ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເຕືອນ ສະຫະລັດ ອາດຈະກໍ່ໃຫ້ເກີດ ສົງຄາມເຢັນຄັ້ງໃໝ່ ພາຍໃນພິບຕາ


ລັດຖະມົນຕີຕ່າງປະເທດຈີນ ທ່ານຫວັງ ຫວູ.
ລັດຖະມົນຕີຕ່າງປະເທດຈີນ ທ່ານຫວັງ ຫວູ.

ຈີນກ່າວວ່າ “ກຳລັງທາງການເມືອງ” ຈຳນວນນຶ່ງຢູ່ໃນສະຫະລັດໄດ້ເອົາຄວາມ ສຳພັນສອງຝ່າຍເປັນໂຕປະກັນ ແລະຊຸກຍູ້ເສດຖະກິດໃຫຍ່ສຸດຂອງໂລກ ໃຫ້ກ້າວເຂົ້າສູ່ “ສົງຄາມເຢັນຄັ້ງໃໝ່.”

ໃນການກ່າວຄໍາປາໄສຢູ່ນອກກອງປະຊຸມໃຫຍ່ຂອງສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ ໃນວັນອາທິດທີ່ຜ່ານມານີ້ ລັດຖະມົນຕີຕ່າງປະເທດຈີນ ທ່ານຫວັງ ຫວູ ກ່າວວ່າ “ໄວຣັສທາງການເມືອງກໍາລັງແຜ່ລະບາດຢູ່ໃນສະຫະລັດ” ໂດຍ “ໃຊ້ທຸກໆໂອກາດເພື່ອໂຈມຕີ ແລະ
ໃສ່ຮ້າຍປ້າຍສີຈີນ.”

ທ່ານຫວັງ ກ່າວວ່າ ຈີນບໍ່ມີຄວາມຕັ້ງໃຈທີ່ຈະປ່ຽນແປງ ຫຼືໄປແທນທີ່ຂອງສະຫະລັດ ແລະ
ສະຫະລັດຄວນຈະຢຸດເຊົາ “ຄວາມຫວັງທີ່ບໍ່ໜ້າຈະເປັນໄປໄດ້ທີ່ ຢາກປ່ຽນແປງຈີນ ແລະ
ຢຸດເຊົາປະຊາຊົນ 1 ພັນ 4 ຮ້ອຍລ້ານຄົນ ໃນການ ກ້າວເດີນຄັ້ງປະຫວັດສາດໄປສູ່ຄວາມ
ຈະເລີນຮຸ່ງເຮືອງ.”

ລັດຖະບານປະທານາທິບໍດີດໍໂນລ ທຣໍາ ໄດ້ປະທະກັບປັກກິ່ງຢູ່ໃນຫຼາຍໆບັນຫາຫວ່າງບໍ່
ເທົ່າໃດເດືອນທີ່ຜ່ານມານີ້ ຮວມທັງດ້ານການຄ້າ, ເທັກໂນໂລຈີ ແລະການແຜ່ລະບາດທີ່
ຮ້າຍແຮງຂອງໄວຣັສໂຄໂຣນາ ພ້ອມກັບປະທານາທິ ບໍດີດໍໂນລ ທຣໍາເອງກໍກ່າວຫາວ່າ
ເຊື້ອໄວຣັສໄດ້ເລັດລອດອອກມາຈາກຫ້ອງ ທົດລອງໃນເມືອງວູຫານຊຶ່ງເປັນເມືອງສູນກາງ
ທີ່ເຊື້ອໄວຣັສໄດ້ຖືກພົບເຫັນເທື່ອ ທຳອິດໃນທ້າຍປີກາຍນີ້.

ການນຳສະເໜີກົດໝາຍວ່າດ້ວຍຄວາມປອດໄພຂອງຮົງກົງ ໂດຍຈີນ ແມ່ນຈຸດລະເບີດ
ຫລ້າສຸດລະຫວ່າງສອງຝ່າຍ ຊຶ່ງບັນດາຜູ້ຕ້ອງຕິກ່າວວ່າ ເປັນໄພຂົ່ມຂູ່ ຕໍ່ສະຖານະພາບ
ເຄິ່ງປົກຄອງຕົນເອງຂອງຮົງກົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG