ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເຕືອນ ສະຫະລັດ ພາຍໃນພິບຕາ ໃນການເລີ້ມຕົ້ນ ສົງຄາມເຢັນຮອບໃໝ່ອີກ ກັບປັກກິ່ງ


ທ່ານຫວັງ ຢີ ລັດຖະມົນຕີຕ່າງປະເທດຈີນ.
ທ່ານຫວັງ ຢີ ລັດຖະມົນຕີຕ່າງປະເທດຈີນ.

ຈີນກ່າວວ່າ “ກຳລັງທາງການເມືອງ” ຈຳນວນນຶ່ງຢູ່ໃນສະຫະລັດ ໄດ້ເອົາຄວາມ ສຳພັນສອງຝ່າຍເປັນໂຕປະກັນ ແລະຊຸກຍູ້ເສດຖະກິດໃຫຍ່ສຸດຂອງໂລກເຂົ້າສູ່ “ສົງຄາມເຢັນໃໝ່ອີກ.”

ໃນການກ່າວຄໍາປາໄສຢູ່ນອກກອງປະຊຸມຫລວງຂອງສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງໃນ ວັນອາທິດວານນີ້ ລັດຖະມົນຕີຕ່າງປະເທດຈີນ ທ່ານ ຫວັງ ວູ ກ່າວວ່າ “ໄວຣັສທາງການເມືອງກຳລັງແຜ່ລະບາດຢູ່ໃນສະຫະລັດ” ຊຶ່ງ “ໃຊ້ໂອກາດທຸກຢ່າງເພື່ອໂຈມຕີ ແລະສ້າງຄວາມເສື່ອມເສຍແກ່ຈີນ.”

ທ່ານຫວັງ ກ່າວວ່າ ຈີນບໍ່ມີຄວາມຕັ້ງໃຈທີ່ຈະປ່ຽນແປງ ຫຼືໄປແທນທີ່ຂອສະຫະລັດ ແລະ
ສະຫະລັດສົມຄວນຢຸດເຊົາ “ແນວຄິດທີ່ປາດຖະໜາຢາກຈະປ່ຽນແປງ ຈີນ ແລະສະກັດກັ້ນ
ປະຊາຊົນ 1 ພັນ 4 ຮ້ອຍລ້ານຄົນໃນການເດີນກ້າວ ໄປສູ່ຄວາມຈະເລີນຢ່າງເປັນ
ປະວັດການ.”

ລັດຖະບານປະທານາທິບໍດີດໍໂນລ ທຣໍາ ໄດ້ປະທະກັບປັກກິ່ງໃນຫຼາຍໆບັນຫາ ຫວ່າງບໍ່ເທົ່າໃດເດືອນທີ່ຜ່ານມານີ້ ຮວມທັງດ້ານການຄ້າ, ເທັກໂນໂລຈີ ແລະການ ແຜ່ລະບາດຢ່າງໜັກຂອງໄວຣັສໂຄໂຣນາ ພ້ອມກັບປະທານາທິບໍດີດໍໂນລ ທຣໍາ ເອງກໍກ່າວຫາວ່າ ໄວ ຣັສໄດ້ເລັດລອບອອກມາຈາກຫ້ອງທົດລອງໃນເມືອງ ວູຫານ ຊຶ່ງເປັນເມືອງສູນກາງຂອງຈີນທີ່ໄວຣັສໄດ້ຖືກພົບເຫັນເທື່ອທຳອິດໃນທ້າຍ ປີກາຍນີ້.

ກົດໝາຍແຫ່ງຄວາມປອດໄພແກ່ຮົງກົງ ທີ່ຈີນໄດ້ສະເໜີໄປ ເປັນຈຸດ ຝົດເດືອດ ຫລ້າສຸດລະຫວ່າງສອງຝ່າຍ ຊຶ່ງບັນດາຜູ້ຕຳນິກ່າວວ່າ ເປັນໄພ ຂົ່ມຂູ່ຕໍ່ສະຖານະ ພາບປົກຄອງຕົນເອງເຄິ່ງນຶງຂອງຮົງກົງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG