ຈີນໄດ້ເຕືອນໄຕ້ຫວັນ ຕໍ່ການແຍກໂຕອອກເປັນເອກກະລາດ ບໍ່ເທົ່າໃດຊົ່ວໂມງ ຫລັງຈາກປະທານາທິບໍດີແມ່ຍິງຄົນທຳອິດຂອງປະເທດເກາະດອນດັ່ງກ່າວສາບານໂຕເຂົ້າ ຮັບຕຳແໜ່ງໃນວັນສຸກມື້ນີ້.
ຖ້າຫາກມີການແຍກໂຕອອກເປັນເອກກະລາດ ມັນຈະເປັນໄປບໍ່ໄດ້ ທີ່ຈະມີສັນຕິ ພາບແລະສະເຖຍລະພາບ ຢູ່ໃນເຂດຊ່ອງແຄບໄຕ້ຫວັນ ຫ້ອງການກິດຈະການໄຕ້ຫວັນຂອງຈີນກ່າວຢູ່ໃນຖະແຫຼງການ. ເອກກະລາດຈະເປັນໄພພິບັດອັນໃຫຍ່ຫຼວງ ຕໍ່ການເຄື່ອນໄຫວແບບສັນຕິເພື່ອໃຫ້ມີສັນຕິພາບຢູ່ໃນຊ່ອງແຄບໄຕ້ຫວັນແລະຄວາມສຳພັນທີ່ມີການເຄື່ອນໄຫວແບບສັນຕິຢູ່ຂ້າມຊ່ອງແຄບ.
ທ່ານນາງ Tsai Ing-Wen ຮຽກຮ້ອງໃຫ້ເປີດການ “ສົນທະນາໃນທາງບວກ” ກັບຈີນໃນລະຫວ່າງການກ່າວຄຳປາໄສສາບານໂຕຮັບເຂົ້າຕຳແໜ່ງທີ່ນະຄອນ ຫຼວງໄທເປ.
“ພັກລັດຖະບານ ຂອງທັງສອງພັກຝ່າຍ ທີ່ຢູ່ຂ້າມຊ່ອງແຄບ ຕ້ອງໄດ້ປະເລື້ອງປະຫວັດ ສາດນັ້ນ ໄວ້ທາງຂ້າງ ແລະເປີດການສົນທະນາຫາລື ໃນທາງບວກ ເພື່ອຜົນປະໂຫຍດ ສຳລັບປະຊາຊົນຂອງທັງສອງຝ່າຍ” ນັ້ນຄືຄຳເວົ້າຂອງທ່ານນາງ.
ພັກປະຊາທິປະໄຕກ້າວໜ້າ ຫຼື DPP ທີ່ນິຍົມເອກກະລາດຂອງທ່ານນາງ Tsai ໄດ້ຮັບ ໄຊຊະນະຢ່າງຖ້ວມລົ້ນຕໍ່ພັກຈີນຄະນະຊາດ ຫລື KMT ໃນຕົ້ນປີນີ້. ພັກ KMT ໄດ້ໃຊ້ເວລາແປດປີເສີມຂະຫຍາຍສາຍພົວພັນກັບຈີນ.
ສະຫະລັດ ກ່າວໃນວັນສຸກມື້ນີ້ວ່າ ຕົນຫວັງວວ່າ “ຈະດຳເນີນງານຮ່ວມກັບລັດ ຖະບານໃໝ່ ພ້ອມທັງພັກການເມືອງຂອງໄຕ້ຫວັນທັງໝົດ ແລະບັນດາກຸ່ມສັງ ຄົມພົນລະເຮືອນ ເພື່ອໃຫ້ມີຄວາມສຳພັນ ແໜ້ນແຟ້ນຂຶ້ນຕື່ມ ລະຫວ່າງປະຊາ ຊົນອາເມຣິກັນ ແລະໄຕ້ຫວັນ.”
ພັກ DPP ຫວ່າງມໍ່ໆມານີ້ ໄດ້ໃຫ້ສັນຍານກ່ຽວກັບຄວາມຕັ້ງໃຈຂອງຕົນທີ່ຈະເອົາຈິງເອົາຈັງກ່ຽວກັບການສືບລັບຂອງຈີນ ທີ່ເຮັດໄດ້ງ່າຍຂຶ້ນຍ້ອນການຕິດຕໍ່ລະຫວ່າງສອງຝ່າຍ.
ສະພາທີ່ຄວບຄຸມໂດຍພັກ DPP ກ່າວວ່າ ຕົນມີແຜນ ທີ່ຈະຮັບຜ່ານຮ່າງກົດ ໝາຍ ໃນທ້າຍປີນີ້ ທີ່ຈະຕັດເບ້ຍບຳນານພວກທະຫານໄຕ້ຫວັນທີ່ ສືບລັບໃຫ້ແກ່ຈີນ.
ຈີນ ແລະໄຕ້ຫວັນ ໄດ້ແບ່ງແຍກການປົກຄອງນັບແຕ່ສົງຄາມກາງເມືອງໃນຈີນເມື່ອຊຸມປີ 1940. ຈີນໄດ້ອ້າງວ່າຕົນມີອະທິປະໄຕເໜືອໄຕ້ຫວັນ ແລະຢືນຢັດວ່າໃນທີ່ສຸດທັງສອງຝ່າຍກໍຈະຮວມເຂົ້າກັນເປັນນຶ່ງດຽວ. ນອກນັ້ນ ຈີນຍັງຢືນຢັດໃຫ້ທັງສອງຝ່າຍ ມອງເບິ່ງ ໂຕເອງວ່າ ເປັນພາກສ່ວນນຶ່ງຂອງຈີນດຽວກັນ ກ່ອນທີ່ການສົນທະນາໃດໆ ຈະເລີ້ມຂຶ້ນ. ແຕ່ທ່ານ ນາງ Tsai ມັກຢາກໃຫ້ໄຕ້ຫວັນ ເສີມຂະຫຍາຍການປົກຄອງຕົນເອງ ແທນທີ່ ຈະອຽງເຂົ້າໄປຫາຈີນຕື່ມອີກ.