ຈີນ ໄດ້ອອກຄຳເຕືອນຕໍ່ປະຊາຊົນຂອງເຂົາເຈົ້າ ໃນວັນອັງຄານວານນີ້, ຮຽກຮ້ອງໃຫ້
ເຂົາເຈົ້າ “ປະເມີນຄວາມສ່ຽງຢ່າງຮອບຄອບ ກ່ຽວກັບ ການເດີນທາງ”ໄປ ການາດາ
ຫຼັງຈາກຜູ້ບໍລິຫານ ບໍລິສັດຂອງ ຈີນ ໄດ້ຖືກຈັບໃນປະເທດທີ່ຕັ້ງຢູ່ທະວີບອາເມຣິກາ
ເໜືອນັ້ນ.
ກະຊວງການຕ່າງປະເທດ ຈີນ ໄດ້ກ່າວວ່າ ເມື່ອບໍ່ດົນມານີ້ ການາດາ “ໄດ້ຈັບຄົນ ຈີນ
ຢ່າງບໍ່ມີເຫດຜົນ”, ເຊິ່ງແມ່ນການອ້າງອີງເຖິງ ຜູ້ບໍລິຫານບໍລິສັດຂອງຈີນ ທ່ານນາງ
ເມັງ ວານຊູ.
ທ່ານນາງ ເມັງ, ຫົວໜ້າເຈົ້າໜ້າທີ່ການເງິນຂອງບໍລິສັດ ຫົວເຫວີຍ, ກຸ່ມບໍລິສັດໂທລະ
ຄົມມະນາຄົມໂລກ, ໄດ້ຖືກຈັບໃນວັນທີ 1 ທັນວາທີ່ຜ່ານມາຈາກການຂໍຮ້ອງຂອງ
ສະຫະລັດ.
ທ່ານນາງ ເມັງ ຖືກຕັ້ງຂໍ້ກ່າວຫາ ກ່ຽວກັບ ການລວມຫົວທີ່ຈະຫຼອກລວງທະນາຄານ
ຕ່າງໆ ຜ່ານການໂອນເງິນທີ່ໄດ້ລະເມີດມາດຕະການລົງໂທດຂອງ ສະຫະລັດ ຕໍ່ປະ
ເທດ ອີຣ່ານ. ທ່ານນາງໄດ້ປະຕິເສດການກ່າວຫາທີ່ວ່ານັ້ນ.
ທ່ານນາງ ເມັງ ໄດ້ຖືກປະກັນຕົວອອກໄປໃນເມືອງ ແວນຄູເວີ ແລະ ອາດຖືກສົ່ງຕົວໄປ
ສະຫະລັດ.
ຄຳເຕືອນ ກ່ຽວກັບ ການເດີນທາງແມ່ນສັນຍານຄັ້ງຫຼ້າສຸດ ກ່ຽວກັບ ຄວາມເຄັ່ງຕຶງທີ່
ເພີ່ມຂຶ້ນ ລະຫວ່າງ ການາດາ ກັບ ຈີນ.