຈ້ງອອກມາໃຫ້ຊາບ ແລະ ແຕ່ລະຝ່າຍກໍບໍ່ໄດ້ໃຫ້ລາຍລະ
ອຽດໃດໆ.
“ກອງປະຊຸມ ຂອງພວກເຮົາ ມາເຖິງເວລານີ້ ເປັນແບບສັນມິດ ແລະກົງໄປກົງມາ”
ທ່ານ ຣັອສ ໄດ້ກ່າວຕອນເລີ້ມການເຈລະຈາ, ທ່ານເວົ້າອີກວ່າ “ແລະ ໄດ້ກວມເອົາເລື້ອງ
ຕ່າງໆ ບາງຢ່າງທີ່ເປັນປະໂຫຍດ ກ່ຽວກັບ ພວກສິ່ງຂອງສົ່ງອອກ ທີ່ສະເພາະເຈາະຈົງ”
ເຊິ່ງ ຈີນ ອາດຈະຊື້ນັ້ນ.
ສ່ວນບັນດາທູດພິເສດຂອງຈີນ ກໍໄດ້ໃຫ້ຄຳໝັ້ນສັນຍາ ຫຼັງຈາກ ການພົບປະລະດັບສູງ
ຄັ້ງສຸດທ້າຍ ໃນວໍຊິງຕັນ ເມື່ອກາງເດືອນພຶດສະພາ ຜ່ານມາແລ້ວ ວ່າ ຈະຊື້ສິນຄ້າ
ກະສິກຳ ແລະ ຜະລິດຕະພັນ ດ້ານພະລັງງານ ຂອງອາເມຣິກາ ຫຼາຍຂຶ້ນ.
ຕິດຕາມໄປນຳທ່ານ ຣັອສ ກໍມີພວກເຈົ້າໜ້າທີ່ຈາກ ກະຊວງ ກະເສດ ກະຊວງ ການເງິນ
ແລະ ກະຊວງ ການຄ້າ.