ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຈີນ​ ເຕືອນ​ເຖິງ ການ​ຊັກ​ຊ້າ​ຢ່າງ​ໃຫຍ່ ຂອງ​ຖ້ຽວ​ບິນ​ທີ່​ຈະ​ລົງ​ຈອດ ​ໃນນະຄອນ​ຊຽງ​ໄຮ້


ຜູ້​​ໂດຍສານ​ທີ່ລໍ້​ຖ້າ​ຖ້ຽວ​ບິນ​ທີ່​ຫຼ້າ​ຊ້າ ​ໃນ​ສະໜາມບິນນາໆ​ຊາດ​ ທີ່ນະຄອນ​ຊຽງ​ໄຮ້
ຜູ້​​ໂດຍສານ​ທີ່ລໍ້​ຖ້າ​ຖ້ຽວ​ບິນ​ທີ່​ຫຼ້າ​ຊ້າ ​ໃນ​ສະໜາມບິນນາໆ​ຊາດ​ ທີ່ນະຄອນ​ຊຽງ​ໄຮ້

ລັດຖະບານ​ຈີນ​ໄດ້ເຕືອນ​ວ່າ ຈະ​ມີ​ການ​ຊັກ​ຊ້າ​ຢ່າງ​ໃຫຍ່ຂອງ​
ຖ້ຽວ​ບິນ​ທີ່​ຈະ​ລົງ​ຈອດ​ໃນ​ສະໜາມບິນນາໆ​ຊາດ​ ທີ່ນະຄອນ​ຊຽງ​ໄຮ້
​ແລະ​ອີກ​ສິບ​ກວ່າ​ສະໜາມ​ບິນ ​ເລີ້ມ​ຕົ້ນ​ໃນວັນອັງ​ຄານ​ ມື້​ອື່ນ​ນີ້.

ປັກກິ່ງໄດ້ກ່າວໃນ​ວັນ​ອາທິດ​ວານ​ນີ້ວ່າ ກາ​ນຝຶກແອບ​ທາງ​ທະຫານ
​ຈະ​ສົ່ງ​ຜົນ​ກະທົບ​ຕໍ່ ການບິນ​ຢ່າງ​ໃຫຍ່​ຫຼວງ ຊຶ່ງ​ຈະ​ເລີ້ມ​ຂຶ້ນ​ໃນ​
ສັບປະດາ​ນີ້ ໄປ ຈົນຮອດ​ກາງ​ເດືອນ​ສິງ​ຫາ​ ຄື​ເດືອນໜ້າ​ນີ້.

ສື່​ຂອງ​ຈີນ​ລາຍ​ງານ​ວ່າ ມີ​ຫຼາຍ​ຮ້ອຍ​ຖ້ຽວ​ບິນ​ຫຼ້າ​ຊ້າ ​ໃນ​ອາທິດ​ແລ້ວ​ນີ້
ຢູ່ສະໜາມບິນ 2ແຫ່ງຂອງນະຄອນ​ຊຽງ​ໄຮ້: Pudong ​ແລະ Hong-
qiao ຍ້ອນ​ການປະຕິບັດ​ງານທາງ​ທະຫານ. ໜັງສື​ຟິມລາຍ​ວັນ ຊຽງ​ໄຮ້ ​ເດ​ລີ ລາຍ​ງານ​
ວ່າມີ​ປະມານ 170 ຖ້ຽວ​ບິນທີ່ ໄດ້ຫຼ້າ​ຊ້າ ສະ​ເພາະ​ແຕ່​ວັນ​ພະຫັດ​ແລ້ວ​ນີ້​ ມື້​ດຽວ​ເທົ່າ​ນັ້ນ.

ຈີນກ່າວ​ວ່າ ການປະຕິບັດ​ທາງ​ທະຫານເປັນສາ​ເຫດ​ຂອງການ​ຊັກ​ຊ້າ​ຂອງ​ຖ້ຽວ​ບິນ ຈຳນວນ​ບໍ່​ເທົ່າ​ໃດຖ້ຽວ​ເທົ່າ​ນັ້ນ​ໃນ​ເດືອນ​ນີ້. ນອກ​ນັ້ນ​ແມ່ນ​ເປັນຍ້ອນອາ​ກາດ​ບໍ່​ດີ.

ກອງທັບຈີນ ​ແມ່ນ​ຄວມຄຸມສ່ວນ​ໃຫຍ່​ຂອງ​ເຂດ​ອາກາດຂອງ​ປະ​ເທດ ຊຶ່ງ​ເຮັດ​ໃຫ້​ການ​
ຫຼ້າ​ຊ້າ​ຂອງ​ຖ້ຽວ​ບິນ ເປັນ​ບັນຫາຢູ່​ເລື້ອຍໆ.

ລັດຖະບານ​ຈີນ​ໄດ້​ກ່າວ​ວ່າ ຕົນ​ຈະ​ເປີດ​ເຂດ​ອາກາດໃຫ້​ພວກ​ຖ້ຽວ​ບິນ​ພົນລະ​ເຮືອນ​ໃຊ້​ຫລາຍ​ຂຶ້ນ ​ໃນ​ໄລຍະການ​ຝຶກແອບ​ນັ້ນ ​ເພື່ອ​ຊ່ວຍ​ຜ່ອນຄາຍ​ຄວາມແອອັດ​ທາງ​ອາກາດ​.

XS
SM
MD
LG