ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເຕືອນວ່າ ຈະ​ເກີດ 'ໄພ​ພິ​ບັດ​ຫຼາຍ​ຮູບ​ແບບ' ໃນ​ເດືອນ​ກໍ​ລະ​ກົດ​


​ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ກາ​ນ​ຂ່າວ​ຊິນ​ຫົວ ສະ​ມາ​ຊິກ​ຂອງ​ຕຳ​ຫຼວດ​ປະ​ຊາ​ຊົນ​ຈີນ ໄດ້​ຍົກ​ຍ້າຍ​ຜູ້​ຄົນ​ ທີ່​ຕົກ​ຄ້າງ​ຢູ່​ໃນ​ເມືອງ​ຫວານ​ຊູ ນະ​ຄອນ​ຈົງ​ຈິງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ເມື່ອ​ວັນ​ທີ 4 ກໍ​ລະ​ກົດ 2023.
​ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ກາ​ນ​ຂ່າວ​ຊິນ​ຫົວ ສະ​ມາ​ຊິກ​ຂອງ​ຕຳ​ຫຼວດ​ປະ​ຊາ​ຊົນ​ຈີນ ໄດ້​ຍົກ​ຍ້າຍ​ຜູ້​ຄົນ​ ທີ່​ຕົກ​ຄ້າງ​ຢູ່​ໃນ​ເມືອງ​ຫວານ​ຊູ ນະ​ຄອນ​ຈົງ​ຈິງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ເມື່ອ​ວັນ​ທີ 4 ກໍ​ລະ​ກົດ 2023.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຈີນ​ໄດ້​ເຕືອນ​ກ່ຽວ​ກັບ​ສະ​ພາບ​ອາ​ກາດ​ທີ່​ຮ້າຍ​ແຮງ ແລະ "ໄພ​ພິ​ບັດ​ທຳ​ມະ​ຊາດ​ ຫຼາຍ​ຮູບ​ແບບ" ໃນເດືອນຈະ​ມາ ຂະ​ນະ​ທີ່​ຝົນ​ຕົກ​ໜັກ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພື້ນ​ຖານ​ໂຄງ​ລ່າງ ແລະ​ບັງ​ຄັບ​ໃຫ້​ຫຼາຍໆ​ພັນ​ຄົນ​ຕ້ອງ​ໄດ້​ຖືກ​ຍົກ​ຍ້າຍ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ມີ​ການ​ອອກ​ຄຳ​ເຕືອນ​ໃນ​ວັນ​ອັງ​ຄານ​ວານນີ້ ກ່ຽວ​ກັບ​ໄພ​ພິ​ບັດ​ທີ່​ເກີດ​ຈາກ​ຝົນ​ຕົກ​ໜັກ ໃນ​ບໍ​ລິ​ເວນກວ້າງ ຢູ່​ທາງ​ພາກ​ກາງ ແລະ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ອີງ​ຕາມ​ອົງ​ການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ.

ເຈົ້າ​ໜ້າ​ທີ່​ພະ​ຍາ​ກອນ​ອາ​ກາດ​ໄດ້​ເຕືອນ​ວ່າ ຈີນ​ຈະ​ປະ​ເຊີນ​ກັບ “ໄພ​ພິ​ບັດ​ທຳ​ມະ​ຊາດ​ໃນ​ຫຼາຍ​ຮູບ​ແບບ” ໃນ​ເດືອນ​ກໍ​ລະ​ກົດ ຮວມ​ທັງ​ນ້ຳ​ຖ້ວມ ການ​ເຄື່ອນ​ທີ່​ຢ່າງ​ຮ້າຍ​ແຮງ​ຂອງ​ອາ​ກາດ​ຮ້ອນ ລົມ​ໄຕ້​ຝຸ່ນ ແລະ​ອຸນ​ຫະ​ພູມ​ທີ່​ສູງ​ຂຶ້ນ” ອົງ​ການ​ພະ​ຍາກ​ອນ​ອາ​ກາ​ດ​ກ່າວ.

ແລະ​ຢູ່​ໃນ​ຮ່ອງ​ຮອຍ​ຂອງ​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຈາກ​ຝົນ​ຕົກ​ໜັກ​ນັ້ນ ພວກ​ຄົນ​ງານ​ໃນ​ວັນ​ອັງ​ຄານ​ວານນີ້ໄດ້​ພົບ​ວ່າ ​ຂົວ​ທາ​ງ​ລົດ​ໄຟ​ໃນ​ເຂດ​ຊານ​ເມືອງ​ຂອງນະ​ຄອນ​ຈົງ​ຈິງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ໄດ້​ພັງ​ລົງ ຫຼັງ​ຈາກ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ຜົນ​ກະ​ທົບ​ຈາກ​ກະ​ແສ​ນ້ຳ​ທີ່​ໄຫຼ​ລົງ​ມາ​ຈາກ​ພູ” ໂທ​ລະ​ພາບ CCTV ລາຍ​ງານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG