ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ເຕືອນ ກ່ຽວກັບ ຜົນກະທົບ ທີ່ຮ້າຍແຮງ ຕໍ່ແຜນການ ເກັບພາສີ ຂອງ ປ. ທຣຳ


ພວກຄົນງານ ພວມຂີ່ລົດກວດເບິ່ງ ກອງອາລູມີນຽມ ທີ່ເມືອງ ຫວູສີ ໃນແຂວງຈຽງຊູ ຂອງຈີນ. (ວັນທີ 26 ກັນຍາ 2012)
ພວກຄົນງານ ພວມຂີ່ລົດກວດເບິ່ງ ກອງອາລູມີນຽມ ທີ່ເມືອງ ຫວູສີ ໃນແຂວງຈຽງຊູ ຂອງຈີນ. (ວັນທີ 26 ກັນຍາ 2012)

ຈີນໄດ້ເຕືອນກ່ຽວກັບ “ຜົນກະທົບຢ່າງຮ້າຍແຮງ” ຕໍ່ການຄ້າຂອງໂລກ ຖ້າປະທານາ
ທິບໍດີສະຫະລັດ ທ່ານດໍໂນລ ທຣຳ ດຳເນີນການຕໍ່ໄປ ໃນແຜນການຂອງທ່ານ ທີ່ຈະ
ເກັບພາສີ 25 ເປີເຊັນຕໍ່ເຫລັກກ້າທີ່ນຳເຂົ້າ ແລະ 10 ເປີເຊັນຕໍ່ຜະລິດຕະພັນອາລູມີ
ນຽມ.

ທ່ານຫວັງ ເຫຈຸນ ຫົວໜ້າຫ້ອງການແກ້ໄຂບັນຫາ ແລະສືບສວນ ຂອງກະຊວງການ
ຄ້າຈີນ ກ່າວຢູ່ໃນ ຖະແຫຼງການສະບັບນຶ່ງ ໃນຕອນແລງວັນສຸກວານນີ້ວ່າ ການເກັບ
ພາສີດັ່ງກ່າວຈະ “ສ້າງຄວາມເສຍຫາຍຮ້າຍແຮງໃຫ້ແກ່ກົນໄກການຄ້າຫຼາຍຝ່າຍທີ່
ອົງການໆຄ້າໂລກເປັນຜູ້ຕາງໜ້າ ແລະແນ່ນອນຈະມີຜົນກະທົບຢ່າງຮ້າຍແຮງຕໍ່ລະ
ບຽບການຄ້າລະຫວ່າງປະເທດຕາມປົກກະຕິນັ້ນ.”

ນາຍົກລັດຖະມົນຕີການາດາ ທ່ານຈັສຕິນ ທຣູໂດ (Justin Trudeau)
ນາຍົກລັດຖະມົນຕີການາດາ ທ່ານຈັສຕິນ ທຣູໂດ (Justin Trudeau)

ເຈົ້າໜ້າທີ່ຈີນທ່ານນີ້ກ່າວຕື່ມວ່າ “ຖ້າມາດຕະການຂັ້ນສຸດທ້າຍຂອງສະຫະລັດຫາກ
ສ້າງຄວາມເສຍຫາຍ ໃຫ້ແກ່ຜົນປະໂຫຍດ ຂອງຈີນແລ້ວ ຈີນຈະເຮັດວຽກ ຮ່ວມກັບ
ບັນດາປະເທດ ທີ່ໄດ້ຮັບຜົນກະທົບອື່ນໆ ເອົາມາດຕະການ ເພື່ອປົກປ້ອງສິດທິແລະ
ຜົນປະໂຫຍດຂອງຕົນ.”

ໃນຂະນະດຽວກັນ ນາຍົກລັດຖະມົນຕີ ຂອງການາດາ ທ່ານຈັສຕິນ ທຣູໂດ (Justin
Trudeau) ກ່າວວ່າ ແຜນການເກັບພາສີ ສິນຄ້າຂາເຂົ້າ ຂອງທ່ານທຣຳ ແມ່ນ “ແນ່
ນອນເປັນທີ່ຮັບເອົາບໍ່ໄດ້.”

ທ່ານທຣູໂດ ກ່າວໃນວັນສຸກວານນີ້ວ່າ ທ່ານພ້ອມແລ້ວທີ່ຈະ “ປົກປ້ອງອຸດສາຫະກຳ
ຂອງການາດາ.” ການາດາແມ່ນເປັນແຫຼ່ງທີ່ມາ ຂອງວັດຖຸທັງສອງຈາກຕ່າງປະເທດ
ທີ່ໃຫຍ່ທີ່ສຸດ ສຳລັບສະຫະລັດ. ທ່ານເຕືອນວ່າ ການເກັບພາສີດັ່ງກ່າວອາດຈະສ້າງ ຄວາມເສຍຫາຍ ໃຫ້ແກ່ຜູ້ບໍຣິໂພກ ແລະທຸລະກິດ ຂອງສະຫະລັດນຳດ້ວຍ ໂດຍກົດ
ດັນ ໃຫ້ລາຄາຂອງວັດຖຸທັງສອງ ແພງຂຶ້ນ.

ປະທານກຳມາທິການຢູໂຣບ ທ່ານຊັງຄລອດ ຈັງເກີ (Jean-Claude Juncker) ກ່າວຢູ່ກອງປະຊຸມ ຖະແຫຼງຂ່າວ ທີ່ນະຄອນບຣັສເຊີລ ປະເທດແບລຈ້ຽມ. (ວັນທີ 23 ກຸມພາ 2018)
ປະທານກຳມາທິການຢູໂຣບ ທ່ານຊັງຄລອດ ຈັງເກີ (Jean-Claude Juncker) ກ່າວຢູ່ກອງປະຊຸມ ຖະແຫຼງຂ່າວ ທີ່ນະຄອນບຣັສເຊີລ ປະເທດແບລຈ້ຽມ. (ວັນທີ 23 ກຸມພາ 2018)

ສະຫະພາບຢູໂຣບກໍໄດ້ຮັບຜົນກະທົບຈາກແຜນການຂອງທ່ານທຣຳເຊັ່ນດຽວກັນ ດັ່ງທີ່
ເຫັນໄດ້ຈາກການເຕືອນ ຂອງປະທານກຳມາທິການຢູໂຣບ ທ່ານຊັງຄຼອດ ຈັງເກີ (Jean-
Claude Juncker) ທີ່ກ່າວວ່າ ສະຫະພາບຢູໂຣບອາດຈະຕອບໂຕ້ຄືນ ດ້ວຍການເກັບ
ພາສີຜະລິດຕະພັນທີ່ສຳຄັນໆຂອງສະຫະລັດ ເຊັ່ນເຫລົ້າວິສກີ້ເບີເບິນ ສົ້ງຈີນ ແລະລົດ
ຈັກ ຮາເລເດວິດສັນ ເປັນຕົ້ນ.

ທ່ານຈັງເກີ ກ່າວຕໍ່ສືມວນຊົນເຢຍຣະມັນໃນວັນສຸກວານນີ້ວ່າ ທ່ານບໍ່ມັກຄຳເວົ້າ ທີ່ວ່າ
“ສົງຄາມການຄ້າ.” ທ່ານຕື່ມວ່າ “ແຕ່ຂ້າພະເຈົ້າ ບໍ່ສາມາດ ມອງເຫັນໄດ້ວ່າ ນີ້ບໍ່ແມ່ນ
ສ່ວນນຶ່ງຂອງການປະພຶດແບບເຮັດສົງຄາມ.”

ຜູ້ອຳນວຍການ ອົງການໆຄ້າໂລກ ທ່ານໂຣເບີດໂຕ ອາເຊເວໂດ (Roberto Azevedo)
ຜູ້ອຳນວຍການ ອົງການໆຄ້າໂລກ ທ່ານໂຣເບີດໂຕ ອາເຊເວໂດ (Roberto Azevedo)

ທ່ານທຣຳໄດ້ຂຽນລົງໃນທວີດເຕີ້ ໃນຕອນເຊົ້າວານນີ້ວ່າ “ສົງຄາມການຄ້າແມ່ນດີແລະ ກໍງ່າຍທີ່ຈະເອົາຊະນະໄດ້.”

ແຕ່ຜູ້ອຳນວຍການ ອົງການໆຄ້າໂລກ ທ່ານໂຣເບີດໂຕ ອາເຊເວໂດ​ ກ່າວຕອບແບບເຢັນ
ຊາວ່າ “ສົງຄາມການຄ້າ ບໍ່ໄດ້ນອນຢູ່ໃນຜົນປະໂຫຍດ ຂອງຜູ້ໃດເລີຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG