ຈີນ ຮຽກໂຕເອກອັກຄະລັດຖະທູດຟີລິບປິນເຂົ້າພົບ ໃນວັນອັງຄານວານນີ້ ເພື່ອປະທ້ວງ ການສົ່ງສານສະແດງຄວາມຍິນດີ ຂອງປະທານາທິບໍດີເຟີດີນານ ມາກອສ ໄປຍັງປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ຂອງໄຕ້ຫວັນ.
ໃນການພິມເຜີຍແຜ່ຜ່ານທາງສື່ສັງຄົມ X ຊຶ່ງຮູ້ກັນໃນເມື່ອກ່ອນວ່າ ທວີດເຕີ້ນັ້ນ ປະທານາທິບໍດີມາກອສ ໄດ້ສະແດງຄວາມຍິນດີກັບທ່ານຫຼາຍ ຈິງ ເຕ້ ຜູ້ສະໝັກຂອງພັກປະຊາທິປະໄຕກ້າວໜ້າ ຫຼື DPP ຊຶ່ງເປັນພັກລັດຖະບານຂອງໄຕ້ຫວັນ ໃນການເລືອກຕັ້ງຂອງທ່ານເມື່ອວັນເສົາແລ້ວ ແລະກ່າວວ່າ ທ່ານຫວັງວ່າ “ຈະໄດ້ຮ່ວມມືຢ່າງໃກ້ຊິດ” ກັບທ່ານຫຼາຍ. ພັກ DPP ແມ່ນຜູ້ສະໜັບສະໜຸນ ມາເປັນເວລາດົນນານ ກ່ຽວກັບສະຖານະພາບ ໃນການປົກຄອງໂຕເອງ ເພື່ອຕ້ານຄືນການອ້າງເອົາອະທິປະໄຕ ເໜືອເກາະດັ່ງກ່າວຂອງປັກກິ່ງ.
ໃນການຖະແຫຼງຕໍ່ພວກນັກຂ່າວ ທີ່ປັກກິ່ງນັ້ນ ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງໝາວ ໜິງ ກ່າວວ່າ ຄຳຖະແຫຼງຂອງປະທານາທິບໍດີມາກອສແມ່ນ “ລະເມີດຢ່າງຮ້າຍແຮງ” ຕໍ່ “ຫຼັການຈີນດຽວ” ແລະ “ການແຊກແຊງເຂົ້າໃນກິດຈະການພາຍໃນຂອງຈີນ.”
ທ່ານນາງໝາວ ໜິງ ໄດ້ເຕືອນຟີລິບປິນ “ບໍ່ໃຫ້ຫຼິ້ນກັບໄຟ ກ່ຽວກັບ ບັນຫາໄຕ້ຫວັນ” ແລະຢຸດເຊົາການສົ່ງ “ສັນຍານທີ່ຜິດພາດ” ໄປຍັງກຳລັງທີ່ນິຍົມເອກກະລາດແລະແບ່ງແຍກດິນແດນຢູ່ໃນເກາະດັ່ງກ່າວ. ນອກນັ້ນ ທ່ານນາງຍັງໄດ້ຮຽກຮ້ອງໃຫ້ທ່ານມາກອສ ອ່ານເພີ້ມຕື່ມ ເພື່ອໃຫ້ທ່ານເຂົ້າໃຈຢ່າງທ່ອງເຖິງ ກ່ຽວກັບບັນຫານີ້ ແລະທຳການ “ສະຫຼຸບຢ່າງຖືກຕ້ອງ.”
ໄຕ້ຫວັນໄດ້ປົກຄອງໂຕເອງມາ ນັບຕັ້ງແຕ່ສົງຄາມກາງເມືອງ ໃນຈີນ ສິ້ນສຸດລົງເມື່ອປີ 1949 ເວລາກຳລັງຂອງຈີນຄະນະຊາດ ຈຽງ ໄຄ ເຊັກ ໄດ້ຖືກຂັບໄລ່ໃຫ້ໜີອອກຈາກແຜ່ນດິນໃຫຍ່ ໂດຍພວກຄອມມູນິສ ໝາວ ເຈີ ຕຸງ ແລະຍ້າຍໄປຕັ້ງຖານທັບທີ່ເກາະດັ່ງກ່າວ. ປັກກິ່ງໄດ້ປະກາດວ່າ ຈະນຳເອົາໄຕ້ຫວັນໃຫ້ມາຢູ່ພາຍໃຕ້ການຄວບຄຸມຂອງຕົນ ບໍ່ວ່າດ້ວຍວິທີການໃດກໍຕາມທີ່ຈຳເປັນ ຮວມທັງການເຂົ້າຢຶດເອົາ ໂດຍກຳລັງທະຫານ.
ຟໍຣັມສະແດງຄວາມຄິດເຫັນ